ຕົ້ນທອງລາງ
Indian Coral Tree
Erythrina stricta Roxb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Lao: ທອງ, ທອງລາງ
Thai: ທອງຫຼາງໃບມົນ
Eng: Indian Coral tree
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Fabales
- ຊື່ສະກຸນ
- Fabaceae
- ສະກຸນ
- Erythrina
- ຊະນິດ
- Erythrina stricta
ຊື່ພ້ອງ
Corallodendron strictum (Roxb.) Kuntze
Erythrina strica Roxb.
Micropteryx stricta (Roxb.) Duchass. & Walp.
Micropteryx stricta (Roxb.) Walp.
Erythrina strica Roxb.
Micropteryx stricta (Roxb.) Duchass. & Walp.
Micropteryx stricta (Roxb.) Walp.
ບັນຍາຍລັກສະນະທາງພືດສາດ
ຕົ້ນທອງລາງຈັດເປັນຕົ້ນໄມ້ຢືນຕົ້ນຂະໜາດກາງຫາໃຫຍ່, ມີຄວາມສູງໄດ້ 5-15 ມ, ລໍາຕົ້ນຕັ້ງຊື່, ເປືອກຕົ້ນໜາເປັນຮ່ອງລຶກ, ຕາມກິ່ງ ແລະ ກ້ານມີໜາມແຫຼມຄົມນ້ອຍໆຂຶ້ນກະຈາຍຢູ່ທົ່ວໄປ, ຂະຫຍາຍພັນດ້ວຍແກ່ນ. ໃບເປັນໃບປະສົມ, ໃບຍ່ອຍມີລັກສະນະເປັນຮູບສີ່ຫຼ່ຽມເຂົ້າຫຼາມຕັດ, ແຕ່ມຸມໂຄ້ງມົນ, ຂອບໃບລຽບ, ໃບກວ້າງ 7 ຊມ ແລະ ຍາວ 5 ຊມ. ອອກດອກເປັນຊໍ່ແໜ້ນຢູ່ປາຍກິ່ງ, ດອກເປັນສີແດງເລືອດນົກ, ມີລັກສະນະຄ້າຍຄືດອກແຄ. ໝາກມີລັກສະນະເປັນຝັກແຄບ, ພາຍໃນຝັກມີແກ່ນ 2-4 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ປະໂຫຍດ:
- ຍອດອ່ອນ ແລະ ໃບອ່ອນນໍາມາຮັບປະທານເປັນຜັກສົດເຊັ່ນ: ໃຊ້ເປັນຜັກກັບແຈ່ວ, ກັບລາບ ເປັນຕົ້ນ.
ສັບພະຄຸນ:
- ເປືອກຕົ້ນ ແລະ ຮາກມີສັບພະຄຸນຊ່ວຍເຮັດໃຫ້ນອນຫຼັບ.
- ແກນ, ເປືອກຕົ້ນ ແລະ ໃບມີສັບພະຄຸນເປັນຢາຫຼຸດນໍ້າຕານໃນເລືອດ.
- ເປືອກຕົ້ນມີສັບພະຄຸນເປັນຢາແກ້ລົມ.
- ເປືອກຕົ້ນໃຊ້ເປັນຢາແກ້ເຈັບແຂ້ວ.
- ໃບໃຊ້ຕໍາພອກແກ້ອາການເຈັບ ຫຼື ໃຊ້ທາຕາມຂໍ້.
- ໃບນໍາມາຕົ້ມກັບນໍ້າດື່ມເປັນຢາຂັບພະຍາດແມ່ທ້ອງກົມ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Medthai. 2017. 24 ສັບພະຄຸນ ແລະ ປະໂຫຍດຂອງຕົ້ນທອງລາງໃບມົນ.
ກົມອຸທະຍານແຫ່ງຊາດສັດປ່າ ແລະ ພັນພືດ. 2012. ຄູ່ມືເລືອກພັນໄມ້ເພື່ອປູກປ່າປ້ອງກັນອຸທົກກະໄພ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ. ປະເທດໄທ. ໜ້າ 37.
N. Subhashini, S. Purnima, J. Amutha Aiswarya Devi, A. Thanga Thirupathi, N. Lavanya. 2011. Anti-Inflammatory Activity of Erythrina stricta Roxb. in Albino Rats. International Journal of PharmTech Research. Volume 3. Pages 1014-1018. ISSN 0974-4304.
Mohammad, M. HUSSAIN, Mohammad, G. DASTAGIR, A.H.M. Masum BILLAH, and Md ISMAIL. 2011. Alpinum isoflavone from Erythrina stricta Roxb. Boletín Latinoamericano y del Caribe de Plantas Medicinales y Aromáticas. Pages 88-90. ISSN 07177917.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,