- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Liliopsida
- ອັນດັບ
- Alismatales
- ຊື່ສະກຸນ
- Araceae
- ສະກຸນ
- Alocasia
- ຊະນິດ
- Alocasia macrorrhizos
Caladium macrorrhizon (L.) R.Br.
Colocasia macrorrhizos (L.) Schott
Alocasia cordifolia (Bory) Cordem.
Alocasia gigas Chantrier ex André
Alocasia grandis N.E.Br.
Alocasia harrisii-pulchrum Pynaert
Alocasia indica Schott
Alocasia insignis Pynaert
Alocasia macrorrhizos var. variegata (K.Koch & C.D.Bouché) Furtado
Alocasia marginata N.E.Br.
Alocasia pallida K.Koch & C.D.Bouché
Alocasia plumbea Van Houtte
Alocasia rapiformis (Roxb.) Schott
Alocasia uhinkii Engl. & K.Krause
Arum macrorrhizum L.
Arum mucronatum Lam.
Arum peregrinum L.
Caladium indicum K.Koch
Caladium metallicum Engl.
Caladium odoratum G.Lodd.
Caladium plumbeum K.Koch
Calla badian Blanco
Calla maxima Blanco
Colocasia boryi Kunth
Colocasia indica Engl.
Colocasia indica Hassk.
Philodendron punctatum Kunth
ພືດຊະນິດນີ້ເປັນພືດລົ້ມລຸກຂະໜາໃຫຍ່ ສາມາດຈະເລີນເຕີບໂຕໄດ້ສູງປະມານ 4 ມ. ໂດຍປົກກະຕິແລ້ວຈະມັກເກີດດ່ຽວໆ ແຕ່ບາງຄັ້ງອາດແຕກໜໍ່ໃໝ່ 0-2 ໜໍ່ຈາກໂຄນຕົ້ນ. ລຳຕົ້ນເປັນຫົວໃຕ້ດິນ ເຊິ່ງເປັນລຳຕົ້ນສະສົມອາຫານທີ່ໜາ ແລະ ມັກມີຮູບຮ່າງກົມ ເມື່ອພືດມີອາຍຸຫຼາຍຂື້ນ, ຫົວໃຕ້ດິນຈະຍື່ນອອກ ແລະ ຂະຫຍາຍຕົວຕັ້ງຊື່ (erect) ຫຼື ເລືອໄປຕາມພື້ນດິນ (decumbent) ໂດຍມີໃບຕັ້ງຊໍ່ຂື້ນເທິງ.
ໃບຕັ້ງຊື່ຂື້ນ ອອກຮຽງສະຫຼັບເປັນຄ້າຍດອກກຸລາບ ບໍລິເວນປາຍລຳຕົ້ນ. ແຕ່ລະໃບມີກ້ານຍາວ (ກ້ານຍ່ອຍ) ເຊິ່ງອາດຍາວໄດ້ຮອດ 1,3 ມ., ແຜ່ນໃບຮູບກົມ ຫຼື ຮູບລູກສອນ, ມີຂອບສາມຫຼ່ຽມ ແລະ ອາດຍາວໄດ້ຮອດ 1,2 ມ. ແລະ ກວ້າງ 0,5 ມ.
ຊໍ່ດອກແບບມີໃບຊ້ອນດອກ (spadix) ສີຂາວຄີບອ່ອນໆ ເຊິ່ງເປັນໂຄງສ້າງດອກໄມ້ທີ່ມີລັກສະນະສະເພາະທີ່ພົບໃນວົງບອນ (arum) ທຸກຊະນິດ. ຊໍ່ດອກດ້າລຸ່ມປະກອບມີດອກແມ່ຂະໜາດນ້ອຍຈຳນວນຫຼາຍ ແລະ ສ່ວນເທິງເປັນແທ່ງຍາວ ເປັນສ່ວນທີ່ບໍ່ມີດອກ, ສ່ວນນີ້ມີຄວາມຍາວຢ່າງໜ້ອຍເຄິ່ງໜຶ່ງຂອງຊໍ່ດອກທັງໝົດ ແລະ ອາດຍາວກ່ວານັ້ນ, ຊໍ່ດອກຖືກຫໍ່ຫຸ້ມດ້ວຍໃບທີ່ດັດແປງແລ້ວ ເອີ້ນວ່າກາບຊໍ່ດອກ, ສ່ວນເທິງຂອງກາບຊໍ່ດອກເປີດອອກ ແລະ ມີສີຕັ້ງແຕ່ສີຂາວ ແລະ ສີຂຽວອົມເຫຼືອງ ໃນຂະນະທີ່ດ້ານລຸ່ມຈະເປັນໂພງສີຂຽວອວບຂື້ນ ແລະ ອວບດອກຕົວແມ່ໄວ້. ສອງສ່ວນີ້ຖືກຄັ້ນດ້ວຍສ່ວນທີ່ແຄບ ຫຼື “ແອວ” ເມື່ອດອກເພດຜູ້ຈະເລີນເຕີບໂຕເຕັມທີ່ ສ່ວນເທິງຂອງກາບຊໍ່ດອກຈະໂຄ້ງງໍໄປດ້ານຫຼັງຄ້າຍໝວກ ຊ່ວຍຫໍຫຸ້ມໂຄງສ້າງສືບພັນ. ກ້ານດອກ (peduncle) ສັ້ນຫຼາຍ ແລະ ຍື່ນອອກມາເລັກນ້ອຍຈາກກາບຫຸ້ມ ເຊິ່ງເປັນໂຄງສ້າງຄ້າຍໃບ ເຊິ່ງເຮັດໜ້າທີ່ປົກປ້ອງໃບທີ່ປັ່ງອອກໃໝ່.
ພືດຊະນີ້ຜະລິດໝາກຄ້າຍໝາກເບີຣີ່, ຮູບຮີ ອອກເປັນກະຈຸກ. ໝາກສີຂຽວເມື່ອຍັງອ່ອນ ແລະ ຈະປ່ຽນເປັນີແດງເມື່ອສຸກ. ເມື່ອໝາກຂະຫຍາຍຕົວສ່ວນລຸ່ມທີ່ອວບດອກຈະຄ່ອຍໆເປີດອອກ ຫຼື ລອກອອກດ້ານຫຼັງ ເຜີຍໃຫ້ເຫັນດອກທີ່ຂະຫຍາຍຕົວດີ.
ແຫຼ່ງທີ່ມາ: [1], [2], [3]
Global distribution of Alocasia macrorrhizos between 1901 to 2026. Source: [5]
ຂໍ້ມູນແຫຼ່ງນິເວດວິທະຍາທີ່ບັນທຶກຈາກ GBIF ລະບຸວ່າພົບພືດຊະນິດນີ້ໃນ ຫຼວງພະບາງ. [5]
ຄູນ້ຳ ແລະ ພື້ນທີ່ຊຸ່ມນ້ຳໃນພື້ນທີ່ກະສິກຳ ແລະ ພື້ນທີ່ຮົກຮ້າງ, ບໍ່ຮຄ່ອຍຫ່າງໄກຈາກພື້ນທີ່ລົບກວນຂອງມະນຸດ ຕັ້ງແຕ່ລະດັບນ້ຳທະເລຮອດ 800 ແມັດ. ເຫັນໄດ້ຊັດເຈນວ່າມີການກະຈາຍຕົວຢ່າງກວ້າງຂວາງໃນອາຊີເຂດຮ້ອນ ໃນຍຸກປະຫວັດສາດໃນຖານະພືດເພື່ອການດຳລົງຊີວິດ ແລະ ປັດຈຸບັນແຜ່ຫຼາຍທົ່ວໄປໃນພື້ນທີ່ເຂດຮ້ອນ ໂດຍການນຳເຂົ້າມາເປັນໄມ້ປະດັບ [1]. ພົບໄດ້ທົ່ວໄປຕາແຄມຝັ່ງຫ້ວຍນ້ຳ ແລະ ພື້ນທີ່ຊຸ່ມອື່ນໆ ຕັ້ງແຕ່ລະດັບນ້ຳະເລຈົນຮອດ 500 ມ., ພື້ນທີ່ເພາະປູກ, ພື້ນທີ່ຮົກເຮື້ອ, ສວນເກົ່າ, ຮ່ອມພູທີ່ມີຄວາມຊຸ່ມປານກາງ, ປ່າທີ່ຖືກລົບກວນ ແລະ ປ່າໃໝ່ທີມີຄວາມຊຸ່ມຕ່ຳ, ຕາມແຄມຝັ່ງຫ້ວຍນ້ຳ ແລະ ລຳທານຕັ້ງແຕ່ລະດັບນ້ຳທະເລຈົນຮອດ 800 ມ. [6]
ເປັນຊະນິດພັນທີນຳເຂົ້າໃນ Arkansas, Assam, Bangladesh, Brazil Northeast, Cambodia, Chagos Archipelago, China, Comoros, Costa Rica, Cuba, Dominican Republic, East Himalaya, Fiji, Galápagos, Guinea, Gulf of Hainan, Haiti, Hawaii, Honduras, India, Jamaica, Jawa, Laos, Lesser Malaya, Maldives, Marianas, Marquesas, New Caledonia, Nicaragua, Niue, Paraguay, Portugal, Puerto Rico, Samoa, Seychelles, Sri Lanka, St. Helena, Sudan-South Sudan, Sumatera, Taiwan, Thailand, Tibet, Tokelau-Manihiki, Tonga and Trinidad-Tobago. [6]
ຜຸກ (ຫົວພຸກ) ມີຄວາມປອດໄພທົ່ວໂລກ, ໂດຍໄດ້ຮັບການຈັດອັນດັບ ຈາກNatureServe ໃນລະດັບ G5 (“ປອດໄພ”), ເຊິ່ງສະທ້ອນໃຫ້ເຫັນເຖິງການແຜ່ກະຈາຍຢ່າງກວ້າງຂວາງ ແລະ ການກະຈາຍຕົວຕາມທຳມະຊາດທົ່ວເຂດຮ້ອນຂອງອາຊີ ແລະ ປາຊີຟິກ. [7]
ອາຫານ: ຫົວພຸກຕ້ອງໄດ້ຮັບການປຸງແຕ່ງໃຫ້ສຸກດີກ່ອນຮັບປະທານເພື່ອທຳລາຍຜຶກແຄວຊຽມອັອກຊາເລດ (calcium oxalate). ການກະກຽມແທງໄມ້ເຂົ້າໄປໃນຫົວເພື່ອຫຼີກເວັ້ນການສຳຜັດໂດຍກົງ, ຫຼັງຈາກນັ້ນມັນຈະຖືກປອກເປືອກ, ຊອຍ, ແຊ່ນ້ຳ, ແລະ ນຳໄປຕົ້ມກັບກະທິເພື່ອໃຫ້ໄດ້ແປ້ງທີ່ກິນໄດ້. ລຳຕົ້ນຖືກປອກເປືອກ ແລະ ປຸງເປັນຜັກ, ມັກຈະຖືກໃສ່ໃນແກງ ແລະ ຕົ້ມ. ແປ້ງທີ່ຍ່ອຍງ່າຍຍັງສາມາດໄດ້ຮັບຈາກລຳຕົ້ນ [6].
ສະໝຸນໄພ: ຢ່າງຈາກລຳຕົ້ນໃຊ້ເພື່ອປິ່ນປົວອາການເຈັບຫູ ແລະ ຕຸ່ມໃນຫູ. ໃຊ້ທາພາຍນອກເພື່ອປິ່ນປົວບາດແຜ, ໃນຂະນະທີ່ອາການເຈັບຫົວສາມາດໃຊ້ຢາງ ແລະ ໃບ. ໃບມີລາຍງານວ່າມີຄຸນສົມບັດຕ້ານເຊື້ອຈຸລິນຊີ, ເຊື້ອລາ, ສານຕ້ານອະນຸມູນອິດສະລະ, ປ້ອງກັນຕັບ, ຕ້ານອາການຖອກທ້ອງ ແລະ ຕ້ານໂປຣໂຕຊົວ. ເຫງົ້າຖືກກະກຽມເປັນຢາທາ, ເຊິ່ງກ່າວກັນວ່າມີປະສິດທິພາບໃນການຮັກສາໂລກຜິວໜັງອັກເສບ. ອາການເຊື່ອສະມັດຕະພາບເພດສຳພັນສາມາດປິ່ນປົວໄດ້ໂດຍການກິນໃບທີ່ປຸງແຕ່ງໃນນ້ຳກະທິ. ໃບ ແລະ ເຫງົ້າຖືກນຳໃຊ້ໃນການປິ່ນປົວພະຍາດຕຸ່ມໜອງ, ໂລກຜິວໜັງອັກເສບ, ຝີ ແລະ ງູກັດ, ໂດຍໃຊ້ສານສະກັດທີ່ເປັນ້ຳ ແລະ ກາກທີ່ເຫຼືອເປັນຢາພອກ. ນອກຈາກນີ້ຍັງໃຊ້ຮັກສາອາການທ້ອງອືດ ແລະ ຮາກ, ໂດຍກິນແຫ້ງ 10-20 ກຣາມຕໍ່ມື້ໃນຮູບແບບນ້ຳຕົ້ມ. ສ່ວນເນື້ອໃຊ້ເພື່ອບັນເທົາອາການປວດທ້ອງ ແລະ ຖອກທ້ອງ, ໃນຂະນະທີ່ຮາກຖືກນຳໃຊ້ໃນການປິ່ນປົວຕ່ອມນ້ຳເຫຼືອງບວມ [6].
ພືດປະດັບ: ບາງຄັ້ງກໍ່ຖືກປູກເປັນພືດປະດັບ, ເຊິ່ງເປັນທີ່ນິຍົມເນື່ອງຈາກມີໃບທີ່ໃຫຍ່ ແລະ ຊໍ່ດອກທີ່ໂດດເດັ່ນ. [6]
ບໍ່ແນະນຳໃຫ້ໃຊ້: ທຸກສ່ວນຂອງພືດປະກອບດ້ວຍແຄວຊຽມອັອກຊາເລດຣາໄຟດ (calcium oxalate raphides) ເປັນຜລຶກຮູບຊົງເຂັມທີ່ເຮັດໃຫ້ເກີດການລະຄາຍເຄືອງຕໍ່ຜິວໜັງ, ປາກ, ລີ້ນ ແລະ ຄໍ ຖ້າກິນສົດໆ. ການປຸງແຕ່ງໃຫ້ສຸກ ຫຼື ການຕາກແຫ້ງຢ່າງສົມບູນຈະທຳລາຍຜລຶກ, ເຮັດໃຫ້ພືດປອດໄພສຳລັບການບໍລິໂພກ. ຜູ້ທີ່ເປັນພະຍາດຂໍ້ອັກເສບ, ໂລກຂໍ້ອັກເສບ, ໂລກເກົ້າ, ນິ້ວໃນໝາກໄຂ່ຫຼັງ, ຫຼື ມີພາວະຄວາມເປັນກົດສູງ ຄວນລະມັດລະວັງເມື່ອກິນພືດຊະນິດນີ້. ນ້ຳຢາງສີຂາວຂຸ້ນເລັກນ້ອຍກໍ່ເຮັດໃຫ້ລະຄາຍເຄືອງຄືກັນ ແລະ ຄວນເກັບໄວ້ໃຫ້ໄກຈາກເດັກນ້ອຍ ແລະ ສັດລ້ຽງ [2], [6]
ພືດຊະນິດນີ້ໄດ້ຖືກປູກ ແລະ ຂະຫຍາຍພັນຕາມທຳມະຊາດໃນຫຼາຍພາກພື້ນ, ລວມທັງລາວ, ສ່ວນໃຫຍ່ແມ່ນພື້ນທີ່ຢູ່ອາໄສທີ່ຊຸ່ມ ແລະ ຖືກລົບກວນ. [7]
ຊະນິດພັນທີມີການປູກ:
ສະພາບໂດຍລວມ:
ການເພາະປູກ: ມັກແສງແດດກ້າທີ່ມີຮົ່ມບາງສ່ວນ ແລະ ດິນລວນທີ່ຊຸ່ມນ້ຳ, ລະບາຍນ້ຳໄດ້ດີ ແລະ ອຸດົມສົມບູນ, ແຕ່ທົນທານຕໍ່ແສງແດດເຕັມທີ່ຈົນເຖິງຮົ່ມເລີຍ ແລະ ດິນທີ່ທີ່ຫຼາຍຫຼາຍຕັ້ງແຕ່ດິນຊາຍຈົນເຖິງດິນໜຽວ. ບໍ່ມັກສະພາບທີ່ມີນ້ຳຂັງ ແຕ່ທົນທານຕໍ່ລະດູແລ້ງເຖິງສີ່ເດືອນ. ສາມາດປູກໄດ້ໃນລະດັບຄວາມສູງຈາກນ້ຳທະເລສູງເຖິງ 1,000 ແມັດ. ຄ່າ pH ທີ່ດີທີ່ສຸດແມ່ນ 5.7–6.3, ມີຄວາມທົນທານຕໍ່ 5.0–7.3. [2], [6]
ປະລິມານນ້ຳຝົນ: ຫົວພຸກ ເປັນພືດຊະນິດໜຶ່ງທີ່ອາໄສຢູ່ໃນເຂດທີ່ມີປະລິມານນ້ຳຝົນສູງໃນເຂດຮ້ອນຊຸ່ມ. ມັນພົບໃນປະລິມານນ້ຳຝົນສະເລ່ຍຕໍ່ປີປະມານ 2,500 - 3,500 ມມ, ແຕ່ມັນທົນທານຕໍ່ປະລິມານນ້ຳຝົນໄດ້ 2,000 - 4,200 ມມ. [6]
ອຸນຫະພູມ: ມັນເຕີບໃຫຍ່ໄດ້ດີທີ່ສຸດ ໃນພື້ນທີ່ທີ່ມີອຸນຫະພູມສະເລ່ຍໃນກາງເວັນປະມານ 20 - 25°c, ແຕ່ສາມາດທົນທານຕໍ່ອຸນຫະພູມໄດ້ 10 - 32°c. [6]
ເທັກນິກການປູກ:
ການສືບພັນ: ສາມາດສືບພັນແບບອາໄສເພດໄດ້ດ້ວຍແກ່ນ ແລະ ແບບບໍ່ອາໃສ່ເພດ ໂດຍໃຊ້ ເຫງົ້າ, ຫົວ, ແລະ ໜໍ່ຮາກ. [6]
ການເບິ່ງແຍງ ແລະ ບຳລຸງຮັກສາ:
ການຫົດນໍ້າ: ມັກດິນທີ່ມີຄວາມຊຸ່ມສະໝ່ຳສະເໝີ ແຕ່ບໍ່ຄວນມີນໍ້າຂັງ. ການຫົດນໍ້າເປັນປະຈຳຈະຮັກສາຄວາມຊຸ່ມໃຫ້ທົ່ວເຖິ່ງ ໂດຍສະເພາະໃນລະດູປູກ ແລະ ຫຼຸດຜ່ອນການຫົດນໍ້າໃນລະດູໜາວເມື່ອການເຕີບໂຕຊ້າລົງ. ໃນພື້ນທີ່ຮົ່ມ ຫຼື ສະພາບອາກາດແຫ້ງ, ໃຫ້ນ້ຳເພີ່ມຄວາມຊຸ່ມ ຫຼື ສີດພົ່ນຕົ້ນໄມ້ເປັນປະຈຳເພື່ອຮັກສາລະດັບຄວາມຊຸ່ມໃຫ້ພຽງພໍ. [8]
ການໃສ່ປຸ໋ຍ: ໃຫ້ໃຊ້ປຸ໋ຍສູດທີ່ລະລາຍໃນນໍ້າ ແລະ ສົມດູນທຸກໆ 4-6 ອາທິດໃນລະດູການປູກ. ຫຼຸດຜ່ອນການໃສ່ປຸ໋ຍໃນລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ເນື່ອງຈາກການຈະເລີນເຕີບໂຕຊ້າລົງ. [8]
ການຕັດແຕ່ງ: ຕ້ອງການການຕັດແຕ່ງພຽງເລັດໜ້ອຍ; ໂດຍການຕັດໃບທີ່ຕາຍແລ້ວ ຫຼື ໃບທີ່ເປັນສີເຫຼືອງອອກເພື່ອຮັກສາສຸຂະພາບ ແລະ ຮູບລັກສະນະ. [8]
ການປົກປ້ອງ ແລະ ການກຳຈັດສັດຕູພືດ:
ສັດຕູພືດ ແລະ ການຄວບຄຸມ: ກວດກາສັດຕູພືດ ຫຼື ພະຍາດເປັນປະຈຳ ແລະ ແກ້ໄຂບັນຫາຕ່າງໆຢ່າງທັນການ. ເຖິງແມ່ນວ່າໂດຍທົ່ວໄປແລ້ວພຸກຈະທົນທານຕໍ່ພະຍາດ, ແຕ່ບາງຄັ້ງອາດຈະໄດ້ຮັບຜົນກະທົບຈາກໄຮແມງມຸມ, ເພ້ຍ ຫຼື ແມງກະເບື້ອ. ປິ່ນປົວການລະບາດດ້ວຍຢາຂ້າແມງໄມ້ທີ່ເໝາະສົມ ຫຼື ນ້ຳຕົ້ມຈາກຂົມກະເດົາຕາມຄວາມຕ້ອງການ. [8]
ການເກັບກ່ຽວ: ພືດຊະນິດນີ້ໃຊ້ເວລາ 400–600 ມື້ເພື່ອໃຫ້ມັນເຕີບໃຫຍ່ເຕັມທີ່, ຫຼັງຈາກນັ້ນລຳຕົ້ນຈະຢູ່ໃນສະພາບທີ່ເໝາະສົມເປັນເວລາດົນນານ. [6]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | 52.36 | N/A |
| ໄຂມັນ | N/A | 3.75 to 3.81 mg |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | 642.9–708.9 mg/100 g, Iron 576.14–580.66 mg/100 g |
| ເສັ້ນໄຍ | N/A | 1.49% |
[2] iNaturalist [Online]. Uploaded 11 May 2023 by Smalltown. Available: https://www.inaturalist.org/observations/161034644. [Accessed 07 September 2026].
[3] iNaturalist [Online]. Uploaded 16 November 2022 by Andressa Carvalho. Available: https://www.inaturalist.org/observations/142144050. [Accessed 07 September 2026].
[4] iNaturalist [Online]. Uploaded 30 August 2023 by smathichong. Available: https://www.inaturalist.org/observations/180880317. [Accessed 07 September 2026].
[2] National Parks Board Singapore, “Flora & Fauna Web: Flora,” National Parks Board (NParks). [Online]. Available: https://www.nparks.gov.sg/florafaunaweb/flora/1/6/1636. [Accessed: Sep. 7, 2026].
[3] World Flora Online, “WFO-0000949409,” World Flora Online. [Online]. Available: https://www.worldfloraonline.org/taxon/wfo-0000949409. [Accessed: Sep. 7, 2026].
[4] Royal Botanic Gardens, Kew, “Plants of the World Online: Taxon 60444565-2,” Plants of the World Online. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:60444565-2. [Accessed: Sep. 7, 2026].
[5] Global Biodiversity Information Facility (GBIF), “GBIF Backbone Taxonomy: Taxon C2X8,” GBIF. [Online]. Available: https://www.gbif.org/taxon/C2X8. [Accessed: Sep. 7, 2026].
[6] R. T. P. F. N. A. H. A. J. A. M. D. S. A. B. and M. A. L. Stevens, “Alocasia macrorrhizos,” Useful Tropical Plants. [Online]. Available: https://tropical.theferns.info/viewtropical.php?id=Alocasia+macrorrhizos. [Accessed: Sep. 7, 2026].
[7] NatureServe, “Alocasia macrorrhizos,” NatureServe Explorer. [Online]. Available: https://explorer.natureserve.org/Taxon/ELEMENT_GLOBAL.2.160587/Alocasia_macrorrhizos. [Accessed: Sep. 7, 2026].
[8] NBATAT, “Alocasia macrorrhizos,” NBATAT. [Online]. Available: https://www.nbatat.com/alocasia-macrorrhizos/. [Accessed: Sep. 7, 2026].
[9] O. Das, C. Nickhil, and S. C. Deka, “A comprehensive review on the nutritional value, anti-nutritional factors, acridity, medicinal properties, and culinary applications of Alocasia macrorrhizos,” Sustainable Food Technology, vol. 4, pp. 225–240, 2026, doi: 10.1039/D5FB00496A. [Online]. Available: https://doi.org/10.1039/D5FB00496A. [Accessed: Sep. 8, 2026].
https://www.worldfloraonline.org/taxon/wfo-0000949409
https://powo.science.kew.org/taxon/urn:lsid:ipni.org:names:60444565-2
https://www.nparks.gov.sg/florafaunaweb/flora/1/6/1636
https://tropical.theferns.info/viewtropical.php?id=Alocasia+macrorrhizos
https://rscj.silverchair-cdn.com/rscj/content_public/journal/fb/4/1/10.1039_d5fb00496a/1/d5fb00496a.pdf?Expires=1791855650&Signature=Xh65gUwlYbEeXigok-ZP~IrXhDZYqpDT--037vJZvbGpJT4oO7S59qMD13h13~X~ob2ZNpYQjr~ItQxJ5D5wdkc8eo7VKC-U~DKWK8RpZULFgspK3eHTh~BjRvV~EmrFrI0sl10QAexEKB5el7ophBqvCr3rzZ~6B7IgR2hxdu6zjNad26bv22VBcTdpH4unbftHntGe3oS2-NKU2~eFs5aepDkvCud~YLTF9mDyrc387oGjYAfHd-VnzoAhnplOoe98wnFh3zvxkKhBkzIhkt6Wm10MBXaMRV~x3GJiiIlkmURPo5lk7g5d1daY2NfTPqlImeTj9g3tHZKuMaZE~A__&Key-Pair-Id=APKAIE5G5CRDK6RD3PGA
https://www.nbatat.com/alocasia-macrorrhizos/
https://ucanr.edu/blog/under-solano-sun/article/alocasia-macrorrhizos-plant-giant-nature
https://plantfinder.mobot.org/PlantFinderDetails.aspx?taxonid=276573
https://consensus.app/questions/alocasia-macrorrhizos/
https://www.gardenia.net/plant/alocasia-macrorrhiza-giant-taro
https://profiles.ala.org.au/opus/foa/profile/Alocasia%20macrorrhizos
https://www.thenurso.au/products/alocasia-giant-elephant?srsltid=AfmBOoqZf3gec9w3w2s7n9U6YVtipRrvDZrwineCP6XJouQNCe4XDpwt.
https://phakhaolao.la/wp-content/uploads/2024/09/A-Checklist-of-Plants-in-Lao-PDR.pdf
https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf
https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf