ເລກລຳດັບທີ: 1694
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-11
ກ້ານກາມນໍ້າ
Sea holly
Acanthus ebracteatus Vahl
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ຊື່ທ້ອງຖີ່ນ:
Lao: ກ້ານກາມນໍ້າThai: ເຫງືອກປາໝໍEng: Sea holly, Thistleplike plan
ຊື່ພ້ອງ
:
Acanthus ilicifolius Lour.
Acanthus ilicifolius var. ebracteatus (Vahl) Benoist
Dilivaria ebracteata (Vahl) Pers
Acanthus ilicifolius var. ebracteatus (Vahl) Benoist
Dilivaria ebracteata (Vahl) Pers
ຊື່ສະກຸນ:
Acanthaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ຕົ້ນເຫງືອກປາໝໍ່ຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ລໍາຕົ້ນແຂງ, ມີໜາມຢູ່ຕາມຂໍ້ຂອງລໍາຕົ້ນ, ຂໍ້ລະ 4 ໜາມ, ລໍາຕົ້ນກົມ, ຕັ້ງຊື່, ມີສີຂາວອົມຂຽວ. ໃບເປັນໃບດ່ຽວ, ລັກສະນະຂອງໃບມີໜາມແຫຼມຢູ່ຂອບໃບ ແລະ ປາຍໃບ, ຂອບໃບເວົ້າເປັນໄລຍະ, ຜິວໃບລຽບເປັນມັນ, ແຜ່ນໃບສີຂຽວ, ເສັ້ນໃບສີຂາວ, ໃບກວ້າງ 4-7 ຊັງຕິແມັດ ແລະ ຍາວ 10-20 ຊັງຕິແມັດ, ໃບຈະເກີດເປັນຄູ່ກົງກັນຂ້າມກັນ. ອອກດອກເປັນຊໍ່ຕັ້ງຕາມປາຍຍອດ, ດອກເປັນສີຂາວ, ຢູ່ດອກມີກີບຮອງດອກມີ 4 ກີບ, ກີບແຍກຈາກກັນ, ບໍລິເວນກາງດອກຈະມີເກສອນຜູ້ ແລະ ແມ່ຢູ່. ໝາກມີລັກສະນະເປັນຝັກສີນໍ້າຕານ, ຝັກມີລັກສະນະເປັນຊົງກະບອກ, ຮູບໄຂ່ ຫຼື ກົມຮີ, ເປືອກຝັກເປັນສີນໍ້າຕານ, ໃນຝັກມີແກ່ນ 4 ແກ່ນ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ
ບັນຍາຍການນຳໃຊ້:
ປະໂຫຍດ ແລະ ສັບພະຄຸນ:
- ຮາກມີສັບພະຄຸນເປັນຢາບໍາລຸງປະສາດ.
- ທັງຕົ້ນຊ່ວຍລະບົບຍ່ອຍອາຫານອາຫານ.
- ທັງຕົ້ນຊ່ວຍຕ້ານພະຍາດມະເຮັງ.
- ຮາກຊ່ວຍແກ້ ແລະ ບັນເທົາອາການໄອ, ຫຼື ຈະໃຊ້ແກ່ນນໍາມາຕົ້ມດື່ມແກ້ອາການໄອກໍ່ໄດ້.
- ຕົ້ນຊ່ວຍຮັກສາພະຍາດວັນນະໂລກ.
- ທັງຕົ້ນຊ່ວຍແກ້ປະຈໍາເດືອນບໍ່ປົກກະຕິຂອງແມ່ຍິງ, ດ້ວຍການໃຊ້ທັງຕົ້ນນໍາມາຕົ້ນນໍາມາຕໍາປະສົມກັບນໍ້າເຜິ້ງນໍ້າມັນງາ.
- ທັ້ງຕົ້ນຊ່ວຍຮັກສາພະຍາດຜິວໜັງ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
1) ຮັກສາພະຍາດຜິວໜັງ, ແຜພຸພອງ ໂດຍໃຊ້ທັງຕົ້ນ 3-4 ກໍາມື, ລ້າງໃຫ້ສະອາດ, ຕັດໃຫ້ເປັນຕ້ອນນໍາໄປຕົ້ມນໍ້າແລ້ວໃຊ້ອາບເຊົ້າ-ແລງ, ເປັນເວລາ 1 ອາທິດ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Medthai. 2017. ເຫງືອກປາໝໍ ສັບພະຄຸນ ແລະ ປະໂຫຍດຂອງເຫງືອກປາໝໍ 54 ຂໍ້.
ໂຊຕິອະນັນ ແລະ ຄະນະ. 2007. ຮັກສາພະຍາດດ້ວຍສະໝຸນໄພໃກ້ໂຕ. The knowledge Center. Thailand. Pages 424-426. ISBN 978-974-8371-95-5.
Taksanee Mahasiripanth, Sanya Hokputsa, Somchai Niruthisard, Parvapan Bhattarakosol, and Suthiluk Patumraj. 2012. Effects of Acanthus ebracteatus Vahl on tumor angiogenesis and on tumor growth in nude mice implanted with cervical cancer. Cancer Management and Research. US National Library of Medicine, National Institutes of Health. Pages 269-279.
S Surya, N Hari. 2017. Identification of medicinal mangrove Acanthus ebracteatus Vahl., morphological, phytochemical and DNA barcoding methods. International Journal of Pharmaceutical Science and Research. Volume 2. Pages 1-6. ISSN 2455-4685.
Jutamas Somchaichana, Tanom Bunaprasert and Suthiluk Patumraj. 2012. Acanthus ebracteatus Vahl. Ethanol Extract Enhancement of the Efficacy of the Collagen Scaffold in Wound Closure: A Study in a Full-Thickness-Wound Mouse Model. Journal of Biomedicine and Biotechnology.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: