ເລກລຳດັບທີ: 1529
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ຕົ້ນເກັດປາຄໍ້
Payang-payang

Phyllodium pulchellum (L.) Desv.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
Thai: ເກັດປາຊ່ອນ. Eng: Payang-payang

ຊື່ພ້ອງ :
Desmodium pulchellu (L.) Benth.
Desmodium pulchellum (L.) Benth.
Dicerma pulchellum (L.) DC.
Hedysarum pulchellum L.
Meibomia pulchella (L.) Kuntze
Zornia pulchella (L.) Pers.

ຊື່ສະກຸນ:
Fabaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຕົ້ນເກັດປາຄໍ້ຈັດເປັນພັນໄມ້ຟຸ່ມຂະໜາດນ້ອຍ, ສູງໄດ້ 0.5-2 ມ, ກ້ານໃບມີຂົນນຸ່ມສີເທົາຫານໍ້າຕານອ່ອນຂຶ້ນໜາແໜ້ນ, ສ່ວນເປືອກຕົ້ນເປັນສີນໍ້າຕານຄ່ອນຂ້າງລຽບ, ຂະຫຍາຍພັນດ້ວຍແກ່ນ. ໃບເປັນໃບປະສົມແບບຂົນນົກ, ຮູບຝາມື, ອອກລຽງສະລັບກັນ, ມີໃບຍ່ອຍ 3 ໃບ, ໃບຍ່ອຍເຄິ່ງກາງມີຂະໜາດໃຫຍ່ກວ່າໃບຍ່ອຍດ້ານຂ້າງ, ມີລັກສະນະເປັນຮູບຣີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ປາຍໃບແຫຼມ, ໃບກວ້າງ 3-5 ຊມ ແລະ ຍາວ 6-10 ຊມ, ແຜ່ນໃບຄ້າຍຄືເຈ້ຍຫາໜາຄ້າຍຄືໜັງ, ຜິວໃບດ້ານເທິງມີຂົນສັ້ນນຸ່ມຂຶ້ນບາງໆເມື່ອແກ່ຈະກ້ຽງ, ສ່ວນດ້ານລຸ່ມມີຂົນສັ້ນຂຶ້ນໜາແໜ້ນ. ອອກດອກເປັນຊໍ່ກະຈຸກປະມານ 3-5 ດອກ, ລຽງກັນຢູ່ແກນຊໍ່ດອກ, ໂດນດອກຈະອອກຕາມງ່າມໃບ ແລະ ປາຍກິ່ງ, ດອກແຕ່ລະກະຈຸກຈະມີໃບປະດັບຄ້າຍໃບຫຸ້ມໄວ້ 2 ໃບ, ໃບປະດັບຈະມີລັກສະນະຄ້າຍເກັດປາເປັນຮູບເກືອບກົມ, ກີບດອກມີ 5 ກີບ, ກີບດອກເປັນສີຂາວ ຫຼື ສີເຫຼືອງອ່ອນ. ໝາກມີລັກສະນະເປັນຝັກແປ, ມີລັກສະນະເປັນຮູບຂອບຂະໜານ, ວ້ຳເຂົ້າເປັນ 2-4 ຂໍ້, ມີຂະໜາດກວ້າງ 4-5 ມມ ແລະ ຍາວ 7-10 ມມ, ມີລວດລາຍແບບລ່າງແຫຊັດເຈນ, ສ່ວນແກ່ນເປັນຮູບຮີ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ປະໂຫຍດ:

   - ຕົ້ນເກັດປາຄໍ້ຈັດເປັນຕົ້ນໄມ້ມົງຄຸນຈະໃຊ້ເມື່ອເວລາເກັບກຽວເຂົ້າແລ້ວ.

   - ຍອດອ່ອນສາມາດຮັບປະທານເປັນຜັກກັບແຈ່ວໄດ້.

ສັບພະຄຸນ:

   - ເປືອກຕົ້ນໃຊ້ຕົ້ມນໍ້າດື່ມເປັນຢາຮັກສາພະຍາດຕາ.

   - ໃບມີລົດຈືດໃຊ້ຕົ້ມກັບນໍ້າເປັນຢາແກ້ໄຂ້, ແກ້ປັດສະວະພິການ ແລະ ແກ້ໄຂ້ຈັບສັ້ນ.

   - ດອກໃຊ້ເປັນຢາແກ້ອາຈຽນ.

   - ຮາກໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ເຈັບທ້ອງ.

   - ຮາກໃຊ້ຕົ້ມກັບນໍ້າເປັນຢາແກ້ເຈັບເສັ້ນ, ເຈັບຂໍ້ ແລະ ເຈັບຫຼັງ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Medthai. 2017. ເກັດປາຊ່ອນ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນເກັດປາຊ່ອນ 16 ຂໍ້.
ສົມລານ ສຸດດີ. 2019. ປ່າເຕັງຣັງ: ແມ່ນໍ້າພາຊີ. ສໍານັກງານພັນໄມ້, ກົມອຸທິຍານສັດປ່າ ແລະ ພັນພືດ. ປະເທດໄທ. ໜ້າ 137. ISSN 978-974-286-628-0.
G. Velmurugan1 and S.P. Anand. 2017. PHYTOCHEMICAL ANALYSIS OF PHYLLODIUM PULCHELLUM L. DESV. LEAF BY UV-VISIBLE SPECTROSCOPY AND FTIR. International Journal of Pharmacy and Biological Sciences. Volume7. Pages 61-64. ISSN: 2321-3272.
GOPAL VELMURUGAN, SUBRAMANIAM PARVATHI ANAND. 2017. IN VITRO ANTIOXIDANT ACTIVITY OF PHYLLODIUM PULCHELLUM L. DESV - AN THREATENED MEDICINAL PLANT. Asian Journal of Pharmaceutical and Clinical Research. Volume 10. ISSN 2455-3891.
GOPAL VELMURUGAN and SUBRAMANIAM PARVATHI ANAND. 2017. INVITRO REGENERATION OF A THREATENED MEDICINAL PLANT PHYLLODIUM PULCHELLUM L. DESV. International Journal of Botany and Research. Volume 7. Pages 61-68. ISSN 2277-4815.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: