ເລກລຳດັບທີ: 1757
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ມັນພ້າວມ່ວງ
Purple yam
Dioscorea alata L.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Eng: Greater yam, Ube, White yamThai: มันเสีย มันทู่ มันเลือดนก
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Dioscoreales
ຊື່ສະກຸນ
Dioscoreaceae
ສະກຸນ
Dioscorea
ຊະນິດ
Dioscorea alata
ຊື່ພ້ອງ
Dioscorea aculeata Wight
Dioscorea alata var. globosa (Roxb.) Prain
Dioscorea alata var. purpurea (Roxb.) A.Pouchet
Dioscorea alata var. tarri Prain & Burkill
Dioscorea alata var. vera Prain & Burkill
Dioscorea atropurpurea Roxb.
Dioscorea colocasiifolia Pax
Dioscorea eburina Lour.
Dioscorea eburnea Lour.
Dioscorea globosa Roxb.
Dioscorea javanica Queva
Dioscorea purpurea Roxb.
Dioscorea rubella Roxb.
Dioscorea sapinii De Wild.
Dioscorea vulgaris Miq.
Elephantodon eburnea (Lour.) Salisb.
Polynome alata (L.) Salisb.
Rajania flexuosa Bello, 1883
ບັນຍາຍລັກສະນະທາງພືດສາດ
ເປັນພືດເຄືອທີ່ມີຫົວໃຕ້ດິນ. ຫົວຮູບຊົງກະບອກ, ຜິວດ້ານນອກເປັນສີນ້ຳຕານ ຫຼື ສີດຳ, ດ້ານໃນເປັນສີມ່ວງປົນສີຂາວ. ລຳຕົ້ນເປັນເຄືອຍາວ, ເປັນຫຼ່ຽມ. ໃບດ່ຽວຈັບກົງກັນຂ້າງ, ແຜ່ນໃບຮູບຂອບຂະໜານແກມຮູບໄຂ່ກວ້າງ 6-15 ຊມ, ຍາວ 8-22 ຊມ. ໂຄນໃບວ້ຳເປັນຮູບຫົວໃຈ ຫຼື ຮູບຕັດ, ຂອບໃບລຽບ, ປາຍໃບແຫຼມ. ດອກອອກຕາມງ່າມໃບ ດອກຜູ້ ແລະ ດອກແມ່ຢູ່ຕ່າງຕົ້ນກັນ. ດອກຜູ້ອອກເປັນຊໍ່ຍາວ 15-25 ຊມ. ກ້ານຊໍ່ສີຂຽວບໍ່ມີຂົນ. ກີບດອກມີ 6 ອັນ ລຽງເປັນສອງຊັ້ນ. ເກສອນຜູ້ 6 ອັນ. ດອກແມ່ອອກເປັນຊໍ່, ກ້ານດອກສັ້ນ, ແຕ່ລະຊໍ່ມີ 6-14 ດອກ, ກີບດອກຄືກັນກັບດອກຜູ້. ເຕົ້າໄຂ່ມີ 3 ຫ້ອງ, ປາຍທໍ່ເຕົ້າໄຂ່ມີ 3 ແສກ. ໝາກມີປີກໂຄ້ງເປັນຮູບເຄິ່ງວົງມົນກົມ 3 ປີກກວ້າງ, ປາຍວ້ຳເລັກນ້ອຍ, ໂຄນກົມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຫົວໃຕ້ດິນແມ່ນນຳໃຊ້ເປັນອາຫານມາດົນນານແລ້ວ ໂດຍສະເພາະແມ່ນສາມາດກີນແທນເຂົ້າໄດ້. ພໍ່ແມ່ປະຊາຊົນທ້ອງຖີ່ນມັກປູກໃສ່ຕາມແຈໄຮ່ເຂົ້າແຈສວນ ແລະ ເກັບກູ້ເມື່ອຫຼັງຈາກກ່ຽວເຂົ້າແລ້ວ. ຂຸດເອົາຫົວມາໜື້ງ ຫຼື ໝົກໄຟໃນຍາມໜາວ. ຫົວເປັນສີມ່ວງມັນນໍາມາປຸງແຕ່ງເປັນສີຂອງເຄັກ ແລະ ເຂົ້າໜົມ. ສາມາດແປຮູບເຮັດໄດ້ຫຼາຍຢ່າງ. ນອກນັ້ນຍັງມີສັບພະຄຸນເປັນຢາຮັກສາພະຍາດລິດສິດວງທະວານໜັກ, ຮັບປະທານຫຼັງດີໄຂ້ເພື່ອຟື້ນຟູຮ່າງກາຍ, ຮັກສາພະຍາດໝາກໄຂ່ຫຼັງ ແລະ ມ້າມອັບເສບ. ຮາກຍັງສາມາດນໍາມາຕົ້ມເພື່ອເປັນສ່ວນປະສົມຂອງຢາຮັກສາພະຍາດວັນນະໂລກ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,