ເລກລຳດັບທີ: 1536
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-08
ປາເສືອສິດນ້ຳ
Banded Archerfish
Toxotes jaculatrix (Pallas, 1767)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Archerfish and riflefish)
ອະນຸກົມວິຖານ
ຊື່ສະກຸນ
Toxotidae
ຊື່ພ້ອງ
Labrus jaculatrix (Pallas, 1767)
Sciaena jaculatrix Pallas, 1767
Toxotes jaculator (Pallas, 1767)
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງສັ້ນ ແລະ ເລິກ, ມີສີເງະນ ຫຼື ສີຂາວ, ມີແຖບ ຫຼື ຈຸດສີດຳພາດແນວຕັ້ງກວ້າງ 4 ແຖບ ບໍລິເວນດ້ານຫຼັງ, ຫົວມີສີດຳ ຫຼື ເທົາ ທີ່ລະດັບກະດູກ preopercle (ແຜ່ນກະດູກໃກ້ເຫງືອກ).
ຄວາມເລິກຂອງລຳຕົວຢູ່ລະຫວ່າງ 5.33 ຫາ 6.10 ຊມ ຂອງຄວາມຍາວມາດຕະຖານ (SL). ຄີຫຼັງມີໜາມ 4 ກ້ານ ແລະ ກ້ານຄີອອ່ນ 11 ຫາ 13 ອັນ ໂດຍໜາມອັນທີ່ 3 ຍາວທີ່ສຸດແທກໄດ້ 4.3 ຫາ 4.8 ຂອງຄວາມຍາວຫົວ (HL). ເກັດຮຽງຕົວເປັນແຖວແນວນອນ 3-4 ແຖວ ເໜືອເສັ້ນຂ້າງລຳຕົວ (LL) ແລະ 8-9 ແຖວໃຕ້ເສັ້ນຂ້າງລຳຕົວ. ຄີກົ້ນມີໜາມ 3 ອັນ ແລະ ມີກ້ານຄີອອ່ນ 15 ຫາ 17 ອັນ.
ຂະໜາດ: 20 ຊມ. (TL).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Australia; India; Palau; Papua New Guinea; Solomon Islands; Vanuatu. [2]

Global distribution of Toxotes jaculatrix between 1857 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ
ສາຍພັນນີ້ອາໄສຢູ່ໃນແຫຼ່ງທີ່ຢູ່ອາໄສທີ່ຫຼາກຫຼາຍ ລວມທັງນ້ຳຈືດ, ລຳທານ, ທະເລສາບ ແລະ ບໍ່ [4]. ເຖິ່ງຢ່າງໃດກໍ່ຕາມ ແຫຼ່ງທີ່ຢູ່ອາໄສຫຼັກຂອງມັນຄືປາກແມ່ນ້ຳຊາຍແລນທີ່ມີນ້ຳກ່ອຍ ເຊິ່ງມັກພົບໃນນ້ຳຂຸ່ນ, ນອກຈາກນີ້ຍັງພົບໃນແມ່ນ້ຳ ແລະ ລຳທານຂະໜາດນ້ອຍ ແລະ ໃນປາທີ່ຖືກນ້ຳທ້ວມທີ່ມີນ້ຳຂ້ອນຂ້າງໃສ, ປາຊະນິດນີ້ກ່ຽວຂ້ອງກັບພືດ ແລະ ມັກພົບໃກ້ກັບພືດທີ່ຢື່ນອອກມາ ແລະ ໂດຍທົ່ວໄປຈະຮວມຕົວເປັນກຸ່ມຂະໜາດນ້ອຍ. [1][2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ແຜ່ຫຼາຍ ແລະ ຂ້ອນຂ້າງພົບໄດ້ທົ່ວໄປ ໂດຍປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ຈຶ່ງຈັດຢູ່ໃນລະດັບຄວາມສ່ຽງຕ່ຳ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດນີ້ຂາຍສົດໃນຕະຫຼາດ [1]. ພົບໄດ້ບາງຄັ້ງຄາວໃນການຄ້າຂາຍ ແລະ ອາດໃຊ້ເປັນປາສຳຫຼັບບໍລິໂພກ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ການກິນອາຫານ: ປາຊະນິດນີ້ຫາກິນບໍລິເວນຜິວນ້ຳໃນເວລາກາງເວັນ ໂດຍກິນເສດສາກທີ່ລອຍຕາມນ້ຳ ເຊັ່ນ ແມງໄມ້ ແລະ ເສດພືດ, ມີຊື່ສຽງດ້ານຄວາມາມາດໃນການ “ຍິງ” ເຫຍື່ອທີ່ເປັນແມງໄມ້ ໂດຍການຜົ່ນຍອດນ້ຳອອກຈາກປາກດ້ວຍຄວາມແຮງ ແລະ ໄລຍະການຍິງຂອງມັນຢູ່ທີ່ປະມານ 150 ຊມ [1]. ນທຳມະຊາດ ອາຫານຂອງມັນສ່ວນໃຫຍ່ປະກອບດ້ວຍສັດບໍ່ມີກະດູກສັນຫຼັງທັງເທິງບົກ ແລະ ໃນນ້ຳ ເຖິ່ງວ່າບາງຄັ້ງມັນຈະກິນປາຂະໜາດນ້ອຍບາງຄັ້ງ. [4]

ພຶດຕິກຳ: ໂດຍທົ່ວໄປແລ້ວຈະມີນິໄສສະຫງົບ ແຕ່ກໍ່ອາດຈະລ່າປາຂະໜາດນ້ອຍຫຼາຍໄດ້, ນອກຈາກນີ້ຍັງອາດສະແດງຄວາມດຸຮ້າຍຕໍ່ປາຊະນິດດຽວກັນໄດ້ [4]. ໂດຍປົກກະຕິຈະພົບເຫັນປາຊະນິດນີ້ລວມກຸ່ມກັນເປັນກຸ່ມຂະໜາດນ້ອຍ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆຕໍ່ສາຍພັນນີ້ ພົບວ່າມີການຄ້າຂາຍປາຊະນິດເປັນຄັ້ງຄາວ ເຖິ່ງວ່າຜົນກະທົບຈາກການຫາປາດັງກ່າວຍັງບໍ່ແນ່ນອນກໍ່ຕາມ. [2]

ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນປະຊາກອນສຳຫຼັບສາຍພັນນີ້ ມັກພົບເປັນກຸ່ມຂະໜາດນ້ອຍ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,