ປາບູ່ນ້ອຍ
Mekong dwarf goby
Brachygobius mekongensis Larson & Vidthayanon, 2000
ສັດ
ປາ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາບູ່ຊາຍ (Mekong Bumblebee Goby)
ອະນຸກົມວິຖານ
- ອານາຈັກ
- Animalia
- ເຫຼົາ
- Chordata
- ຊັ້ນ
- Teleostei
- ອັນດັບ
- Perciformes
- ຊື່ສະກຸນ
- Gobiidae
- ສະກຸນ
- Brachygobius
- ຊະນິດ
- Brachygobius mekongensis
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີລຳຕົວຮູບຮີ ຮຽວບາງເຊິ່ງຊ່ວຍໃນການລອຍນ້ຳໄດ້ຢ່າງມີປະສິດທິພາບ. ຄີຫຼັງປະກອບດ້ວຍໜາມ 5 ຫາ 7 ອັນ ແລະ ກ້ານຄີອອ່ນ 6 ຫາ 8 ອັນ ໃນຂະນະທີ່ຄີກົ້ນມີກ້ານຄີອອ່ນ 6 ຫາ 8 ອັນ. ຈຳນວນເກັດຕາມຂວາງ (ເກດັທີ່ຍາວໄປຕາມເສັ້ນຂ້າງລຳຕົວ) 6-8 ເກັດ.
ສ່ວນຫົວບໍລິເວນຄີຫຼັງ (ດ້ານໜ້າຂອງຄີຫຼັງ) ເອິກ, ທ້ອງ ແລະ ໂຄນຄີເອິກບໍ່ມີເກັດ. ລຳຕົວມີສີອອ່ນ, ມີແຖບສີເຂັ້ມແຄບໆມັກຂາດໆຫາຍໆ ແລະ ມີແຖບສີເຂັ້ມພາດອ່າງ ບໍລິເວນດ້ານຂ້າງຂອງລຳຕົວ ເລີ່ມຈາກຊ່ອງວ່າງລະຫວ່າງຄີຫຼັງທັງສອງຂ້າງ.
ຂະໜາດ: 1,8 ຊມ SL.
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]
Global distribution of Brachygobius mekongensis between 1971 to 2025. Source: [4]
Global distribution of Brachygobius mekongensis between 1971 to 2025. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກ GBIF ບັນທຶກເຂດກະຈາຍພັນຂອງປາຊະນິດນີ້ໃນ ແຂວງສາຫວັນນະເຂດ (ແມ່ນ້ຳເຊບັ້ງຫຽງ ເມືອງພິນ, ນ້ຳເຊຈຳພອນ ເມືອງຈຳພອນ ແລະ ເຂດເຊໂນ ເມືອງອຸທຸມພອນ). [4]
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ
ພົບປາຊະນິດນີ້ໃນໜອງນ້ຳ, ສະນ້ຳ, ອ່າງເກັບນ້ຳ ແລະ ແມ່ນ້ຳທີ່ໄຫຼຊ້າໆ ທີ່ມີພືດໃຕ້ນ້ຳໜາແໜ້ນ [2]. ອາໄສຢູ່ໃນໜອງນ້ຳ ແລະ ພື້ນທີ່ທົ່ງພຽງທີ່ນ້ຳຖ້ວມຮອດ ລວມທັງໜອງທີ່ມີນ້ຳທ້ວມຕາມລະດູການຂະໜາດນ້ອຍ ແລະ ແຫຼ່ງທີ່ມີພືດພັນໜາແໜ້ນ, ຫຍ້າ ແລະ ພືດນ້ຳ [3].
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ມີການບັນທຶກສາຍພັນນີ້ຈາກແມ່ນ້ຳຂອງ ເຖິ່ງວ່າຈະໄດ້ຮັບຜົນກະທົບຈາກການສູນເສຍຖິ່ນທີ່ຢູ່ອາໄສ ແຕ່ປັດຈຸບັນໄດ້ຮັບການປະເມີນວ່າ ມີຄວາມສ່ຽງຕ່ຳທີ່ສຸດ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດນີ້ບໍ່ໄດ້ມີຄວາມສຳຄັນທາງດ້ານການປະມົງ ແລະ ສາມາດພົບເຫັນໄດ້ເປັນຄັ້ງຄາວໃນຕູ້ປາສຳຫຼັບການຄ້າຂາຍປ່າສວຍງາມ. [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ຈະກິນອາຫານຂະໜາດນ້ອຍ ເຊັ່ນ Artemia (ໄຮນໍ້າ), Daphnia (ກຸ່ມຂອງແພຼງຕອນສັດ) ແລະ ເຫຍື່ອທີ່ໃກ້ຄຽງກັນ. [5]
ການສືບພັນ: ຈາກການສຶກສາການຈະເລີນເຕີບໂຕ ແລະ ການພັດທະນາຂອງປາຊະນິດນີ້ໃນລະດູແລ້ງ ແລະ ລະດູຝົນ ພົບວ່າຕົວແມ່ທີ່ໂຕເຕັມໄວ ສາມາດປະສົມພັນໄດ້ເມື່ອມີອາຍຸນ້ອຍພຽງແຕ່ 54 ຫາ 36 ມື້ຕາມລຳດັບ. ເຊື່ອກັນວ່າພວກມັນມີການວາງໄຂ່ຕະຫຼອດປີ ໂດຍຕົວແມ່ຈະມີໄຂ່ທັງສອງລະດູ. [5]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການເສື່ອມໂຊມຂອງພື້ນທີ່ຊຸ່ມນ້ຳຈາກການຜັນນ້ຳ, ການລະບາຍນ້ຳ, ການພັດທະນາໂຄງສ້າງພື້ນຖານ ແລະ ການກະສິກຳ ອາດເປັນໄພຂົ່ມຂູ່ຕໍ່ສາຍພັນນີ້. [3]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Morioka, S. and K. Sano, 2009. Growth and maturation of the bumble-bee goby Brachygobius mekongensis (Perciformes: Gobiidae) occurring in the Mekong basin, in Vientiane Province, Central Laos. Ichthyological Exploration of Freshwaters 20(3): 267-275
Kottelat, M., 2001. Fishes of Laos. WHT Publications, Colombo: 1-198
Larson, H. K. and C. Vidthayanon, 2000. A new species of the bumble-bee goby genus Brachygobius (Teleostei: Gobiidae), from the Mekong River system. Ichthyological Exploration of Freshwaters 11(1): 1-6

ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,