ເລກລຳດັບທີ: 1824
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2026-09-11
ຫົວສາມສິບ
Stemona
Stemona tuberosa Lour.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 7
Image 1
2 / 7
Image 2
3 / 7
Image 3
4 / 7
Image 4
5 / 7
Image 5
6 / 7
Image 6
7 / 7
Image 7
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໜອນຕາຍຍາກ, ປຸງຊ້າງ (Wild Asparagus)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Pandanales
ຊື່ສະກຸນ
Stemonaceae
ສະກຸນ
Stemona
ຊະນິດ
Stemona tuberosa
ຊະນິດຍ່ອຍ
Stemona tuberosa var. minor
Stemona tuberosa var. moluccana
Stemona tuberosa var. tuberosa
ຊື່ພ້ອງ
Stemona gloriosoides Voigt
ຊະນິດໃກ້ຄຽງ
ຫົວສາມສິບຜາ/ Hua Samsip Pha
ບັນຍາຍລັກສະນະທາງພືດສາດ

ພືດຊະນິດນີ້ເປັນພືດເຄືອ (ເນື້ອໄມ້ແຂງ) ຍາວຕັ້ງແຕ່ 3-6 ມ. ໂຄນຕົ້ນມີມີລັກສະນະເປັນໄມ້ ແລະ ແຂງ, ກິ່ງກ້ານມີຜິວລຽບ ແລະ ກົມມົນ ບໍ່ມີສັນ ຫຼື ຫຼ່ຽມ. ສ່ວນທີ່ຢູ່ໃຕ້ດິນຈະສ້າງຫົວ ແລະ ຮາກ ທີ່ມີລັກສະນະອວບນ້ຳ ແລະ ເປັນຊົງກະບອກ. ໂດຍຫົວຈະມີຂະໜາດໃຫຍ່ເປັນພິເສດ, ຮາກຍາວ 15-27 ຊມ ແລະ ກວ້າງພຽງ 2-3 ຊມ. ແລະ ມີສີຄີມ.

ໃບອອກຮຽງກົງກັນຂ້າມກັນຕາມລຳຕົ້ນ, ຮູບໄຂ່ກວ້າງຈົນຮອດຮູບຫອກ, ຂະໜາດຄວາມຍາວ 10-25 ຊມ. ແລະ ກວ້າງ 5-15 ຊມ.ປາຍໃບຮຽວແຫຼມ, ໂຄນໃບເວົ້າເປັນຮູບຫົວໃຈບໍລິເວນທີ່ເຊື່ອຕໍ່ກັບກ້ານໃບ, ແຜ່ນໃບບາງຄ້າຍກະດາດ ແລະ ມັນເງົາ, ຂອບໃບເປັນຄື້ນເລັກນ້ອຍ (ບໍ່ລຽບ). ມີເສັນກ່າງກາງໃບຊັດເຈນຈຳນວນ 7-13 ເສັ້ນ ແຜ່ອອກຈາກໂຄນໃບ. ກ້ານໃບຍາວ 6-10 ຊມ.

ຊໍ່ດອກແບບກະຈະຂະໜາດນ້ອຍ ອອກບໍລິເວນງ່າມໃບ. ແຕ່ລະຊໍ່ມີດອກຍ່ອຍພຽງ 1-3 ດອກ ຈັບຕາມກ້ານຊໍ່ດອກທີຍາວ 3-8 ຊມ. ກີບລວມ (perianth ເຊິ່ງໝາຍເຖິ່ງກີບດອກ ແລະ ກາບດອກທີ່ມີລັກສະນະຄ້າຍກັນຈົນບໍ່ສາມາດແຍກໄດ້) ມີຂະໜາດໃກ້ຄຽງກັນ, ຮູບຫອກ, ຍາວ ແລະ ແຄບ ໂດຍມີຄວາມຍາວ 3,5-7,5 ຊມ ແລະ ກວ້າງພຽງ 0,7-1 ຊມ., ສີຂຽວອອ່ນ ແລະ ມີເສັ້ນສີມ່ວງຫຼາຍເສັ້ນພາດຜ່ານ, ໂຄງສ້າງຂະໜາດນ້ອຍຄ້າຍໃບທີ່ຢູ່ບໍລິເວນໂຄນດອກຍ່ອຍ (ໃບປະດັບ) ມີຮູບຫອກຍາວ 0,5-1 ຊມ ແລະ ມີສີຂຽວອ່ອນ ພ້ອມກັບເສັ້ນສີມ່ວງຄືກັນ. ເກສອນເພດຜູ້ຕັ້ງຊື່ ຕິດບໍລິເວນຂອງວົງໂຄນກີບລວມ, ກ້ານລະອຽງເກສອນແຍກກັນອິດສະຫຼະ ສີແດງ, ດ້ານນ້າມີຮ່ອງເລິກ, ຂອບແສກມົນ. ຖົງລະອອງເກສອນຈັບບໍລິເວນໂຄນ ແລະ ມີຢາງຍືນເຂົ້າຫາດ້ານໃນ (ດ້ານທີ່ຫັນຫາແກ່ນກາງດອກ) ສ່ວນທີ່ເຊື່ອຕໍ່ກັບຖົງລະອອງເກສອນ ( connective) ຍື່ນອກກໄປມີລັກສະນະຄ້າຍກີບລວມ ຮູບແຖບປົນຮູບຫອກ ແລະ ມີສີຂຽວ.

ໝາກເປັນແບບຝັກ (ຝັກແຫ້ງຈະແຕກອອກເມື່ອແກ່), ຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 3,2-5,5 ຊມ ແລະ ກວ້າງ 1,5-2,5 ຊມ, ໝາກມີລັກສະນະແປ ແທນທີ່ຈະກົມ.

ແຫຼ່ງທີ່ມາ: [1], [2], [3]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Assam, Bangladesh, Cambodia, China South-Central, China Southeast, Hainan, India, Laos, Lesser Sunda Is., Maluku, Myanmar, New Guinea, Philippines, Sri Lanka, Taiwan, Thailand, Vietnam. [4]

Global distribution of Stemona tuberosa between 1857 to 2026. Source: [5]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້

ການບັນທຶກແຫຼ່ງນິເວດວິທະຍາຈາກ GBIF ມີການລະບຸດພົບພືດຊະນິດໃນ ແຂວງຈຳປາສັກ (ມ. ປະທຸມພອນ) [5], ແລະ ເອກະສານເພີ່ມເຕີມຈາກບັນຊີລາຍຊື່ພືດຂອງລາວ ມີການຍືນຍັນການພົບເຫັນພືດຊະນິດນີ້ໃນແຂວງຫຼວງພະບາງ.[6].

ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າປະສົມປ່ຽນໃບ, ປ່າໂຄກ, ປ່າໄມ້ປ່ອງ, ຜາ

ພົບເຫັນຕາມແຄມປ່າ, ໃນບໍລິເວນທີ່ມີພຸ່ມໄມ້ໜາແໜ້ນ, ຕາມເປີ້ນພູ ແລະ ແຄມທາງຍ່າງ ໃນລະດັບຄວາມສູງຈາກໜ້ານ້ຳທະເລ 300–2,300 ແມັດ [2]. ມັກຂຶ້ນຢູ່ໃນບໍລິເວນທີ່ມີຄວາມຊຸ່ມ ແລະ ຮົ່ມພື້ນຕົ້ນໄມ້ໃນປ່າເຂດຮ້ອນ ແລະ ເຂດຮ້ອນເຄິ່ງອົບອຸ່ນ [1]. ມີການບັນທຶກວ່າພົບເຫັນໃນປ່າໃບກວ້າງປະເພດຜັດໃບ ແລະ ປ່າດິບແລ້ງ (ປ່າໂຄກ) ທີ່ມີໄມ້ໄຜ່ຂຶ້ນໜາແໜ້ນ, ລວມທັງໃນປ່າດິບຊຸ່ມທີ່ຍັງສົມບູນ (ປ່າດັ້ງເດີມ), ໂດຍມັກພົບເຫັນຢູ່ຕາມພື້ນທີ່ທີ່ມີຫີນແກຣນິດ, ຫີນດານ (shale) ແລະ ໂງ່ນຫີນປູນ [7], [3].

ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
N/A

Conservation status: Based on the population status and geographic range of the species, it is classified as “Least Concern” (A1abcd; B2ab (ii, iv)). [1]

Laos List: In Laos, Stemona tuberosa is assessed as a species under pressure due to overharvesting of its tuberous roots, habitat loss, and fragmented distribution. Although not classified as nationally endangered, it is listed as Vulnerable (List I) at the local level, requiring systematic monitoring and the implementation of sustainable use measures. [8]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ຫ້າມນຳໃຊ້, ພືດເປັນຢາ, ເຄື່ອງສຳອາງ

ສະໝຸນໄພ: ຮາກຂອງພືດຊະນິດນີ້ມີຄຸນສົມບັດຕ້ານເຊື້ອແບັກທີເຣຍ ແລະ ຖືກນຳໃຊ້ໃນການປິ່ນປົວວັນນະໂລກປອດ, ພະຍາດທາງເດີນຫາຍໃຈ, ໃຊ້ເປັນຢາຂ້າເຊື້ອ ແລະ ປິ່ນປົວພະຍາດທາງລະບົບສືບພັນ. ສ່ວນຫົວໄດ້ຖືກນຳໃຊ້ມາເປັນເວລາຫຼາຍສະຕະວັດໃນການແພດພື້ນເມືອງຂອງຈີນ ແລະ ຍີ່ປຸ່ນ ເພື່ອປິ່ນປົວພະຍາດທາງເດີນຫາຍໃຈ ເຊັ່ນ: ຫຼອດລົມອັກເສບ, ໄອໄກ່ ແລະ ວັນນະໂລກ. ນອກຈາກນີ້, ຍັງມີການນຳໃຊ້ເພື່ອປິ່ນປົວຄວາມຜິດປົກກະຕິທາງຈິດ, ພະຍາດແມ່ທ້ອງໃນລຳໄສ້, ອາການໄອ ແລະ ພະຍາດດີຊ່ານ. ໃບຂອງມັນຖືກນຳໃຊ້ເພື່ອປິ່ນປົວອາການຕາບອດກາງຄືນ. ທັງຮາກ ແລະ ຫົວ ຍັງຖືກນຳໃຊ້ໃນການແພດພື້ນເມືອງເພື່ອປິ່ນປົວໄຂ້ຈັບສັ່ນ (ມາລາເລຍ), ອາການໄອຊຳເຮື້ອ ແລະ ໄຂ້ຫວັດທຳມະດາ [1]. ຮາກທີ່ມີລັກສະນະເປັນຫົວ (tuberous roots) ມີຄຸນສົມບັດຕ້ານເຊື້ອແບັກທີເຣຍ, ຕ້ານແມ່ທ້ອງກາຝາກ ແລະ ຊ່ວຍຂັບເສມຫະ. ມັນຖືກນຳໃຊ້ໃນການປິ່ນປົວອາການໄອ ແລະ ພະຍາດແມ່ທ້ອງໄສ້ເດືອນ (ascariasis) ລວມເຖິງພະຍາດແມ່ທ້ອງເຂັມໝຸດ (oxyuriasis). ນ້ຳຕົ້ມຈາກຮາກຖືກນຳໃຊ້ທາພາຍນອກເພື່ອປິ່ນປົວພະຍາດຕຸ່ມໜອງຕາມຜິວໜັງ (impetigo) ແລະ ພະຍາດຂີ້ເຮື້ອນ (scabies) [7]. ສານສະກັດຈາກຮາກ, ຫົວ ແລະ ລຳຕົ້ນ ຖືກນຳມາປຸງແຕ່ງເປັນເຄື່ອງດື່ມສຳລັບແມ່ຍິງຫຼັງເກີດລູກ ເພື່ອຊຳລະລ້າງຮ່າງກາຍ. ຮາກຫົວທີ່ຕຳແລ້ວແຊ່ນ້ຳ ຖືກນຳມາທາບໍລິເວນຜິວໜັງເພື່ອປິ່ນປົວພະຍາດຂີ້ເຮື້ອນ ແລະ ຍັງຖືກນຳໃຊ້ຢ່າງກວ້າງຂວາງໃນການປິ່ນປົວພະຍາດຜິວໜັງຊະນິດອື່ນໆ. ໃບຖືກນຳໃຊ້ໃນການແພດພື້ນເມືອງເພື່ອປິ່ນປົວບາດແຜຈາກງູກັດ. [9]

ການໃຊ້ປະໂຫຍດທາງກະສິກຳ: ນຳໃຊ້ເພື່ອປ້ອງກັນກາຝາກໃນງົວຄວາຍ, ສັດຕູພືດ ແລະ ແມງໄມ້ຕ່າງໆພາຍໃນເຮືອນ [1]. ຫົວຂອງມັນຖືກນຳໃຊ້ເພື່ອກຳຈັດເຫົາອອກຮ່າງກາຍ ແລະ ເຄື່ອງນຸ່ງຫົ່ມ [7]. ນອກຈາກນີ້, ຫົວຂອງມັນຍັງຖືກນຳໃຊ້ເປັນຢາເບື່ອປາອີກດ້ວຍ [9].

ເຄື່ອງສຳອາງ: ຮາກຂອງຕົ້ນຫົວສາມສິບຖືກນຳມາໃຊ້ເປັນແຊມພູເພື່ອ ກຳຈັດເຫົາ. [9]

ຫ້າມນຳໃຊ້: ການນຳໃຊ້ຫົວສາມສິບ ແມ່ນຖືກຫ້າມໃນປະເທດລາວ ເນື່ອງຈາກພືດຊະນິດນີ້ຖືກຈັດຢູ່ໃນບັນຊີທີ 1 (ຫາຍາກ/ໃກ້ຈະສູນພັນ/ໄດ້ຮັບການຄຸ້ມຄອງ). [8]

ທີມງານພາເຂົ້າລາວປະຕິເສດຕໍ່ການເກັບກ່ຽວ ແລະ ການນຳໃຊ້ຊະນິດພັນທີ່ລະບຸໄວ້ພາຍໃຕ້ກົດໝາຍວ່າດ້ວຍການອະນຸລັກປ່າໄມ້ ແລະ ສັດປ່າຂອງ ສ.ປ.ປ. ລາວ. ຊະນິດພັນເຫຼົ່ານີ້ແມ່ນໄດ້ຮັບການປົກປ້ອງຕາມກົດໝາຍ, ແລະ ການຂຸດຄົ້ນຈາກປະຊາກອນສັດປ່າແມ່ນຖືກຫ້າມພາຍໃຕ້ລະບຽບການແຫ່ງຊາດ.

ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ

ຊະນິດພັນໃນປ່າ:

ການຈັດການຫຼັງການເກັບກ່ຽວ ແລະ ການເກັບຮັກສາ: ຫົວຂອງພືດຊະນິດນີ້ສາມາດເກັບກ່ຽວໄດ້ຕະຫຼອດປີ, ໂດຍໄລຍະເວລາທີ່ມີການເກັບກ່ຽວຫຼາຍທີ່ສຸດແມ່ນຢູ່ໃນລະດູໃບໄມ້ຫຼົ່ນ. ຫຼັງຈາກລ້າງ ແລະ ຕັດແຕ່ງສ່ວນປາຍທັງສອງດ້ານໃຫ້ສະອາດແລ້ວ, ຫົວພືດຈະຖືກນຳໄປໜຶ້ງ ແລະ ຈາກນັ້ນນຳໄປຕາກແຫ້ງ ຫຼື ອົບໃນເຕົາອົບທີ່ອຸນຫະພູມ 50–60 ອົງສາ [7]. ສໍາລັບຫົວພືດທີ່ເກີດຕາມທໍາມະຊາດເຊິ່ງມີລົດຊາດຂົມນັ້ນ, ຈະຕ້ອງນຳໄປລ້າງໃຫ້ສະອາດດີດ້ວຍນ້ຳໄຫຼ. ເມື່ອລ້າງສະອາດແລ້ວຫົວ ແລະ ຮາກຂະໜາດໃຫຍ່ຈະຖືກຕັດແຕ່ງສ່ວນປາຍທັງສອງດ້ານເລັກນ້ອຍ, ຈາກນັ້ນນຳໄປຕົ້ມໃນນ້ຳທີ່ປະສົມເກືອເປັນເວລາ 15–20 ນາທີ. ຫົວພືດທີ່ຕົ້ມສຸກແລ້ວຈະຖືກນຳໄປຕາກແດດໄວ້ຫຼາຍມື້ຈົນກວ່າຄວາມຊຸ່ມຈະລະເຫີຍອອກໝົດ. ເມື່ອແຫ້ງດີແລ້ວ, ຫົວ ແລະ ຮາກເຫຼົ່ານັ້ນຈະຖືກນຳໄປບົດໃຫ້ເປັນຜົງ. [1]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ລິ້ງອື່ນໆ
ຜູ້ສ້າງ Factsheet
Soulivanh BOUNTHAMMY
ຜູ້ກວດສອບ Factsheet
,