ເລກລຳດັບທີ: 1829
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕາໄກ່
lolly berry
Salacia chinensis L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Lao: ຕາໄກ່, ຕາກວາງ, ຕາໄກ້Thai: ກໍາແພງເຈັດຊັ້ນ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Celastrales
ຊື່ສະກຸນ
Celastraceae
ສະກຸນ
Salacia
ຊະນິດ
Salacia chinensis
ຊື່ພ້ອງ
Salacia prinoides (Willd.) DC.
Tontelea prinoides Willd.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ເຄິ່ງເຄືອເຄິ່ງໄມ້ຟຸ່ມ, ມີຄວາມສູງ 2-6 ແມັດ, ເປືອກຕົ້ນລຽບ, ມີສີເທົານວນ, ດ້ານໃນເນື້ອໄມ້ມີວົງປີເປັນສີນໍ້າຕານແດງເຂັ້ມຈໍານວນຫຼາຍຊັ້ນເຫັນໄດ້ຊັດເຈນ, ຮຽງຊ້ອນກັນຢູ່ 7-9 ຊັ້ນ ຂະຫຍາຍພັນດ້ວຍວິທີການໃຊ້ແກ່ນ. ໃບເປັນໃບດ່ຽວ ອອກລຽງກົງກັນຂ້າມກັນສະລັບຕັ້ງສາກ, ລັກສະຂອງແຜ່ນໃບເປັນຮູບວົງຮີ ຫຼື ຮູບວົງຮີແກມໃບຫອກ ຫຼື ຮູບຮູບໄຂ່, ໃບກວ້າງ 2-4 ຊັງຕີແມັດ ແລະ ຍາວ 4-8 ຊັງຕີແມັດ, ປາຍໃບແຫຼມ ຫຼື ມົນ, ແຜ່ນໃບຂ້ອນຂ້າງໜາ ຫຼັງໃບລຽບເປັນມັນ, ມີສີຂຽວເຂັ້ມ. ອອກດອກເປັນຊໍ່ ແບບເປັນກະຈຸກ ຫຼື ຊໍ່ແຍກເປັນຂະແໜງສັ້ນໆ, ຕາມງ່າມໃບ ຫຼື ຕາມກິ່ງກ້ານ, ດອກມີຂະໜາດນ້ອຍ, ມີສີເຫຼືອງ ຫຼື ສີຂຽວອົມເຫຼືອງ, ດອກມີ 5 ກີບ, ມີກາບດອກ 5 ກີບ, ດອກຈະອອກໃນຊ່ວງເດືອນມັງກອນຫາເດືອນມີນາ. ໝາກມີລັກສະນະຂ້ອນຂ້າງກົມ ເປັນຮູບກະສວຍກວ້າງ ຫຼື ຮູບຮີ, ຜິວກ້ຽງ, ໂດຍໝາກອ່ອນຈະມີສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີແດງ ສີເຫຼືອງອົມສົ້ມ ແລະ ພາຍໃນໝາກມີແກ່ນ 1 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ໝາກສາມາດຮັບປະທານໄດ້.
ສັບພະຄຸນ:
- ລໍາຕົ້ນຊ່ວຍບໍາລຸງເລືອດ ດ້ວຍການໃຊ້ລໍາຕົ້ນນໍາມາຕົ້ມກັບນໍ້າດື່ມກ່ອນອາຫານມື້ລະ 1-2 ຊ້ອນຊາ ຕອນເຊົ້າ ແລະ ຕອນແລງ.
- ເຄືອຊ່ວຍບໍາລຸງຫົວໃຈ.
- ຮາກໃຊ້ຕົ້ມ ຫຼື ດອງກັບເຫຼົ້າຊ່ວຍບໍາລຸງນໍ້າເຫຼືອງ.
- ຮາກມີລົດເມົາເບື່ອຝາດ ໃຊ້ຕົ້ມ ຫຼື ດອງກັບເຫຼົ້າຊ່ວຍແກ້ລົມອໍາມະພາດ.
- ດອກຊ່ວຍແກ້ອາການບິດມູກເລືອດ.
- ຕົ້ນຊ່ວຍແກ້ນໍ້າບີພິການ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,