ເລກລຳດັບທີ: 1566
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ຕົ້ນປໍພານ
ຕົ້ນປໍພານ

Colona auriculata (Desf.) Craib


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
Thai: ປໍພານ Vietnam: Bồ an; Chum rong; Tong long; Giay

ຊື່ພ້ອງ :
Diplophractum auriculatum Desf.

ຊື່ສະກຸນ:
Malvaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຕົ້ນປໍພານຈັດເປັນພັນໄມ້ຟຸ່ມ, ມີຄວາມສູງ 1-2 ມ, ເປືອກຕົ້ນລຽບເປັນສີນໍ້າຕານປົນເທົາ, ທຸກສ່ວນມີຂົນຂຶ້ນປົກຄຸມ. ໃບເປັນໃບດ່ຽວອອກລຽງສະລັບກັນ, ລັກສະນະຂອງໃບເປັນຮູບຂອບຂະໜານ ຫຼື ຮູບໄຂ່ກັບແກມຮູບຂອບຂະໜານ, ປາຍໃບແຫຼມ, ກົກໃບບ້ຽວ ແລະ ເປັນຮູບຕິ່ງຫູ, ສ່ວນຂອບໃບຫຍັກເປັນແຂ້ວເລື່ອຍຊ້ອນກັນສອງຊັ້ນ, ໃບກວ້າງ 2.5-5 ຊມ ແລະ ຍາວ 7-20 ຊມ, ແຜ່ນໃບບາງຄ້າຍຄືເຈ້ຍຫາໜາຄ້ານຄືແຜ່ນໜັງ, ຜິວໃບດ້ານມີຂົນສາກ, ສ່ວນໃບດ້ານລຸ່ມມີຂົນສັ້ນນຸ່ມຂຶ້ນໜາແໜ້ນ. ອອກດອກເປັນຊໍ່ແບບຊໍ່ກະຈຸກຕາມງ່າມໃບ, ກະຈຸກມີດອກປະມານ 1-3 ດອກ, ດອກມີລັກສະນະເປັນຕູມເປັນຮູບໄຂ່ກັບ, ກາບດອກມີ 5 ກາບມີລັກສະນະເປັນຮູບຂອບຂະໜານແກມຮູບໃບຫອກ, ປາຍແຫຼມ, ຜິວດ້ານນອກເປັນສີເຫຼືອງ ແລະ ມີຂົນຂຶ້ນໜາແໜ້ນ, ກາບກີບຈະແຍກອອກຈາກກັນຢ່າງເປັນອິດສະຫຼະ, ສ່ວນກີບດອກມີ 5 ກີບແຍກອອກຈາກກັນເຊັ່ນກັນ, ກີບດອກຈະເປັນສີເຫຼືອງສົດມີຈຸດສີສົ້ມແກມນໍ້າຕານ, ລັກສະນະຂອງກີບດອກເປັນຮູບບ່ວງ, ປາຍມົນ ແລະ ຍັງມີໃບປະດັບຍ່ອຍອີກ 3 ໃບລັກສະນະເປັນຮູບບ່ວງເປັນສີເຫຼືອງອ່ອນ. ໝາກມີລັກສະກົມ, ເປັນຮູບຣີເກືອບກົມ ຫຼື ເປັນຮູບໄຂ່, ມີຄີບເປັນສັນຕາມລວງບາວ 5 ກີບ, ໝາກມີຂະໜາດ 1.5-2 ຊມ ແລະ ຍາວ 1.8-2.5 ຊມ, ໝາກແກ່ຈະບໍ່ແຕກ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ເຄື່ອງນູ່ງຫົ່ມ
ພືດເປັນຢາ

ບັນຍາຍການນຳໃຊ້:

ປະໂຫຍດ:

-    ເສັ້ນໃຍທີ່ໄດ້ຈາກເປືອກຕົ້ນສາມາດນໍາໄປເຮັດເຊືອກທີ່ມີຄຸນນະພາບດີ, ລວມໄປເທິງເຮັດເຄື່ອງຈັກສານ ແລະ ເຄື່ອງໃຊ້ສອຍອີກດ້ວຍ.

ສັບພະຄຸນ:

-    ຢູ່ລາວນໍາໃຊ້ທັງຕົ້ນປໍພານນໍາມາຕົ້ມເປັນຢາຮັກສາພະຍາດບິດ, ແກ້ຖອກທ້ອງ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Medthai. 2017. ປໍພານ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນປໍປານ 5 ຂໍ້.
ສົມລານ ສຸດດີ. 2019. ປ່າເຕັງຣັງ: ແມ່ນໍ້າພາຊີ. ສໍານັກງານພັນໄມ້, ກົມອຸທິຍານສັດປ່າ ແລະ ພັນພືດ. ປະເທດໄທ. ໜ້າ 197. ISSN 978-974-286-628-0.
ຖານຂໍ້ມູນສະໝຸນໄພ. 2010. ປໍພານ. ຄະນະເພສັດສາດ, ມະຫາວິທະຍາໄລອຸບົນລາຊະທານີ. ປະເທດໄທ.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: