ເລກລຳດັບທີ: 1642
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ອໍ່າໄອ່ແຕກໂປະ
Dragon-of-the-world
Phyllanthus pulcher Wall. ex Müll.Arg.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ວ່ານທໍລະນີສານEng: Dragon-of-the-world
ອະນຸກົມວິຖານ
ຊື່ສະກຸນ
Phyllanthaceae
ຊື່ພ້ອງ
Diasperus pallidifolius Kuntze
Diasperus pulcher (Wall. ex Müll.Arg.) Kuntze
Epistylium glaucescens Baill.
Epistylium phyllanthoides Baill.
Epistylium pulchrum Baill.
Phyllanthus asteranthos Croizat
Phyllanthus lacerilobus Croizat
Phyllanthus pallidus Müll.Arg.
Phyllanthus zollingeri var. microphyllus Müll.Arg.
Reidia glaucescens Miq.
ບັນຍາຍລັກສະນະທາງພືດສາດ
ຕົ້ນອໍ່າໄອ່ແຕກໂປະຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມ 1-1.5 ມ, ລໍາຕົ້ນແຜ່ກິ່ງກ້ານບໍລິເວນປາຍຍອດ, ເປືອກຕົ້ນລຽບເປັນສີນໍ້າຕານ, ຂະຫຍາຍພັນດ້ວຍແກ່ນ. ໃບເປັນໃບດ່ຽວ ອອກລຽງສະລັບລະນາບດຽວກັນບໍລິເວນປາຍຍອດ, ມີໃບຍ່ອຍ 15-30 ຄູ່ໃນແຕ່ລະກິ່ງຍ່ອຍ, ລັກສະນະຂອງໃບຍ່ອຍເປັນຮູບຂອບຂະໜານບ້ຽວ ຫຼື ຮູບຂອບຂະໜານແກມຮູບໄຂ່, ໃບກວ້າງ 0.8-1.3 ຊມ ແລະ ຍາວ 1.5-2.5 ຊມ, ແຜ່ນໃບແຜ່ ແລະ ບາງ, ຫຼັງໃບເປັນສີຂຽວສ່ວນທ້ອງໃບເປັນສີເທົາແກມຂຽວ. ດອກເປັນດອກດ່ຽວສີແດງເຂັ້ມ ແລະ ເປັນແບບແຍກເພດແຕ່ຢູ່ໃນຕົ້ນດຽວກັນ, ໃບເປັນໃບປະດັບມີຂົນນຸ່ມຢູ່ຖານ, ດອກອອກຕາມງ່າມໃບ ແລະ ປາຍກິ່ງ, ມີກີບດອກ 4 ກີບ ແລະ ກາບດອກມີ 4 ກີບ. ລັກສະນະຂອງໝາກເປັນຮູບຊົງກົມ, ມີຂະໜາດ 3 ມລມ, ຜິວໝາກກ້ຽງເປັນສີນໍ້າຕານອ່ອນ ແລະ ມີກາບດອກຕິດຢູ່, ໝາກອອກເປັນແຖວຕາມກິ່ງກ້ານຢູ່ກ້ອງໃບ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ປະໂຫຍດ ແລະ ສັບພະຄຸນ:
- ຮາກ ມີລົດຈືດເຢັນ ມີສັບພະຄຸນເປັນຢາແກ້ໄຂ້ໂຕຮ້ອນ ຫຼື ຈະໃຊ້ໃບນໍາມາຕໍາໃຫ້ແຫຼກປະສົມກັບນໍ້າມວກ ຫຼື ເຫຼົ້າໃຊ້ພອກດັບພິດຮ້ອນ, ຖອນພິດໄຂ້.
- ຕົ້ນ ໃຊ້ພາຍນອກເປັນຢາລ້າງຕາ.
- ຮາກ ໃຊ້ຕົ້ມກັບນໍ້າດື່ມເປັນຢາຊ່ວຍຂັບລົມໃນລໍາໄສ້, ແກ້ທ້ອງອືດ, ທ້ອງເບັງ.
- ໃບ ຊ່ວຍແກ້ອາການເຈັບກະເພາະ.
- ໃບ ຊ່ວຍແກ້ນິ່ວໃນໄຕ.
- ຕົ້ນ ໃຊ້ເປັນຢາທາຜິວໜັງ, ແກ້ອາການອັກເສບ ແລະ ອາການຄັນ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
- ແກ້ອາກນເຈັບ, ບວມຊໍ້າ ໂດຍໃຊ້ໃບສົດປະມານ 15-30 ກຼາມ ນໍາມາຕໍາໃຫ້ລະອຽດແລ້ວປະສົມກັບເຫຼົ້າພໍປະມານ ນໍາໄປພອກ ຫຼື ທາບໍລິເວນທີ່ມີອາການ.
- ແກ້ອາການເຈັບທ້ອງ ໂດຍໃຊ້ຕົ້ນສົຍາວປະມານ15-20 ຊມ, ຕັດເປັນທ່ອນສັ້ນໆຕົ້ມກັບນໍ້າ 500 ຊີຊີ ປະມານ 15 ນາທີ ແລ້ວກອງເອົານໍ້າ ຫຼື ດື່ມເທື່ອນ້ອຍ ແລະ ດື່ມເລື່ອຍໆ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,