ເລກລຳດັບທີ: 1805
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໜາດເລືອດ
Indian marsh fleabane
Pluchea indica (L.) Less.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ຂູ່Eng: Indian marsh fleabane
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Pluchea
ຊະນິດ
Pluchea indica
ຊະນິດຍ່ອຍ
Pluchea indica indica
Pluchea indica yemenensis
ຊື່ພ້ອງ
Baccharis indica L.
Conyza corymbosa Roxb.
Conyza foliolosa Wall. ex DC.
Conyza indica (L.) Blume ex DC.
Conyza indica var. indica
Conyza indica var. integerrima Miq.
Erigeron denticulatum Burm. f.
Erigeron denticulatus Burm.f.
Eupatorium foliolosum Wall. ex DC.
Pluchea indica subsp. indica
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາດເລືອດຈັດເປັນພັນໄມ້ຟຸ່ມຂະໜາດນ້ອຍ, ແຕກກິ່່ງກ້ານສາຂາຫຼາຍ, ລໍາຕົ້ນສູງ 0.5-2 ແມັດ, ລໍາຕົ້ນກົມເປືອກລໍາຕົ້ນລຽບເປັນສີນໍ້າຕານແດງ ຫຼື ຂຽວ, ລໍາຕົ້ນ ແລະ ກິ່ງກ້ານມີຂົນລະອຽດຂຶ້ນປົກຄຸມ, ເປັນພັນໄມ້ທີ່ມັກດິນເຂັມມີນໍ້າຂັງຕາມໜອງບຶງ, ຂະຫຍາຍພັນດ້ວຍການໃຊ້ແກ່ນ ແລະ ວິທີການປັກຊໍາ. ໃບເປັນໃບດ່ຽວອອກກົງກັນຂ້າມກັນ, ໃບມີຂະໜາດນ້ອຍ ແລະ ມີກິ່ນຂີວ, ລັກສະນະຂອງໃບເປັນຮູບໄຂ່ກັບ ຫຼື ຮູບຮີ, ປາຍໃບແຫຼມ ຫຼື ມີຕິ່ງສັ້ນໆ, ຂອບໃບຈັກເປັນຮູບແຂ້ວເລື້ອຍ ແລະ ແຫຼມ, ມີຂົນຂາວໆຂຶ້ນປົກຄຸມ, ໃບກວ້າງ 1.5-5 ຊັງຕິແມັດ ແລະ ຍາວ 2.5-9 ຊັງຕິແມັດ, ໃບມີເນື້ອຄ້າຍເຈ້ຍ. ອອກດອກເປັນຊໍ່ກົມສີຂາວ ຫຼື ສີມ່ວງ ໂດຍຈະອອກຕາມປາຍຍອດ ຫຼື ຕາມງ່າມໃບ, ດອກຂະໜາດນ້ອຍຈຳນວນຫຼາຍຊໍ່ມາຮວມກັນ, ມີລັກສະນະເປັນຝອຍສີຂາວນວນ ຫຼື ຂາວອົມມ່ວງ, ກີບຂອງດອກແບ່ງອອກເປັນວົງນອກ ແລະ ວົງໃນ, ກີບວົງນອກສັ້ນກວ່າກີບວົງໃນ. ໝາກເປັນໝາກແຫ້ງບໍ່ແຕກ, ມີລັກສະນະເປັນຮູບຊົງກະບອກຂະໜາດນ້ອຍ, ໝາກມີສັນ ຫຼື ຫຼ່ຽມ 10 ສັນ, ມີນ້ຳຢາງໃສໆ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ຍອດອ່ອນມີຣົດມັນໃຊ້ຮັບປະທານເປັນຜັກສົດກັບແຈ່ວ, ລາບ, ສ່ວນໃບອ່ອນນໍາໄປລວກໃຊ້ຮັບປະທານກັບແຈ່ວ ຫຼື ໃສ່ແກງ.
- ດອກສາມາດນໍາໄປຍໍາຮວມກັບເນື້ອສັດຕ່າງໆໄດ້.
- ໃບເມື່ອນໍາມາຕາກໃຫ້ແຫ້ງຈະມີກິ່ນຫອມຄ້າຍກິ່ນນໍ້າເຜິ້ງ ໃຊ້ມາຕົມກັບນໍ້າດື່ມ ຫຼື ຊົງເປັນຊາຈະຊ່ວຍຫຼຸດນໍ້າໜັກໄດ້.
- ໃບສົດແກ່ນໍາມາຕໍາປະສົມກັບເກືອໃຊ້ກິນຮັກສາກິ່ນປາກ ແລະ ຊ່ວຍລະງັບກິ່ນຕົວ.
ສັບພະຄຸນ:
- ໃບນໍາມາຕົ້ມກັບນໍ້າອາບຈະຊ່ວຍບໍາລຸງປະສາດ.
- ທັງຕົ້ນນໍາມາຕົ້ມກິນເປັນຢາຮັກສາພະຍາດເບົາຫວານ, ສ່ວນໃບກໍ່ໃຊ້ຊົງດື່ມເປັນນໍ້າຊາກໍ່ມີສັບພະຄຸນຊ່ວຍຮັກສາພະຍາດເບົາຫວານໄດ້ເຊັ່ນກັນ.
- ໃບໃຊ້ຊົງດື່ມແທນນໍ້າເປັນຊາມີສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ.
- ໃບ ແລະ ຮາກ ຊ່ວຍຮັກສາໄຂ້ ແລະ ຊ່ວຍຂັບເຫື່ອ.
- ໃບໃຊ້ຕົ້ມກັບນໍ້າອາບເປັນຢາບີບມົດລູກ.
- ໃບ ແລະ ຕົ້ນອ່ອນນໍາມາຕົ້ມກັບນໍ້າອາບຈະຊ່ວຍຮັກສາຫິດ ແລະ ຂີ້ກາກ.
ຄຸນຄ່າທາງໂພສະນາການຂອງຍອດ ແລະ ໃບອ່ອນໝາດເລືອດ ຕໍ່ 100 ກຼາມ.
- ພະລັງງານ 42 ແຄລໍຣີ
- ຄາໂບໄຮເດດ 9.4 ກຼາມ
- ໂປຼຕີນ 1.8 ກຼາມ
- ໄຂມັນ 0.5 ກຼາມ
- ນໍ້າ 86.0 ກຼາມ
- ວິຕາມິນເອ 3,983 ໜ່ວຍສາກົນ
- ວິຕາມິນບີ 1 0.02 ມິນລີກຼາມ
- ວິຕາມິນຊີ 30 ມິນລີກຼາມ
- ທາດເຫຼັກ 5.6 ມິນລີກຼາມ
- ທາດຟອດຟໍຣັດ 49 ມິນລີກຼາມ
- ທາດແຄວຊຽມ 256 ມິນລີກຼາມ

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,