ເລກລຳດັບທີ: 1833
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-13

ໄມ້ໄຜ່ບ້ານ
Spiny Bamboo

Bambusa spinosa Roxb.


ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
( Indian thorny bamboo, Thorny bamboo)

ຊື່ພ້ອງ :
Arundarbor blumeana (Schult.f.) Kuntze
Arundarbor pungens (Blanco) Kuntze
Arundarbor spinosa (Roxb.) Kuntze
Arundarbor teba (Miq.) Kuntze
Arundo spinosa (Roxb.) Oken
Bambusa arundinacea var. spinosa (Roxb.) E.G.Camus
Bambusa bambos var. spinosa (Roxb.) S.S.Jain & S.Biswas
Bambusa blumeana Schult.f.
Bambusa blumeana var. luzonensis Hack.
Bambusa pungens Blanco
Bambusa spinosa Blume
Bambusa spinosa Blume ex Nees
Bambusa stenostachya Hack.
Bambusa teba Miq.
Ischurochloa spinosa (Roxb.) Buse
Ischurochloa stenostachya (Hack.) Nakai
Schizostachyum durie Rupr.

ຊື່ສະກຸນ:
Poaceae

ຊະນິດໃກ້ຄຽງ:
ໄມ້ບົງ / Bengal Bamboo
ໄມ້ຊາງຄໍາ/ Golden Bamboo

ບັນຍາຍລັກສະນະທາງພືດສາດ:
ໄມ້ໄຜ່ບ້ານເປັນໄມ້ຢືນຕົ້ນທີ່ອອກເປັນກຸ່ມກໍແໜ້ນ, ມີເຫງົ້າໃຕ້ດິນສັ້ນ, ລຳຕົ້ນຕັ້ງຊື່, ສູງ 20 ຫາ 30 ມ, ກວ້າງ 10 ຫາ 15 ຊມ, ເປັນໄມ້ເນື້ອແຂງ ແລະ ມັກມີຮາກຄ້າຍໜາມບໍລິເວນຂໍ້. ປ້ອງ (ສ່ວນທີ່ຢູ່ລະຫວ່າງຂໍ້) ຮູບກົມ, ຜິວລຽບ, ສີຂຽວປົນສີຟ້າ, ບາງຄັ້ງມີສີຄ້າຍແປ້ງບໍລິເວນປາຍ. ຂໍ້ມີສີນ້ຳຕານ ແລະ ມີຂົນເລັກນ້ອຍ, ກິ່ງກ້ານຄ້າຍລຳຕົ້ນ ໂດຍປົກກະຕິຈະມີກິ່ງຂ້າງລະ 1 ຫາ 3 ກິ່ງອອກເປັນກຸ່ມກໍ ໂດຍກິ່ງນີ້ຈະເດັ່ນກ່ວາ ແລະ ບາງຄັ້ງຈະບາງກ່ວາລຳຕົ້ນຫຼັກ.
ກາບຫຸ້ມລຳຕົ້ນ (ສ່ວນທີ່ປົກຄຸມລຳຕົ້ນ), ກາບຈະຫຼຸດເມື່ອຕົ້ນຈະເລີນເຕີບໂຕ ແລະ ຈະສຳຜັດໄດ້ລຽບ. ລິກຸນ (ແຜ່ນໃບຂະໜາດນ້ອຍທີ່ຈັບຢູ່ສ່ວນຂອງກາບຫຸ້ມ) ສູງພຽງ 1 ຫາ 2 ມມ. ຂອບມີຂົນລະອຽດ, ກາບຫຸ້ມໃບເປັນຮູບ 3 ຫຼ່ຽມ, ຕັ້ງຊື່, ຜິວຍາບ ແລະ ແຫຼມ, ກາບຫຸ້ມໃບລຽບ, ແຕ່ຂອບນອກມີຂົນແຂງຍາວ 4 ຫາ 6 ມມ, ອອກບໍລິເວນໂຄນໃບ. ຫູໃບໃບຂະໜາດນ້ອຍທີ່ໂຄນໃບ) ຕັ້ງຊື່, ລິກຸນດ້ານເທິງບໍ່ລຽບບໍ່ມີຂົນ.
ໃບມີໂຄນກວ້າງຕິດກັບກ້ານໃບທີ່ສັ້ນ 0,3 ຫາ 0,5 ຊມ. , ແຜ່ນໃບຮູບຫອກ, ຍາວ 7 ຫາ 18 ຊມ. ກວ້າງ 1-1,8 ຊມ. ປາຍໃບຮຽວແຫຼມ.
ຊໍ່ດອກອອກເປັນກະຈຸກແໜ້ນ ແລະ ບໍເປັນລະບຽບ ບໍລິເວນຂໍ້ຂອງລຳຕົ້ນ, ແຕ່ລະຊໍ່ຈະມີໃບປະດັບຄ້າຍເກັດ, ຊໍ່ດອກໜຶ່ງປະກອບມີຕາດອກບໍລິເວນໂຄນຂອງຊໍ່ດອກຍ່ອຍແຕ່ລະຊໍ່ ແລະ ໃບປະດັບຂະໜາດນ້ອຍຄ້າຍໃບຢູ່ໃຕ່ຊໍ່ດອກ. ຊໍ່ດອກຍ່ອຍດ້ານຂ້າງແຕ່ລະຊໍ່ດອກຍ່ອຍ ຈະມີຊໍ່ດອກຍ່ອຍທີ່ສົມບູນ 5 ຫາ 7 ຊໍ່ດອກຍ່ອຍທີ່ມີຂະໜາດນ້ອຍ ແລະ ບໍ່ຈະເລີນເຕີບໂຕເຕັມທີຈະອອກບໍລິເວນປາຍຊໍ່ດອກຍ່ອຍ ຮູບແປ ແລະ ເປັນຮູບຫອກ, ຍາວປະມານ 15 ຫາ 20 ມມ ແລະ ຈະແຕກເປັນຂໍ້ໆ (ແຕກອອກຈາກກັນ) ໃຕ້ຊໍ່ດອກຍ່ອຍທີ່ສົມບູນແຕ່ລະຊໍ່ເມື່ອຂະຫຍາຍຕົວເຕັມທີ ກ້ານດອກພາຍໃນລະຫວ່າງຊໍ່ດອກຍ່ອຍ (ກ້ານຊໍ່ດອກຍ່ອຍ) ຈະໃສ ແລະ ມີລັກສະນະຊັດເຈນ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Borneo, Jawa, Lesser Sunda Is., Maluku, Philippines, Sulawesi. [2]

Global distribution of Bambusa spinosa between 1909 to 2025. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ປ່າໂຄກ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໜໍ່ໄຜ່ບ້ານສາມາດກິນໄດ້ ແລະ ເປັນສາຍພັນຄົນນິຍົມກິນເປົນຜັກ. [1], [7]
ສະໝຸນ: ໃນບາງພື້ນທີ່ໃນເຂດອາຊີ ມັກໃຊ້ໃບໄຜ່ບ້ານຊົງເປັນຢາລ້າງຕາ ສ່ວນພາຍໃນໃຊ້ຮັກສາຫຼອດລົມອັກເສບ, ໜອງໃນ ແລະ ໄຂ້. [1], [7]
ນຳໃຊ້ເຂົ້າໃນການກະເສດ: ໃບໄຜ່ຊະນິດນີ້ມັກໃຊ້ເປັນອາຫານສັດ, ໄມ້ໄຜ່ຊະນິດນີ້ໃຊ້ປູກກັນຢ່າງແຜ່ຫຼາຍເພື່ອຄວບຄຸມການພັງທະລາຍຂອງດິນ ແລະ ເຮັດໜ້າທີ່ເປັນແນວກັ້ນລົມອ້ອມຮອບສ່ວນ ແລະ ແຄມຝັ່ງແມ່ນ້ຳ ເຊິ່ງຈະຊ່ວຍຫຼຸດອຸທົກກະໄພໄດ້ອີກດ້ວຍ ກິ່ງທີ່ມີໜາມຂອງໄມ້ໄຜ່ຊະນິດນີ້ຖືກເກັບກ່ຽວເພື່ອໃຊ້ເຮັດຮົ້ວ ແລະ ປ້ອງກັນຕົ້ນໄມ້ແຕ່ລະຕົ້ນ ເຊິ່ງໄມ້ໄຜ່ຊະນິດນີ້ເໝາະສົມຫຼາຍໃນການໃຊ້ເປັນຮົ້ວທີ່ມີລັກສະນະຄ້າຍຫຼວດໜາມ. [1], [7]
ໃຊ້ໃນການກໍ່ສ້າງ: ລໍາຕົ້ນໄມ້ໄຜ່ຊະນິດນີ້ມີປະໂຫຍດສຳຫຼັບການກໍ່ສ້າງທີ່ຫຼາຍຫຼາຍ, ກິ່ງກ້ານທີ່ແຂງແຮງຍັງເໝາະແກ່ການນຳໄປໃສ້ເຮັດຂັ້ນໃດຊົ່ວຄາວໄດ້. [1], [7]
ເຄື່ອງມື ແລະ ອຸປະກອນ: ລຳຕົ້ນຍັງເປັນແຫຼ່ງວັດຖຸດິບສຳຄັນສຳຫຼັບການຜະລິດກະດາດ, ໃຊ້ເຮັດເຍື້ອກະດາດ ແລະ ໄມ້ອັດ. [1], [7]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອຸນຫະພູມທີ່ເໝາະສົມ: ໄຜ່ຊະນິດນີ້ຈະເລີນເຕີບໂຕໄດ້ດີທີ່ສຸດໃນອຸ່ນຫະພູມສະເລ່ຍລະຫວ່າງ 20 ຫາ 30 ອົງສາ ແຕ່ສາມາດທົນຕໍ່ອຸ່ນຫະພູມທີ່ຮຸນແຮງຮອດ -5 ຫາ 45 ອົງສາ ເຖິ່ງວ່າຕົ້ນທີ່ເຕີບໂຕເຕັມທີ່ແລ້ວຈະທົນຕໍ່ນ້ຳແຂງ ແຕ່ຕົ້ນອ່ອນ ແລະ ບອບບາງຍັງຄົງສ່ຽງຕໍ່ຄວາມເສຍຫາຍຈາກຄວາມເຢັນ. [7]
ປະລິມານນ້ຳຝົນທີ່ເໝາະສົມ: ປະລິມານນ້ຳຝົນທີ່ເໝາະສົມຕໍ່ປີຢູ່ທີ່ 1,000 -3,000 ມມ ໂດຍປະລິມານນ້ຳຝົນສະເລ່ຍ 300 ມມ ຕໍ່ເດືອນໃນຊ່ວງລະດູການປູກ, ໄມ້ໄຜ່ຊະນິດນີ້ຍັງສາມາດທົນຕໍ່ສະພາບແຫ້ງແລ້ງທີ່ຜິດປົກກະຕິໄດ້. [7]
ດິນທີ່ເໝາະສົມ: ໄມ້ໄຜ່ບ້ານມັກຈະເລີເຕີບໂຕເປັນລຳຕົ້ນທີ່ແຂງແຮງໃນດິນໜັກ ຫຼື ດິນທີ່ຂາດສານອາຫານ ແລະ ທົນຕໍ່ການຖືກນ້ຳທ້ວນເປັນໄລຍະ, ໄມ້ໄຜ່ບ້ານມັກດິນທີ່ເປັນກົດ ໂດຍມີຄ່າ pH ທີ່ເໝາະສົມລະຫວ່າງ 5 ຫາ 6.5 ໃງນຄະນະທີ່ດິນເຄັມຈັດເປັນດິນທີ່ບໍ່ເໝາະສົມ ສຳຫຼັບການຈະເລີນເຕີບໂຕ ແລະ ການຕັ້ງໂຕ. [6]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1]. E. J. Low and A. Tejada, “BAYOG – Bambusa spinosa in the Philippines,” Better Bamboo Buildings, Aug. 22, 2021. [Online]. Available: https://www.betterbamboobuildings.com/home/bayog-bambusa-spinosa-in-the-philippines. [Accessed: Jul. 9, 2025].
[2] iNaturalist. [Online]. Uploaded 12 August 2024 by Nuwan Chathuranga. Available: https://www.inaturalist.org/observations/235270524. [Accessed: Jul. 9, 2025]
[3] iNaturalist. [Online]. Uploaded 06 June 2025 by lordworm cryptopsy. Available: https://www.inaturalist.org/observations/287297955. [Accessed: Jul. 9, 2025]
[4] iNaturalist. [Online]. Uploaded 31 May 2025 by lordworm_cryptopsy. Available: https://www.inaturalist.org/observations/287297955. [Accessed: Jul. 9, 2025]

ອ້າງອິງ:
[1]. CAB International, “Bambusa spinosa datasheet,” in *CABI Compen-dium*, CAB International, Mar. 15, 2021. [Online]. Available: https://www.cabidigitallibrary.org/doi/full/10.1079/cabicompendium.8399. [Accessed: Jul. 9, 2025].
[2]. Kew Science, “Bambusa spinosa Roxb.,” *Plants of the World Online*. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:1043127-2. [Accessed: Jul. 9, 2025].
[3]. GBIF, “Bambusa spinosa Roxb.,” *GBIF Backbone Taxonomy*, pub-lished in *Hort. Bengal*: 25 (1814). [Online]. Available: https://www.gbif.org/species/7370875. [Accessed: Jul. 9, 2025].
[4]. M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, *A Checklist of the Vascular Plants of Lao PDR*, Edinburgh, UK: Royal Botanic Garden Edinburgh, 2007. [Online]. Available: https://phakhaolao.la/en/resource/a-checklist-of-the-vascular-plants-of-lao-pdr/. [Accessed: Jul. 9, 2025]
[5]. Nafri and CDE, “wild food assessment” AFN II, 2025
[6]. S. Schröder, “Bambusa blumeana,” *Guadua Bamboo*, Jan. 3, [online]. Available: https://www.guaduabamboo.com/blog/bambusa-blumeana. [Accessed: Jul. 9, 2025].
[7] International Bamboo and Rattan Organization (INBAR), “Exotic Baboo Species in Kenya: Identification and Assessment,” INBAR Working Paper, International Bamboo and Rattan Organization, Beijing, China, 2023. [Online]. Available: https://www.researchgate.net/publication/373737567_INBAR_Working_Paper-_Technical_Paper_-Ex-otic_Bamboo_Species_in_Kenya_Identification_and_Assessment. [Accessed: Jul. 9, 2025.]

ຜູ້ສ້າງ Factsheet:
Soulivanh BOUNTHAMMY

ຜູ້ກວດສອບ Factsheet:
,