ຫົວດູກເດືອນົກ
Kraus's Voodoo Lily
Amorphophallus krausei Engl.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
Amorphophallus sutepensis Gagnep.
Amorphophallus ximengensis H.Li
Amorphophallus zengianus C.L.Long & H.Li
ນິເວດວິທະຍາ
ການນຳໃຊ້
ພືດເປັນຢາ
ຫົວນຳໄປແກງໃສ່ຊີ້ນໄກ່, ເປັດ ຫຼື ໝູ. ນຳໄປໜື້ງກັບແຈ່ວ ຫຼື ເອາະອ່ອມຕ່າງໆ. ເຮັດເປັນເຂົ້າໜົມຫວານໃສ່ໝາກພ້າວ ແລະ ນ້ຳຕານ. ນອກນັ້ນຍັງນ້ຳມາແປຮູບເປັນແປ້ງ ແລະ ວຸ້ນບຸກ. ກ້ານໃບ ແລະ ກ້ານດອກອ່ອນນຳມາປຸງແຕ່ງເປັນອາຫານໃນຫຼາຍປະເພດ.
ດຸກເດືອເປັນພືດອາຫານ, ຢາພື້ນເມືອງທີ່ຮູ້ຈັກ ແລະ ນິຍົມຢ່າງກວ້າງຂວາງ, ໂດຍສະເພາະຊາວຍີ່ປຸ່ນ ແລະ ຈີນນິຍົມປຸງແຕ່ງເປັນອາຫານເພື່ອສຸຂະພາບມານານນັບຮ້ອຍປີ, ມີການຄັດເລືຶຶອກສາຍພັນ ແລະ ປູກເປັນການຄ້າເພື່ອຮອງຮັບອຸດສາຫະກຳແປຮູບອາຫານສຸຂະພາບ ສຳລັບບໍລິໂພກ, ໂດຍຄົນຍີ່ປຸ່ນ ເປັນຜູ້ຜະລິດລາຍໃຫຍ່ສົ່ງຂາຍອອກສະຫະລັດອາເມລິກາ ແລະ ເອິລົບ ເອີ້ນຊື່ທາງການຄ້າວ່າ: ຄອນນິຍາກຸ (Konnyaku). ສ່ວນປະເທດຈີນກໍ່ບໍລິໂພກດຸກເດືອເປັນອາຫານມານານເຊັ່ນດ່ຽວກັນ, ໃນປະຈຸບັນຈີນມີໂຮງງານອຸດສາຫະກຳແປຮູບອາຫານທີ່ເຮັດຈາກດຸກເດືອຢູ່ປະມານ 2000 ແຫ່ງ, ສ່ວນໃຫຍ່ເຮັດເປັນຜະລິດຕະພັນອາຫານ ແລະ ເຂົ້ານົມໂດຍສະເພາະແມ່ນເຍລລີ່ ແລະ ແປ້ງດຸກເດືອເຊີ່ງນຳໄປປະສົມກັບຜະລິດຕະພັນອາຫານຊະນິດອື່ນ. ສຳລັບຄົນໄທດຸກເດືອເປັນພືດຜັກພື້ນເມືອງ ໃນຊົນນະບົດນິຍົມເອົາມາປູກເພື່ອນຳໃຊ້ເປັນອາຫານ ແລະ ເຂົ້າໜົມ ຕັ້ງແຕ່ອາດິດເຖິງປະຈຸບັນ ໂດຍໃຊ້ພາຍໃນຄອບຄົວ ແລະ ສົ່ງຂາຍຕາມຕະຫຼາດທ້ອງຖີ່ນ. ໂດຍກິນທັ້ງຫົວໃຕ້ດີນ ແລະ ລຳກ້ານອ່ອນ ແລະ ກ້ານດອກອ່ອນ. ສຳລັບຫົວໃຕ້ດີນກ່ອນນຳມາບໍລິໂພກຄວນຕົ້ມ ຫຼື ໜື້ງໃຫ້ສຸກ ຫຼື ແຍກເອົາສະເພາະເນື້ອໃນຫົວມາປຸງແຕ່ງເປັນອາຫານ. ລຳກ້ານອ່ອນນຳມາປຸງແຕ່ງເປັນອາຫານຄືກັບຜັກ ຫຼື ບອນເຜືອກທົ່ວໄປ, ໂດຍເຮັດແກງສົ້ມ ຫຼື ແກງເຜັດ, ສ່ວນດອກນິຍົມນຳມາຕົ້ມກິນກັບແຈ່ວ. ຕາມຕຳລາຢາພື້ນເມືອງຕັ້ງແຕ່ບູນຮານໄດ້ນຳສ່ວນຕ່າງໆຂອງດຸກເດືອມາໃຊ້ເປັນຢາພື້ນເມືອງຮັກສາພະຍາດຫຼາຍຢ່າງ. ໃນປະຈຸບັນພົບວ່າຫົວດຸກເດືອມີສານປະກອບທີ່ສຳຄັນເຊັ່ນ: ກູລໂຄແມນແນນ ເປັນສານປະເພດຄາໂບໄຮເດດ ເຊິ່ງປະກອບດ້ວຍກູໂກສ, ແມນໂນສ ແລະ ຟູກໂຕສ, ມີລັກສະນະເມືອກ ເຮັດໃຫ້ຊ່ວຍດູດຊືມຈາກທາງເດີນອາຫານໄດ້ດີ. ດັ່ງນັ້ນຈື່ງນິຍົມໃຊ້ວຸ້ນໃນຫົວບຸກເປັນອາຫານສຳລັບເປັນພະຍາດເບົາຫວານ, ພະຍາດໄຂມັນໃນເລືອດສູງ ແລະ ຊ່ວຍໃນການຂັບຖ່າຍໄດ້ສະດວກ.
ຄູນຄ່າທາງດ້ານຢາພື້ນເມືອງ (Traditional medicine)
ຫົວ: ໃຊ້ເປັນຢາບໍາລຸງທາດ, ຂັບລົມ, ແກ້ບິດ ແກ້ພະຍາດໄຂຂໍ້ອັບເສບ, ບຳລຸງກຳລັງ ແກ້ລິດສະດວງທະວານໜັກ.
ຫົວສົດ: ໃຊ້ຂັບເສມຫະ, ເມືອກເປັນນ້ຳມັນໃສ່ບາດແຜ, ກັດຝີໜອງ ແລະ ໃຊ້ເປັນຢາພອກໄດ້ດ້ວຍ. ນອກຈາກນີ້ຍັງນຳໃຊ້ຫົວຕົ້ມປະສົມກັບຢາງນ່ອງໄວ້ໃຊ້ລ່າສັດປ່າຂອງຄົນພື້ນເມືອງ.
ຮາກ: ໃຊ້ພອກຝີ, ຂັບປະຈຳເດືອນ ແລະ ໃຊ້ແກ້ລິດສີດວງທະວານໜັກ.
ຂໍ້ຄວນລະວັງ: ເນື່ອງຈາກດຸກເດືອມີສານຊະນິດໜື່ງທີ່ເຮັດໃຫ້ເກີດອາການແພ້ ແລະ ຄັນຕາມຜິວໜັງຄື ແຄລຊຽມອອກຊາເລດ ມີລັກສະນະເປັນຜືກຮູບເຂັມ ມີຫຼາຍໃນເນື້ອຂອງຫົວດຸກເດືອ ດັ່ງນັ້ນ ເພື່ອປ້ອງກັນອາການແພ້ຄັນເຫຼົ້ານີ້ກ່ອນບໍລິໂພກຄວນເຮັດໃຫ້ສຸກກ່ອນ.
ໂພຊະນາການ
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
Wu, Z. & Raven, P.H. (eds.). 2010. Flora of China 23: 1-515. Missouri Botanical Garden Press, St. Louis. [Cited as Amorphophallus krausei.]
Boyce, P.C., Sookchaloem, D., Hetterscheid, W.L.A., Gusman, G., Jacobsen, N., Idei, T. & Nguyen, V.D. 2012. Flora of Thailand 11(2): 101-325. The Forest Herbarium, National Park, Wildlife and Plant Conservation Department, Bangkok.