ເລກລຳດັບທີ: 1627
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາດສ້ອຍ
Common wormwood
Artemisia vulgaris L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ຕົ້ນໂກດຈຸລາລໍາພາEng: Common wormwood, Mugwort
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Artemisia
ຊະນິດ
Artemisia vulgaris
ຊະນິດຍ່ອຍ
Artemisia vulgaris inundata
Artemisia vulgaris vulgaris
ຊື່ພ້ອງ
Absinthium spicatum (Wulfen ex Jacq.) Baumg.
Artemisia affinis Hassk.
Artemisia apetala hort.pest. ex Steud.
Artemisia cannabifolia H.Lév.
Artemisia cannabifolia var. cannabifolia
Artemisia coarctata Forselles
Artemisia discolor Douglas ex DC.
Artemisia discolor var. glandulifera L.F.Hend.
Artemisia dubia var. orientalis Pamp.
Artemisia dubia var. septentrionalis Pamp.
Artemisia eriophora Ledeb.
Artemisia flodmanii Rydb.
Artemisia glabrata DC.
Artemisia heribaudii (Sennen) Sennen
Artemisia heyneana Wall.
Artemisia hispanica Stechm. ex Besser
Artemisia indica f. indica
Artemisia javanica Pamp.
Artemisia leptophylla D.Don
Artemisia leucophylla (Ledeb.) Turcz. ex Pavlov
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາດສ້ອຍຈັດເປັນພືດລົ້ມລຸກ, ລໍາຕົ້ນສູງໄດ້ 45-120 ຊມ, ອາດຈະສູງໄດ້ 2 ມ, ແຕກກິ່ງກ້ານຫຼາຍ, ກົກຕົ້ນເປັນເຫງົ້າຕິດພື້ນດິນ ຫຼື ຢູ່ໃຕ້ດິນ, ລໍາຕົ້ນມີລັກສະນະກົມ ແລະ ມີຮ່ອງ, ຕັ້ງຊື່, ມີຂົນຂຶ້ນປົກຄຸມ. ໃບອອກລຽງສະລັບກັນ, ລັກສະນະຂອງໃບເປັນຝອຍຄ້າຍຜັກຊີ, ຜິວໃບລຽບ, ສ່ວນຂອບໃບຫຍັກເປັນແບບແຂ້ວເລື່ອຍ, ຫຼັງໃບມີຂົນສີຂາວເລັກນ້ອຍ, ສີເທົາຂຽວ, ສ່ວນໜ້າໃບເປັນສີຂຽວ, ໃບກວ້າງ 1.5-9 ຊມ ແລະ ຍາວ 2.5-10.5 ຊມ. ດອກເປັນແບບກະຈຸກ, ອອກດອກເປັນຊໍ່ຢູ່ປາຍຍອດ ຫຼື ຕາມງ່າມໃບ, ດອກມີຂະໜາດນ້ອຍສີຂາວ ຫຼື ດອກສີແດງ, ມີກາບດອກ 4-5 ກີບ, ກີບດອກມີຕ່ອມ ສ່ວນກົກດອກເຊື່ອມຕິດກັນເປັນຮູບລະຄັງ ຫຼື ຫຼອດ, ປາຍກີບດອກແຍກເປັນແຊກ 4-5 ແຊກ. ໝາກ ຫຼື ແກ່ນ ເປັນຮູບໄຂ່ມີລັກສະນະເປັນກົມຮີ, ພື້ນຜິວກ້ຽງບໍ່ມີຂົນ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ປະໂຫຍດ ແລະ ສັບພະຄຸນ:
- ທັງຕົ້ນ: ເປັນຢາແກ້ໄຂ້ທີ່ມີຜື່ນຂຶ້ນຕາມຕົວເຊັ່ນ: ໄຂ້ຫັດ, ອີສຸກອີໃສ, ແກ້ຊໍ້າໃນ.
- ໃບເປັນຢາຂັບລົມໃນລໍາໄສ້, ຂັບປັດສະວະ, ຂັບເຫື່ອ, ແກ້ຖອກທ້ອງ, ຍັງເປັນຢາໃຊ້ພາຍນອກໃຊ້ພອກເພື່ອແກ້ອາການເຈັບຫົວ ແລະ ອື່ນໆ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
- ຢາຂັບລົມໃນລໍາໄສ້, ຂັບປັດສະວະ, ຂັບເຫື່ອ, ເຮັດໃຫ້ປະຈໍາເດືອນມາປົກກະຕິ, ລະງັບອາການເຄັງຂອງກ້າມເນື້ອ, ໂດຍໃຊ້ໃບສົດ 10-15 ໃບ ມາລ້າງໃຫ້ສະອາດແລ້ວນໍາມາຕໍາໃຫ້ລະອຽດຄັ້ນເອົານໍ້າມາດື່ມ.
- ແກ້ໄຂ້ທີ່ມີຜື່ນຂື້ນຕາມຕົວ ໂດຍໃຊ້ທັງຕົ້ນ 1 ກໍາມື ຫຼື ປະມານ 50 ກຼາມ ລ້າງໃຫ້ສະອາດຕົ້ມໃນນໍ້າແລ້ວໃຊ້ອາບ ມື້ລະ 1-2 ຄັ້ງ ປະມານ 5-7 ມື້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,