ເລກລຳດັບທີ: 1533
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-07-07
ປາຫຼົດ
Peacock Eel
Macrognathus siamensis (Günther, 1861)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Spinning Eel, Spotfin Spiny Eel and Spotted Spiny Eel.)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Synbranchiformes
ຊື່ສະກຸນ
Mastacembelidae
ສະກຸນ
Macrognathus
ຊະນິດ
Macrognathus siamensis
ຊື່ພ້ອງ
Mastacembelus siamensis (Günther, 1861)
Rhynchobdella aculeata siamensis Günther, 1861
ຊະນິດໃກ້ຄຽງ
ປາຫຼາດ / Zig-zag eel
ບັນຍາຍລັກສະນະທາງພືດສາດ
ປາຫຼົດເປັນປານ້ຳຈືດຂະໜາດນ້ອຍ. ມີລັກສະນະເດັ່ນຄື ລຳຕົວຍາວ ແລະ ແບນ ເຮັດໃຫ້ເບິ່ງຄືອ່ຽນ ເຖິ່ງວ່າຈະບໍ່ແມ່ນອ່ຽນກໍ່ຕາມ. ໜຶ່ງໃນລັກສະນະເດັ່ນທີ່ສຸດຄືຈຸດທີ່ມີລັກສະນະຄ້າຍຕາຂະໜາດໃຫຍ່ 3-6 ຈຸດ (ocelli) ຢູ່ບໍລິເວນໂຄນຄີຫຼັງອອ່ນ ເຊິ່ງມີລັກສະນະຄ້າຍນົກຍູງ ແລະ ເປັນທີ່ມາຂອງຊື່ສາຍພັນນີ້ ທີ່ແຕກຕ່າງຈາກອ່ຽນ, ຄີຫຼັງ, ຄີຫາງ ແລະ ຄີກົ້ນຂອງປາຊະນິດນີ້ແຍກຈາກກັນ. ລູກປາຈະມີແຖບສີເຂັ້ມພາດຕາມລຳຕົວ ເຊິ່ງຈະຈາງລົງເມື່ອຫຍ່ຂື້ນ.
ປາຫຼົດມີໜາມຄີຫຼັງ13 ຫາ 19 ອັນ ແລະ ຄີຫຼັງອອ່ນ 53 ກ້ານ, ຄີກົ້ນອອ່ນ 49 ກ້ານ ແລະ ມີກະດູກສັນຫຼັງ 75 ອັນ.
ຂະໜາດ: 20 ຊມ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]

Global distribution of Macrognathus siamensis between 1949 to 2026. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນທີ່ບັນທຶກຈາກ GBIF ລະບຸນຖິ່ນທີ່ຢູ່ອາໄສຂອງປາຊະນິດນີ້ໃນແຂວງ ສະຫວັນນະເຂດ (ແມ່ນ້ຳຂອງ ທີ່ແກ້ງກະເບົາ, ເມືອງ ໄຊບູລີ), ຈຳປາສັກ (ແມ່ນ້ຳຂອງເຂດນ້ຳຕົກຄອນພະເພັງ, ເມືອງ ໂຂງ ແລະ ເມືອງ ປະທຸມພອນ), ຫຼວງພະບາງ (ແມ່ນ້ຳຂອງເຂດເມືອງຫຼວງພະບາງ) ແລະ ແຂວງບໍລິຄຳໄຊ (ແມ່ນໍ້າຂອງ ເມືອງປາກຊັນ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ພົບປາຊະນິດນີ້ໃນແຫຼ່ງນ້ຳຈືດທີ່ຫຼາກຫຼາຍ ລວມທັງແມ່ນ້ຳຂະໜາດໃຫຍ່, ຫ້ວຍນ້ຳ, ທະເລສາບ ແລະ ອ່າງເກັບນ້ຳ [2]. ຕົວເຕັມໄວມັກອາໄສຢູ່ພື້ນແມ່ນ້ຳທີ່ມີນ້ຳໄຫຼ່ຊ້າ ຫຼື ເປັນນ້ຳນິ້ງ, ມັກຈະຝັງຕົວຢູ່ໃຕ້ຕະກອນ, ຊາຍ ຫຼື ກວດຫີນລະອຽດ ໂດຍມີພຽງສ່ວນຫົວໂຜຂື້ນມາ, ພວກມັນມັກເຂົ້າໄປໃນປ່າທີ່ຖືກນ້ຳທ້ວມ ແລະ ອອກມາຫາກິນໃນຕອນຄ່ຳ [1]. ອາໄສຢູ່ໃນພື້ນທີ່ຊຸ່ມນ້ຳ ແລະ ແຫຼ່ງນ້ຳທີ່ມີພືດພັນ ໂດຍມີການເຄື່ອນຫຍ້າສະເພາະທີ່ຈາກແຫຼ່ງນ້ຳໄປຍັງແຫຼ່ງນ້ຳໄຫຼ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ພົບໄດ້ທົ່ວໄປໃນທ້ອງຖິ່ນ ແລະ ຕາມລະດູການຕະຫຼອດຊ່ວງການກະຈາຍພັນ ເຖິ່ງວ່າຈະເປັນໄພຂົ່ມຂູ່ ເຊັ່ນ ການຫາປາຫຼາຍເກີນໄປ ແລະ ມົນສະພາວະທົ່ວໄປ ແຕ່ກໍ່ບໍ່ຖືວ່າມີຄວາມສຳຄັນ, ດັງນັ້ນສາຍພັນນີ້ຈຶ່ງໄດ້ຮັບການປະເມີນວ່າ ມີຄວາມສ່ຽງຕ່ຳທີ່ສຸດ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ສາຍພັນນີ້ມີການບໍລິໂພກພາຍໃນປະເທດ ແລະ ຕ່າງປະເທດ ແລະ ຕົວຢ່າງທີ່ມີຊີວິດເປັນທີ່ນິຍົມນການຄ້າປານຕູ້ລ້ຽງເພື່ອຄວາມສ່ວນງາມ [3]. ພົບວ່າງຂາຍຕາມຕະຫຼາດສົດ ແລະ ພົບຫຼາຍໃນການຄ້າປາສວຍງາມໃນຕູ້. [1], [5].
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ສັດຊະນິດນີ້ກິນຕົວອອ່ນຂອງແມງໄມ້ທີ່ອາໄສຢູ່ໃຕ້ນ້ຳ, ກຸ້ງ ແລະ ໜອງ. [1]
ພຶດຕິກຳ: ປາຊະນິດນີ້ຈະອອກຫາກິນເມື່ອຄ່ຳ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ມົນສະພາວະ ແລະ ການປ່ຽນແປງຂອງພື້ນທີ່ຊຸ່ມນ້ຳ ກໍ່ໃຫ້ເກີດໄພຂົ່ມຂູ່ໂດຍທົ່ວໄປຕໍ່ສາຍພັນນີ້ ເຖິ່ງຢ່າງໃດກໍ່ຕາມ ລດັບຜົນກະທົບບໍ່ຖືວ່າມີໄນສຳຄັນຕໍ່ການຢູ່ລອດ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,