ເລກລຳດັບທີ: 191
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-18

ຫວາຍຫຼືມ
Evans's Rattane

Calamus evansii A.J.Hend.


ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)

1 / 1
Image 1


ຊື່ທ້ອງຖີ່ນ:

ຊື່ພ້ອງ :

ຊື່ສະກຸນ:
Arecaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຍາວເຖິງ 7 ມ, ເສັ້ນຜ່າສູນກາງ 1.3 ຊມ; ກາບໃບສີຂຽວ, ມີຂົນສີເທົາຂາວ ແລະ ໜາມສີນ້ຳຕານ, ປາຍດຳ, ໜາມແປ, ລຽບຕາມທາງຍາວ, ຍາວ 1 ຊມ, ບາງຄັ້ງມີໜາມສັ້ນໆປະປົນກະຈາຍຢູ່ນຳ ປົກຫຸ້ມກະແຈກກະຈາຍ, ເຖິງໜາແໜ້ນ, ຫູໃບມີຂົນສັ້ນແຂງປົກຫຸ້ມຢ່າງໜາແໜ້ນ; ມີເຂົ່າໃບ; ມີມືເກາະຢູ່ກາບໃບ; ກ້ານໃບຍາວ 20 ຊມ; ກ້ານກາງໃບ ຍາວ 0.5 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 3-6 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີເປັນກຸ່ມຫ່າງກັນ ຫຼື ດ່ຽວ, ຄູ່ໃບຍ່ອຍທີ່ຢູ່ປາຍໃບແຍກກັນ ຫຼື ເຊື່ອມຕິດກັນໜ້ອຍໜື່ງຢູ່ສ່ວນກົກໃບ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 3 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ. ການກະຈາຍພັນ ແລະ ຖີ່ນກຳເນີດ: ພົບຢູ່ພາກກາງຂອງລາວ, ຢູ່ພູພຽງນາກາຍ, ເຂດປ່າດົງດິບ (ເຂດຍອດນ້ຳອອນ) ທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 520-530 ມ.ອອກດອກໃນເດືອນມີນາ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ອຸປະກອນ ແລະ ເຄື່ອງມື
ພືດເປັນຢາ
ສິ່ງປູກສ້າງ

ບັນຍາຍການນຳໃຊ້:

ລຳຕົ້ນໃຊ້ເປັນເຄື່ອງຫັດຖະກຳ



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Pterers C.M & Henderson, A..2014. Systematic, Ecology and Management of Rattans in Cambodia, Laos and Vietnam. WW-Greater Mekong and The New York Botanical Garden.
ຈັນສະໜອນ ພົງອຸດົມ, ສູນທອນ ເກດພັນ, ວີຈິດ ລຳໄຊ ແລະ ບັນຊາ ທຳມະວົງ. 2014. ບັນດາລະບົບ, ນິເວດວິທະຍາ ແລະ ການຈັດສັນຫວາຍຢູ່ ກຳປູເຈຍ, ລາວ ແລະ ຫວຽດນາມ. ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ.
Greijmans, M., Ketphanh, S., Lamxay, V., & Sengdala, K. 2007. Non-Timber Forest Products in the Lao PDR. A Manual of 100 Commercial and Traditional Producs. The National Agriculture and Forestry Research Institute. Vientiane, Lao PDR.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: