ເລກລຳດັບທີ: 1759
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-11

ຕົ້ນແກງແຊງ
Cananga Tree

Cananga brandisiana (Pierre) I.M.Turner


ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

1 / 1
Image 1


ຊື່ທ້ອງຖີ່ນ:
Lao: ແກງແຊງ, ແຕງແຊງThai: ສະແກແສງVietnam: cây tai nghe, thôm shui, sư tây.

ຊື່ພ້ອງ :
Canangium latifolium (Hook.f. & Thomson) Pierre ex Ridl.

ຊື່ສະກຸນ:
Annonaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຕົ້ນແກງແຊງເປັນໄມ້ຢືນຕົ້ນປ່ຽນໃບໃນລະດູແລ້ງ, ແຕກກິ່ງງ່າສາຂາຢູ່ເຮືອນຍອດຂອງຕົ້ນ, ລໍາຕົ້ນມີລັກສະນະຕັ້ງຊື່, ມີຄວາມສູງໄດ້ 15-20 ແມັດ, ເປືອກຕົ້ນເປັນສີເທົາ ຫຼື ສີນໍ້າຕານອົມເທົາ, ຂະຫາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບດ່ຽວອອກລຽງສະລັບກັນໄປຕາມຂໍ້ຂອງລໍາຕົ້ນ, ລັກສະນະໃບເປັນຮູບມົນ ຫຼື ຂ້ອນຂ້າງກົມ, ປາຍໃບມົນ ແລະ ມີຕິ່ງແຫຼມສັ້ນໆ, ຂອບໃບລຽບ, ໃບກວ້າງ 7-12 ຊັງຕິແມັດ ແລະ ຍາວ 10-18 ຊັງຕິແມັດ, ແຜ່ນໃບເປັນສີຂຽວ ຫຼັງໃບມີສີເຂັ້ມກວ່າທ້ອງໃບ ແລະ ມີຂົນປົກຄຸມ. ດອກອອກດອກເປັນດອກດ່ຽວ ຫຼື ອອກເປັນກະຈຸກຕາມງ່າມໃບ, ດອກຫ້ອຍລົງ, ຊໍ່ລະປະມານ 2-3 ດອກ, ດອກມີກິ່ນຫອມອ່ອນໆ, ດອກອ່ອນເປັນສີຂຽວເມື່ອບານຈະປ່ຽນເປັນສີຂຽວອົມເຫຼືອງ, ມີໃບປະດັບເປັນຮູບຮີ, ກີບດອກມີຢູ່ 6 ກີບ ແລະ ແບ່ງອອກເປັນ 2 ຊັ້ນ, ຊັ້ນລະ 3 ກີບ, ກາບດອກມີ 3 ກາບ. ອອກໝາກເປັນກຸ່ມ, ມີໝາກຍ່ອຍປະມານ 20-25 ໝາກ, ລັກສະນະໝາກເປັນຮູບກົມຮີ, ໝາກອ່ອນເປັນສີຂຽວ, ເມື່ອສຸກແລ້ວຈະປ່ຽນເປັນສີມ່ວງດໍາ ຫຼື ສີດໍາ, ພາຍໃນໝາກມີແກ່ນຈໍານວນຫຼາຍ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ
ສິ່ງປູກສ້າງ

ບັນຍາຍການນຳໃຊ້:

ປະໂຫຍດ:

   - ໃຊ້ປູກເປັນໄມ້ປະດັບທົ່ວໄປເພາະເປັນໄມ້ທີ່ໃຫຍ່ໄວ, ດອກມີກິ່ນຫອມ.

   - ເນື້ອໄມ້ແກງແຊງເປັນສີເທົາ, ອ່ອນ, ສາມາດຕົກແຕ່ງງ່າຍນິຍົມນໍາມາເຮັດເປັນຫີບ, ຂອງຫຼິ້ນເດັກນ້ອຍ, ນອກນີ້ຍັງໃຊ້ປະກອບການກໍ່ສ້າງຊົ່ວຄາວເຊັ່ນ: ເຮັດກະດານແບບ, ແບບເສົາ ແລະ ອື່ນໆ.

ສັບພະຄຸນ:

   - ທັງຕົ້ນໃຊ້ເປັນຢາແກ້ພິດໄຂ້.

   - ເນື້ອໄມ້ ແລະ ຮາກ ໃຊ້ປຸງເປັນຢາແກ້ພະຍາດຜິວໜັງ.

   - ໃບນໍາມາສຸມກັບໄຟຣົມຂ່າພະຍາດຜິວໜັງເລື້ອລັງ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Medthai. 2017. ສະແກແສງ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນສະແກແສງ 8 ຂໍ້.
ກົມອຸທະຍານແຫ່ງຊາດສັດປ່າ ແລະ ພັນພືດ. 2012. ຄູ່ມືເລືອກພັນໄມ້ເພື່ອປູກປ່າປ້ອງກັນອຸທົກກະໄພ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ. ປະເທດໄທ. ໜ້າ 96.
ຖານຂໍ້ມູນພັນໄມ້ອົງການສວນພຶດສາດ. 2013. Cananga latifolia (Hook.f. & Thomson) Finet & Gagnep. ຖານຂໍ້ມູນພືດສາດ. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: