ເລກລຳດັບທີ: 1968
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫົວນຽງຜາ
Stephania
Stephania rotunda Lour.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 漢防己Viet: Chi Bình vôi
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Ranunculales
ຊື່ສະກຸນ
Menispermaceae
ສະກຸນ
Stephania
ຊະນິດ
Stephania rotunda
ຊື່ພ້ອງ
Cissampelos glabra Roxb.
Clypea glabra (Roxb.) Wight & Arn. ex Voigt
Clypea rotunda Steud.
Menispermum roxburghii Spreng.
Stephania glabra (Roxb.) Miers
Stephania hexandra Miers
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ເຄືອລົ້ມລຸກ, ມີຫົວຢູ່ໃຕ້ດິນ ຫຼື ຢອງຢູ່ເທິງໜ້າດິນ ມີອາຍຸຫຼາຍປີ, ເປືອກຫົວສີນ້ຳຕານເທົາ, ຫົວມີນ້ຳຢາງສີແດງຄືເລືອດ ເສັ້ນຜ່າກາງ 10-20 ຊັງຕິແມັດ. ລຳຕົ້ນແທງອອກຈາກຫົວ, ເລືອໄປຕາມໜ້າດິນ ຫຼື ເກາະກ້ຽວຕາມຕົ້ນໄມ້ອື່ນ, ຍາວໄດ້ເຖິງ 3-5 ມ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບເກືອບກົມ, ກ້ວາງ 7-12 ຊມ, ຍາວ 7-12 ຊມ, ຖານໃບມົນ, ປາຍໃບຮຽວແຫຼມ, ກ້ານໃບຕິດຢູ່ກາງແຜ່ນໃບຍາວ 5-8 ຊມ, ຂອບໃບລຽບ, ແຜ່ນໃບບໍ່ມີຂົນ. ດອກ ອອກເປັນຊໍ່ແບບຄັ່ນຮົ່ມສອງຊັ້ນຕາມຊອກໃບ, ກ້ານດອກຊັ້ນໜື່ງຍາວ 10 ຊມ, ກ້ານຊໍ່ດອກຍ່ອຍ 2 ຊມ, ມີໃບປະດັບນ້ອຍໆຕິດຢູ່ກົກກ້ານຊໍ່ດອກ, ດອກແຍກເພດ, ກາບດອກມີ 6 ກາບ, ຮູບໄຂ່ ຍາວປະມານ 2 ມມ, ສີຂຽວ, ກີບດອກສີເຫຼືອງມີ 3 ກີບ, ຮູບໄຂ່ມົນກົມ, ຍອດຮ່ວງຮັກລະອອງມົນ, ສີເຫຼືອງ. ໝາກ ມີລັກສະນະຮູບກົມ ມີ 1 ແກ່ນ.ນິເວດວິທະຍາ: ເປັນພືດທີເກີດຂຶ້ນເອງຕາມທຳມະຊາດ ແລະ ມີຄວາມທົນທານຕໍ່ກັບສະພາບຄວາມແຫ້ງແລ້ງໄດ້ດີຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ຂະຫຍາຍພັນໂດຍການກ້າແກ່ນ ຫຼື ນຳເອົາເຫງົ້າຈາກທຳມະຊາດມາປູກ, ບາງຄັ້ງພົບຢູ່ຕາມໜ້າຜາທີ່ມີກ້ອນຫີນເລັກໜ້ອຍ. ສະພາບການອະນຸລັກ: ເປັນພືດທີ່ມີການເກັບກູ້ຫຼາຍ ແລະ ມີການຈະເລີນເຕີບໂຕຊ້າ, ຮາກຈະດູດອາຫານມາສະສົມໄວ້ຫົວ ເຮັດໃຫ້ຫົວໃຫຍ່ຂື້ນໃນແຕ່ລະປີ ຫົວຂອງມັນອາດຈະໃຫຍ່ກວ່າຫົວຄົນ. ເມື່ອເກັບກູ້ຫົວມາຂາຍຫຼາຍເກີນໄປເຮັດໃຫ້ພວກມັນຂະຫຍາຍຕົວຕາມທຳມະຊາດພໍພຽງຕໍ່ຄວາມຕ້ອງການຂອງຕະຫຼາດອາດຈະດັບສູນກໍ່ເປັນໄປໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ນຽງຜາໃນປະຈຸບັນແມ່ນມີການເກັບກູ້ເພື່ອຂາຍເປັນສີນຄ້າສົ່ງອອກຫວຽດນາມ, ແຕ່ປະຊາຊົນບາງທ້ອງຖີ່ນນຳເອົາມາຕົ້ມເພື່ອເປັນຢາຕ້ານເຊື້ອພະຍາດໄຂ້ປ່າ, ແກ້ເຈັບທ້ອງ. ແຕ່ສຳລັບຕ່າງປະເທດແມ່ນໄດ້ນຳເອົາຫົວນຽງຜາມາຜະລິດເຮັດເປັນຢາຕ້ານຢາພະຍາດສຳລັບຄົນ ແລະ ສັດລ້ຽງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,