ເລກລຳດັບທີ: 1683
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2024-10-15
ຂຽດໂມ້
Asian Grass Frog
Fejervarya limnocharis (Gravenhorst, 1829)
ສັດ
ສັດເລືອຄານ
ສັດເຄິ່ງບົກເຄິ່ງນ້ຳ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຂຽດອີ່ໂມ້, ຂຽດແມ່ໂມ້ (Common Pond Frog, Field Frog, Grass Frog, Indian Rice Frog, Boie's Wart Frog)
ອະນຸກົມວິຖານ
ຊື່ສະກຸນ
Dicroglossidae
ຊື່ພ້ອງ
Dicroglossus limnocharis (Gravenhorst, 1829)
Euphlyctis limnocharis (Gravenhorst, 1829)
Fejervarya wasl (Annandale, 1917)
Limnonectes limnocharis (Gravenhorst, 1829)
Rana limnocharis subsp. limnocharis Gravenhorst, 1829
Rana lymnocharis Gravenhorst, 1829
Rana wasl Annandale, 1917
ຊະນິດໃກ້ຄຽງ
ຂຽດນ້ຳນອງ / Marten's puddle frog
ກົບຫອນ/ Capped frog
ຂຽດຈະນາ/ Common puddle frog
ກົບຫ້ວຍ/ Taylor's creek frog
ບັນຍາຍລັກສະນະທາງພືດສາດ
ກົບຂະໜາດກາງນີ້ມີຄວາມຍາວແຕ່ 39 ຫາ 43 ມມ. ລັກສະນະເດັ່ນທີ່ສຸດແມ່ນມີດັງເເຫຼມຍື່ນອອກມາຍາວກວ່າປາກ ນອກຈາກກນີ້, ບໍລິເວນຫວ່າງຕາມີລັກສະນະກົມ, ໃນຂະນະທີ່ສັນດັງຂອງມັນມີລັກສະນະອຽງ ແລະ ຮູກ້ວາງເລັກນ້ອຍ. ຖ້າສັງເກດຈະເຫັນວ່າໄລຍະຫ່າງລະຫວ່າງຮູດັງຈະຫຼາຍກວ່າໄລຍະຫ່າງຂອງດວງຕາຂອງ ແລະ ເປືອກຕາດ້ານເທິງກ້ວາງກ່ວາດວງຕາຂອງມັນ, ແກ້ວຫູສັງເກດໄດ້ວ່າມີຂະໜາດປະມານເຄິ່ງໜຶ່ງຫາສອງສວນໃນສາມຂອງດວງຕາ, ນິ້ວມື ແລະ ນິ້ວຕີນຂອງຂຽດມີປາຍແຫຼມ ໂດຍທີ່ນິ້ວໂປ້ມືເປັນນິ້ວທີ່ຍາວທີ່ສຸດ ແລະ ຕຸ້ມນ້ອຍໆຢູ່ໃຕ້ຂໍ້ຕໍ່ຊ່ວຍໃຫ້ກົບຈັບພື້ນໄດ້ແໜ້ນ.
ແຫຼ່ງທີ່ມາ: [4]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Bangladesh, Bhutan, Brunei Darussalam, Cambodia, India, Indonesia, Lao People's Democratic Republic, Malaysia, Myanmar, Nepal, Pakistan, Singapore, Sri Lanka, Thailand, Viet Nam.
Asian Grass Frog distribution from the last 20 years. [5]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງພາກກາງ, ເຂດສາຍພູຫຼວງຕອນລຸ່ມ, ສາຍພູຫຼວງພາກໃຕ້, ເຂດລຽບແມ່ນ້ຳຂອງພາກໃຕ້, ພູພຽງບໍລິເວນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ທົ່ງນາ, ທົ່ງຫຍ້າ, ປ່າປູກ, ເຂດຜະລິດພືດຜົນເນີນສູງ, ແຄມຝັ່ງນໍ້າ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ສວນຄົວ, ສວນສາທາລະນະ ແລະ ພື້ນທີ່ສາທາລະນະ
ຊະນິດນີ້ອາໄສຢູ່ບ່ອນເປີດແປນ ແລະ ຊຸ່ມ, ລວມທັງເຂດທົ່ງພຽງແມ່ນ້ຳຂອງ, ແລະ ເນື້ອທີ່ກະສິກຳທີ່ຖືກນໍ້າຖ້ວມເຊັ່ນ: ນາ, ຮ່ອງ, ບຶງ. ມັນຍັງສາມາດພົບເຫັນຢູ່ໃນປ່າປິດ, ສວນສາທາລະນະ, ແລະ ສວນຕ່າງໆ. ການປະສົມພັນ ແລະ ການພັດທະນາຂອງຕົວອ່ອນມັກເກີດຂຶ້ນຢູ່ໃນບ່ອນອາໄສຂອງດິນທີ່ມີຄວາມຊຸ່ມຕ່າງໆ Source: [6]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຊະນິດພັນພື້ນເມືອງຂອງ ບັງກະລາເດດ, ພູຖານ, ບູຣໄນ ດາຣູສະລາມ, ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ເນປານ, ປາກິສຖານ, ສີລັງກາ, ສິງກະໂປ, ໄທ ແລະ ຫວຽດນາມ. [5]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ຖືກລະບຸວ່າມີຄວາມກັງວົນຫນ້ອຍທີ່ສຸດເນື່ອງຈາກການແຜ່ກະຈາຍຢ່າງກວ້າງຂວາງ, ຄວາມທົນທານຕໍ່ສະພາບແວດລ້ອມຂອງທີ່ຢູ່ອາໄສ, ແລະ ຄາດວ່າມີປະຊາກອນຂະໜາດໃຫຍ່ ແລະ ມີຄວາມໝັ້ນຄົງ. [6]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ຂຽດຊະນິດນີ້ຖືກເກັບກູ້ເພື່ອບໍລິໂພກເປັນອຫານຂອງມະນຸດ
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ການຄ້າ: ພົບເຫັນຢູ່ໃນຕະຫຼາດທ້ອງຖິ່ນ ແລະ ລະດັບຊາດ [6].
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ຊະນິດນີ້ບໍ່ໄດ້ຖືກໄພຂົ່ມຂູ່ຫຼາຍ. ເຖິງຢ່າງໃດກໍ່ຕາມ ໃນບາງພື້ນທີ່ຂອບເຂດທີ່ຢູ່ອາໄສຂອງມັນ, ຍັງພົບໄພຂົ່ມຂູ່ ເຊັນ: ການນໍາໃຊ້ສານເຄມີເຂົ້າໃນດ້ານກະສິກໍາ, ໂດຍສະເພາະແມ່ນການນໍາໃຊ້ຢາປາບສັດຕູພືດ, ການລະບາຍນ້ຳເສຍຈາກທີ່ຢູ່ອາໄສ, ແລະ ໄພແຫ້ງແລ້ງທີ່ກິນເວລານານ. ຂຽດບາງໂຕໄດ້ເກີດຄວາມຜິດປົກກະຕິທາງດ້ານສັນຖານວິທະຍາ ເຊິ່ງອາດຈະກ່ຽວຂ້ອງກັບການປົນເປື່ອນກັບສານເຄມີ. ໃນປະເທດໄທ ແລະ ປະເທດລາວມີການເກັບກູ້ເພື່ອການບໍລິໂພກຫຼາຍເກີນໄປໃນທ້ອງຖິ່ນ ຖືວ່າເປັນບັນຫາທີ່ນາກັງວົນ ນອກຈາກນີ້, ໃນປະເທດລາວຍັງມີການການປ່ຽນແປງຈາກທົງນາເປັນຕົວເມືອງ ເຊິ່ງກໍໃຫ້ເກີດເປັນໄພຂົ່ມຂູ່ອີກດ້ວຍ. [6]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,