ເລກລຳດັບທີ: 1760
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ມັນແກບ
Chinese yam
Dioscorea polystachya Turcz.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: 淮山 [huáishān]Eng: Korean yamThai: มันดำ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Dioscoreales
ຊື່ສະກຸນ
Dioscoreaceae
ສະກຸນ
Dioscorea
ຊະນິດ
Dioscorea polystachya
ບັນຍາຍລັກສະນະທາງພືດສາດ
ເປັນພືດເຄືອແຕ່ມີຫົວໃຕ້ດິນທີ່ເປັນແທ້ງຍາວລົງພື້ນດິນ, ຫົວຈະເປັນສີເຫືຼອງອ່ອນທາງດ້ານນອກ, ດ້ານໃນຈະເປັນສີຂາວ, ດ້ານນອກມີຮາກຝອຍອອກມາຈຳນວນຫຼາຍ. ເຄືອເລືອຂື້ນຕາມຕົ້ນໄມ້ອື່ນ, ເປືອກສີຂຽວອົມສີມ່ວງແດງບາງຄັ້ງ, ກ້ຽງ. ມີຫົວນ້ອຍເກິດຕາມຊອກໃບ, ຫົວໜ້ອຍຈະເປັນຫົວມົນກົມ. ໃບຈັບກົງກັນຂ້າມ, ບາງຄັ້ງກໍ່ຈັບກ້ານລະ 3 ໃບ. ກ້ານໃບຍາວ 2-3 ຊມ, ແຜ່ນໃບແຫ້ງຈະເປັນສີເທົາ, ໃບອ່ອນຈະເປັນສີຂຽວ, ແຜ່ນໃບຮູບໄຂ່ ເປັນສາມຫຼ່ຽມ ຫຼື ເປັນຮູບງ່ຽງ. ໂດຍທົ່ວໄປຈະເປັນ 3 ແສກ, ຄວາມຍາວ ແລະ ຄວາມກ້ວາງຂອງໃບເກືອບເທົ່າກັນ ຂະໜາດ 3-7(16) x 2-7(1ຼ4) ຊມ, ແຜ່ນໃບໜາຄ້າຍໜັງ, ກ້ຽງ, ມີເສັ້ນໃບອອກຈາກກົກໃບ 5 ເສັ້ນ 1-2 ເສັ້ນແມ່ນອອກຈາກແສກຂ້າງ, ໂຄນໃບເປັນຮູບຫົວໃຈ ຫຼື ຮູບຕັດ, ປາຍໃບແຫຼມ, ແສກຂ້າງເປັນຮູບເຄີ່ງວົງມົນ. ຊໍ່ດອກຜູ້ຮຽວຍາວ 2-8 ອັນ, ຕັ້ງຊື່ຂື້ນ, ກ້ານຊໍ້ຊິກແສກ, ດອກມີໃບປະດັບນ້ອຍໆສາມຫຼ່ຽມຂະໜາດ 1 ມມ, ກິບ ແລະ ກາບດອກເປັນສີເຫຼືອງມີສີມ່ວງເປັນຈຸດ, ແສກດ້ານນອກເປັນຮູບໄຂ່, 1.2-2 x 0.6-1 ມມ, ດ້ານໃບເປັນຮູບໄຂ່, ນ້ອຍກວ່າດ້ານນອກ. ເກສອນເພດຜູ້ ມີ 6 ອັນ. ດອກເພດແມ່ ເປັນຊໍ່ດຽວໆ ຫຼື 2-3 ຊໍ່ດອກ. ໝາກເປັນຮູບເປັນຫຼ່ຽມມົນ, ປິກກວ້າ 6-16 ມມ. ເມັດແມ່ນຢູ່ໃຈກາງຂອງແຕ່ລະປິກ.

ນິເວດວິທະຍາ: ເປັນພືດທີ່ມີການຈະເລີນເຕິບໂຕໃນຊ່ວງລະດູຝົນ ຈະປົ່ງເຄືອອອກຈາກຫົວທີ່ມີຢູ່ໃຕ້ດິນ, ເປັນເຄືອຍາວອອກ. ມັກຈະເກິດດອກໃນຊ່ວງເດືອນກໍລະກົດ ຈະເປັນໝາກແກ່ໃນຊ່ວງເດືອນ ພະຈິກ, ເປັນພືດທີ່ມັກເກິດຕາມແຄມປ່າເລົ່າ, ຫຼື ປ່າທີ່ຂ້ອນຂ້າງໂລ່ງແຈ້ງ, ເປັນພືດທີ່ມີການຂະຫຍາຍພັນໂດຍຫົວ ແລະ ແກ່ນທີ່ແກ່ແລ້ວປິ້ວໄປຕາມອາກາດແລ້ວໄປຕົກບໍລິເວນໃກ້ຄຽງ. ສະພາບການອະນຸລັກ: ເປັນພືດທີ່ຍັງບໍ່ທັນມີການຄຸ້ມຄອງ ເພາະພົບໄດ້ທົ່ວໄປຕາມປ່າເລົ່າທຳມະຊາດ, ເປັນພືດທີ່ເກິດຕາມທຳມະຊາດ, ແຕ່ສາມາດນຳເອົາຫົວມາປູກໄດ້, ແຕ່ປະຈຸບັນໄດ້ມີການເກັບກູ້ຫຼາຍພໍສົມຄວນເຮັດໃຫ້ກາຍເປັນພືດທີ່ເລີ່ມຫາຍາກໃນອານາຄົດຖ້າຫາກບໍ່ມີການຄວບຄູມການສົ່ງອອກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ມັນແກບກໍ່ນຳໃຊ້ເຊັ່ນດຽວກັບມັນປູກ, ໂດຍການນຳເອົາມາຂູດເປືອກອອກແລ້ວກໍ່ນຳເອົາໄປລ້າງໃຫ້ສະອາດ ແລ້ວຕໍ່ມາກໍ່ເອົາໄປໜື້ງ ຫຼື ເຮັດຕົ້ມຫວານໂດຍເອົາກະທິໝາກພ້າວ ແລະ ນ້ຳຕານໃສ່ລົງໄປ. ແຕ່ໃນປະເທດຈິນໄດ້ນຳເອົາມາເຮັດເປັນແປ້ງ ເຊິ່ງເຂົາເຈົ້າໄດ້ປູກເປັນສວນເພື່ອສົ່ງເຂົ້າໂຮງງານຜະລິດແປ້ງເຮັດເຂົ້າໜົມ ແລະ ກະແລມ, ເຊິ່ງເປັນຄວາມນິຍົມຂອງຊາວຈິນ ແລະ ຫວຽດນາມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,