ເລກລຳດັບທີ: 1967
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ປອມມ້ອນ
Chinese bush carrot
Eriosema chinense Vogel
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 鸡头薯 ji tou shuViet: Mao tử; Mao tử trung quốc; trư tử; củ đậu dại; cương cúcไทย: แห้วประดู่ หญ้าลูกลีบ แห้วดำ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Eriosema
ຊະນິດ
Eriosema chinense
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸມຫາຍປິ, ມີຫົວໃຕ້ດີນຍາວຄ້າຍຫົວມັນດ້າງ, ປາຍຫົວຈະຮຽວສ້ວຍເຂົ້າ, ແລ້ວມີຮາກຍາວອອກ, ບາງຫົວແຕກອອກເປັນຫຼາຍຫົວ. ລຳຕົ້ນສູງປະມານ 20 ຊັງຕິແມັດ, ເກີດຈາກປາຍຫົວ. ລຳຕົ້ນມີຂົນສີຂາວ. ແຕ່ເປືອກເປັນສີນໍ້າຕານອົມແດງ. ໃບຈັບແບບສະຫຼັບ, ກ້ານໃບສັ້ນສີແດງມີຂົນ. ແຜ່ນໃບຮູບແຖບ, ກວ້າງ 4-8 ມິນລິແມັດ, ຍາວ 14 ຊັງຕິແມັດ, ຂອບໃບລຽບ, ປາຍແຫຼມມົນ, ແຜ່ນໃບທັງສອງດ້ານມີຂົນປົກຄູມ, ເສັ້ນກ່າງໃບນູນທາງດ້ານລຸ່ມຂອງແຜ່ນໃບ, ເສັ້ນຂະແໜງໃບເສັ້ນນ້ອຍໆ. ດອກອອກຢູ່ຕາມຊອກໃບ, ເກີດອອກເປັນຈຸ້ມຈຳນວນ 2-3 ດອກ, ກ້ານດອກຍາວ 4-6 ມິນລິແມັດ, ສີແດງມີຂົນ, ກາບດອກເຊື່ອມຕິດກັນເປັນຫຼອດປາຍແຍກອອກເປັນ 5 ແສກ, ມີຂຽວອົມແດງ, ມີຂົນຄູ້ມທົ່ວກາບ. ກິບດອກມີ 5 ອັນບໍ່ເທົ່າກັນ, ກິບດອກຂ້າງໃຫຍ່ກິບອື່ນ, ຂອບລຽບ, ປາຍມົນ, ກີບປີກ 2 ອັນ, ຮູບໄຂ່ກັບ, ປາຍມົນ, ກີບລຸ່ມ 2 ອັນຕິດກັນເປັນອ່າງ. ເກສອນເພດຜູ້ຈຳນວນ 10 ອັນຕິດກັນ, ແຍກອັນໜື່ງ. ໝາກເປັນຄ້າຍໝາກຖົ່ວແຮ່, ແຕ່ມີຂະໜາດນ້ອຍ, ເປັນຝັກ ມີເມັດປະມານ 3-7 ເມັດຕໍ່ໝາກ. ເມັດເປັນຄ້າຍເມັດຖົ່ວ, ເມື່ອແກ່ສີດຳອົມນ້ຳຕານ.
ນິເວດວິທະຍາ: ເປັນພືດທີ່ເກີດຕາມຄັ່ງ ຫຼື ທົ່ງຫຍ້າ, ເປັນພືດທີ່ສາມາດເກີດໄດ້ຕາມປ່າຫຍ້າທີ່ໂລ່ງແຈ້ງຕາມປ່າແປກ ແລະ ປ່າທົ່ງຫຍ້າ, ເກີດໃນປະເພດທີ່ດິນດາກປົນຊາຍ. ດອກໃນຊ່ວງເດືອນມີຖູນາ ເຖີງກໍລະກົດ, ເປັນໝາກໃນເດືອນ ຕຸລາ ຫາ ພະຈິກ. ສາມາດເກັບແກ່ນເອົາໄປປູກໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ມີການນຳໃຊ້ຍອດອ່ອນເພື່ອກີນເປັນອາຫານ ແລະ ຫົວສາມາດໃຊ້ປົວພະຍາດຖອກທ້ອງໄດ້ເຊັ່ນດຽວກັນ. ຮາກສົດສາມາດກີນເປັນຢາບຳລູງກຳລັງ. ເມັດຕົ້ມນ້ຳດື່ມເປັນຢາປົວບາດແຜໃນກະເພາະອາຫານ ແລະ ຂັບນ້ຳປັດສະວະ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,