ເລກລຳດັບທີ: 1964
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໂສມມັນຂາໄກ່
Dang shen
Codonopsis javanica (Blume) Hook.fil. & Thomson
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໂສມດັກຈືງEng: poor man's ginsengViet: Ðảng sâm; Cang hô, Màn ráy cáy, Phòng đảng sâm, Sâm leo, Sâm namไทย: โสมเลย, ระฆังแก้ว
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Campanulaceae
ສະກຸນ
Codonopsis
ຊະນິດ
Codonopsis javanica
ຊະນິດຍ່ອຍ
Codonopsis javanica japonica
Codonopsis javanica javanica
ຊື່ພ້ອງ
Campanumoea javanica Blume
ບັນຍາຍລັກສະນະທາງພືດສາດ
ເປັນພືດທີ່ມີເຫງົ້າໃຕ້ດິນ, ຫົວຄ້າຍຄືຫົວແຄລອດ ຫຼື ເປັນຫົວຊົງກົມຍາວ, ຂະໜາດ 15-30 x 1-3 ຊັງຕິແມັດ, ສ່ວນຫຼາຍຈະມີຮາກນ້ອຍແຕກອອກຈາກເຫງົ້າໃຫຍ່ຈໍານວນຫຼາຍ. ລໍາເປັນເຄືອຍາວປະມານ 1-3 ແມັດ, ແຕກກິ່ງກ້ານ, ກິ່ງແຕກທາງຂ້າງລຳຈະຍາວປະມານ 15-30 ຊັງຕິແມັດ, ກິ່ງງ່ານ້ອຍຍາວ 1-5 ຊັງຕິແມັດ (ກີ່ງທີ່ມີດອກ ຫຼື ບໍ່ມີດອກ). ໃບຈັບຢູ່ຕາມເຄືອໃຫຍ່ ແລະ ກິ່ງງ່າ ແບບສະລັບກັນ, ຢູ່ຕາມກິ່ງງ່ານ້ອຍຈັບແບບກົງກັນຂ້າມກັນ; ກ້ານໃບຍາວປະມານ 0.5-2.5 ຊັງຕິແມັດ, ມີຂົນແຂງກະຈາຍຢູ່ຕາມເຄືອ; ແຜ່ນໃບດ້ານລຸ່ມມີຂົນສີຂີ້ເທົາອົມຂຽວ, ແຜ່ນໃບດ້ານເທີງເປັນສີຂຽວ, ແຜ່ນໃບຮູບໄຂ່ ຫຼື ຮູບໄຂ່ແຂບ, ຂະໜາດ 1-9 x 0.6-5 ຊັງຕິແມັດ, ດ້ານເທິງຈະມີຂົນໜານຸ່ມ, ກົກໃບຮູບຫົວໃຈ ຫຼື ມົນ ແລະ ຮູບຕັດ, ຂອບໃບແຂ້ວມົນ, ປາຍໃບແຫຼມ. ດອກເກິດເປັນດອກດ່ຽວ ແລະ ມັກເກີດຢູ່ຕາມປາຍກີ່ງງ່າ, ກາບດອກຕິດກັນຈົນຮອດເຄີ່ງໜື່ງຂອງເຕົ່າໄຂ່; ແສກຮູບໄຂ່ກວ້າງ ຫຼື ຮູບໃບຫອກ, ຂະໜາດ 10-23 x 6-8 ມິນລີແມັດ, ຂອບກິບເປັນຄື້ນເລັກນ້ອຍ, ປາຍແຫຼມ, ມີຕ່ອມເດືອຍລະຫວ່າງແສກ; ຫຼອດກິບດອກສີເຫຼືອງອ່ອນອົມຂຽວ, ແລະ ມີຈຸດສີມ່ວງທາງດ້ານໃນ, ເປັນຫຼອດຮູບແບບລະຄັງ, ຂະໜາດ 1.8-2.3 x 1.8-2.5 ຊັງຕິແມັດ. ເກສອນເພດຜູ້ມີກ້ານຍາວ 5 ມິນລີແມັດ, ຖົງລະອອງເກສອນຍາວ 5-6 ຊັງຕິແມັດ, ຮ່ວງຮອງຮັບເກສອນເພດຜູ້ມີຂົນ. ໝາກເປັນໜ່ວຍມົນກົມ, ປາຍຮຽວແຫຼມເລັກນ້ອຍ. ຂະໜາດ 1-2.4 ຊັງຕິແມັດ. ເມັດຈຳນວນຫຼາຍ, ສີແດງ ຫຼື ສີນ້ຳຕານເຂັ້ມ. ຮູບຂອບຂະໜາດ ຫຼື ຮູບຮີ ຂະໜາດ 1 ມິນລີແມັດ, ກ້ຽງ. ດອກມັກອອກປະເມານເດືອນມິຖຸນາ.
ນິເວດວິທະຍາ: ເປັນພືດທີ່ມັກເກີດບ່ອນທີ່ມີແສງສະຫວ່າງທີ່ພຽງພໍ ແລະ ທາດອາຫານທີ່ອຸດົມສົມເພື່ອວ່າຫົວຂອງມັນຈະສະສົມທາດທີ່ສາມາດນຳໃຊ້ເປັນຢາໄດ້. ມັກພົບເຫັນບ່ອນທີ່ມີອາກາດໂລ່ງແຈ້ງ. ຕາມຕິນພຸ ຫຼື ທົ່ງທີ່ປ່າແປກເຂດພູສູງ, ມັນຂ່າໄກຈະເລີນເຕິບໂຕໄດ້ດີໃນປ່າທີ່ມີຕົ້ນໄມ້ຕໍ່າທີ່ມີແສງສະຫວ່າງສອງພຽງພໍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ຫົວຂອງມັນຂາໄກ່ຈະໃຊ້ປຸງແຕ່ງເປັນຢາໄດ້ເມື່ອອາຍຸຫົວໄດ້ 3-5 ປີ ແລະ ນິຍົມເກັບກູ້ປະມານເດືອນທັນວາຈະໄດ້ຮາກທີ່ໃຫຍ່ ແລະ ນຳໃຊ້ໃນສູດຢາສະໝູນໄພ, ບ໋ອງໃນເຫຼົ້າ, ເຊື່ອກັນວ່າມີປະສິດທີພາບໃນການບຳລູງກຳລັງ. ເປັນຢາບຳລຸງອະໄວຍະວະສ່ວນມ້າມ, ປອດ ແລະ ສ້າງພະລັງງານ, ເພີ່ມການສ້າງເລືອດ, ຊ່ວຍລະບົບການຍ່ອຍອາຫານ, ເສີມສ້າງລະບົບພູມຄູ້ມກັນພະຍາດມີຜົນຕໍ່ສະພາວະພູມຕ້ານທານຕໍ່ດ້ານບົກພ່ອງລວມທັງ HIV, ຊ່ວຍບຳລູງລະບົບຕ້ານທານຕໍ່ຮ່າງກາຍ, ໃນທາງເຄນິກຂອງຈີນ ແລະ ຢີ່ປຸ່ນໃຊ້ສ້າງພູມຄູມກັນກັບຜູ້ທີ່ຕິດເຊື້ອພະຍາດມະເຮັງ, ປ້ອງກັນອັນຕະລາຍ ແລະ ລົດພິດຈາກຣັງສີທີ່ໃຊ້ໃນການບຳບັດຜູ້ເປັນພະຍາດມະເຮັງ. ນອກຈາກນີ້ຍັງເໝາະສົມສຳລັບເດັກນ້ອຍ ແລະ ຜູ້ຍີງທີ່ຖືພາ ແລະ ກຳລັງໃຫ້ນຳ້ນົມ. ການສຶກສາທາງດ້ານວິທະຍາສາດ, ຊືື່ງສ່ວນໃຫຍ່ໄດ້ດຳເນີນການໃນປະເທດຈີນໄດ້ພີສູດວ່າ ມັນຂ່າໄກເປັນຢາສະໝຸນໄພທີ່ປະສິດທິພາບສູງໃນການບຳລູງຮັກສາລະບົບທາງເດີນອາຫານ, ຊ່ວຍຈະເລີນອາຫານ, ບຳລຸງທາດ, adaptogen, galactogogue ແລະ sialagogue. ເປັນເວລານານກວ່າ 2000 ປີແລ້ວທີຊາວຈິນໄດ້ໃຊ້ສະໝູນໄພມີປະສິດທີພາບໃນການກະຕູ້ນລະບົບພູມຄູມກັນຂອງຮ່າງກາຍ ແລະ ເພີ່ມຄວາມອົດທົນ, ປັບປຸງຄວາມສາມາດຂອງຮ່າງກາຍໃນການທົນຕໍ່ຄວາມຄຽດ ພ້ອມກັບການໃຊ້ງານທົ່ວໄປເຊັ່ນສະໝູນໄພຍັງໄດ້ຮັບການດຳເນີນການເພື່ອຕໍ່ສູ້ກັບປັນຫາທາງເດີນອາຫານທີ່ມີອາການປວດກະເພາະທາງເດີນອາຫານ, ອາຫານຍ່ອຍຍາກ, ອາການປວດຮາກຖອກທ້ອງເນື່ອງຈາກສູນເສຍນ້ຳໃນຮ່າງກາຍ. ຮັກສາແຜໃນກະເພາະອາຫານ ນອກຈາກນີ້ຍັງກ່າວວ່າໃນການຮັກສາເມື່ອໄດ້ຮັບການຮັກສາດ້ວຍຢາສະໝູນໄພມັນຂາໄກ່ກັບຄົນເປັນພະຍາດ ຫຼື ໂດຍການບຳບັດຄິໂມ ແລະ ການສາຍຣັງສີ ອາດຈະໃຊ້ສະໝູນໄພນີ້ເພື່ອເສີມສ້າງຮ່າງກາຍ ແລະ ເລ່ງການຟື້ນຟູ. ຜູ້ຖືພາຈະໄດ້ຮັບການເພີ່ມພະລັງງານດ້ວຍຄວາມຊ່ວຍເຫຼືອຂອງພືດຊະນິດນີ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,