ເລກລຳດັບທີ: 1528
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-07
ປາສະລິດ
Snake-skin Gourami
Trichopodus pectoralis Regan, 1910
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Snakeskin Gourami)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Perciformes
ຊື່ສະກຸນ
Osphronemidae
ສະກຸນ
Trichopodus
ຊະນິດ
Trichopodus pectoralis
ຊື່ພ້ອງ
Trichogaster pectoralis (Regan, 1910)
Osphronemus saigonensis Borodin, 1930
Trichopodus trichopterus Shafiq, 2014
ຊະນິດໃກ້ຄຽງ
ປາກະເດິດໜໍ້ / Three spot gourami
ປາກະເດີດ/ Moonlight gourami
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີຮູບຮ່າງລຳຕົວສັ້ນ ແລະ ເລິດ. ຄີຫຼັງແບ່ງອອກເປັນສອງສ່ວນ ສ່ວນທຳອິດມີໜາມ 7-8 ກ້ານ (ໂຄງສ້າງເປັນໜາມແຂງ) ແລະ ສ່ວນທີ່ສອງມີກ້ານຄີອອ່ນ 10 ຫາ 11 ກ້ານ (ໂຄງສ້າງທີ່ຍືດຍຸນ ແລະ ເປັນປ້ອງ), ຄີກົ້ນມີໜາມ 9 ຫາ 12 ອັນ ແລະ ມີກ້ານຄີອອ່ນ 33 ຫາ 38 ອັນ ຄີຫຼັງມີລັກສະນະເດັ່ນຄື ມີນາມສັ້ນ ແລະ ມີກ້ານຄີອອ່ນຍາວ, ໃນຂະນະທີ່ຄີຫາງຈະວ້ຳເຂົ້າເລັກນ້ອຍ.
ຄີຂ້າງມີລັກສະນະສະເພາະຄື ກ້ານຄີອອ່ນອັນທຳອິດຍາວອອກໄປເປັນໂຄງສ້າງຄ້າຍໜວດທີ່ຢື່ນໄປດ້ານຫຼັງຈົນຮອດຂອບຄີຫາງ. ລຳຕົວມີແຖບສີດຳອ່ຽງພາດຂວາງລຳຕົວ ແຕ່ບາງຄັ້ງອາດເບິ່ງບໍ່ເຫັນຊັດເຈນ, ນອກຈາກນີ້ຍັງມີແຖບສີດຳບໍ່ສະໝ່ໍ່າສະເໝີພາດຈາກຕາໄປຮອດກາງຄີຫາງ.
ສຳຫຼັບເກັດ ແລະລັກສະອື່ນໆມີຄື ມີເກັດ 52 ຫາ 57 ເກັດ ຮຽງຕາມແນວເສັ້ນຂ້າງລຳຕົວ (ອາໄວຍະວະຮັບຄວາມຮູ້ສຶກທີ່ຍາວຕາມຂ້າງລຳຕົວ). ມີຊີ່ເຫງືອກ 66 ຫາ 70 ຊີ່, ນອກຈາກນີ້ຍັງມີຄີເອິກ 9 ຫາ 10 ເສັ້ນ (ກ້ານຄີອ່ອນ).
ຂະໜາດ: 17 ຊມ SL.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Malaysia; Singapore; Thailand; Viet Nam. [3]

Global distribution of Trichopodus pectoralis between 1933 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ພົບປາຊະນິດນີ້ໃນແຫຼ່ງນ້ຳນິ້ງ ຫຼຶ ນໍ້າໄຫຼຊ້າທີ່ມີພືດພັນອຸດົມສົມບູນ [5]. ນອກຈາກນີ້ຍັງພົບໄດ້ໃນພື້ນທີ່ບໍລິເວນນ້ຳ, ໜອງນ້ຳ, ແລະ ພື້ນທີ່ຊຸ່ມນ້ຳ, ບາງຄັ້ງມີການບັນທຶກວ່າພົບໃນແຫຼ່ງນ້ຳໄຫຼ ສາາດປັບຕົວໄດ້ດີກັບແຫຼ່ງນ້ຳທີ່ຖືກກັ້ນ ແລະ ແຫຼ່ງນ້ຳທີ່ມະນຸດສ້າງຂື້ນ, ແຕ່ບໍ່ທົນຕໍ່ສະພາບແວດລ້ອມທີ່ປົນເປື້ອນ [3]. ນອກຈາກນີ້ຍັງພົບໄດ້ໃນແຫຼ່ງນ້ຳຕື້ນ, ນ້ຳນິ້ງ ແລະ ແຫຼ່ງນ້ຳທີ່ມີພືດພັນອຸດົມສົມບູນ ແລະ ອາໄສຢູ່ໃນປ່າທີ່ຖືກນ້ຳທວ້ມໃນພາກໃຕ້ຂອງແມ່ນ້ຳຂອງ ແລະ ຄ່ອຍໆອົບພະຍົບກັບໄປຍັງແມ່ນ້ຳ ແລະ ທະເລສາບໃຫຍ່ເມື່ອນ້ຳຫຼຸດ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ເປັນຊະນິດພັນນຳເຂົ້າໃນຮອງກົງ, ອິນໂດເນເຊຍ ແລະ ລາວ. [3]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ມີການກະຈາຍພັນຢ່າງກວ້າງຂວາງໃນແຫຼ່ງກຳເນີດຕາມທຳມະຊາດ ແລະ ຍັງມີການນຳເຂົ້າເປັນເປັນວົງກວ້າງອີກດ້ວຍ, ເຖິ່ງວ່າປະຊາກອນຈະຫຼຸດລົງເນື່ອງຈາກການສູນເສຍ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ ແຕ່ປັດຈຸບັນໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ຊີ້ນປາມີຄຸນນະພາບດີສາມາດນຳໄປປີ້ງ ຫຼື ແກງໄດ້, ນິຍົມຈຳນ່າຍແບສົດ, ເປັນປາທີ່ມີຄຸນຄ່າທາງດ້ານເສດຖະກິດສູງ [1]. ປາຊະນິດນີ້ເປັນປາທີ່ນິຍົມບໍລິໂພກກັນຢ່າງແພ່ຫຼາຍທົ່ວພື້ນທີ່ກະຈາຍພັນ, ມີການຫາໂດຍຊາວປະມົງຂະໜາດນ້ອຍຄວບຄູ່ໄປກັບການຫາປາຊະນິດອື່ນໃນທະເລສາບ ແລະ ເປັນທີ່ນິຍົມລ້ຽງໃນໜອງ [3]. ສາມາດພົບເຫັນໄດ້ທົ່ວໄປຕາມຕະຫຼາດປາທົ່ວພູມມິພາກອິນດູຈີນ ໂດຍປົກກະຕິຈະວາງຂາຍແບບສົດ, ຍັງບໍ່ຕາຍ ຫຼື ຕາກແຫ້ງ, ແລະ ມັກຊື້ຂາຍເປັນປາລ້ຽງໃນຕູ້. [5]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ໂດຍທົ່ວໄປແລ້ວປາຊະນິດນີ້ຈະກິພືດນ້ຳ [1,2] ແລະ ກິນສັດບໍ່ມີກະດູກສັນຫຼັງປະເພດແພຼງຕອນ. [2]

ວົງຈອນຊີວິດ: ຕົວຜູ້ຈະສ້າງຮັງຟອງອາກາດບໍລິເວນຜິວນ້ຳ, ຫຼັງຈາກປະສົມພັນແລ້ວ ມັນຈະໃຊ້ປາກເກັບໄຂ່ ແລະ ນຳເຂົ້າໄປວາງໄວ້ໃນຮັງ, ຕົວຜູ້ຈະເຝົ້າໄຂ່ຈົນກ່ວາຈະຟັກເປັນຕົວ, ຈາກນັ້ນທັງພໍ່ ແລະ ແມ່ຈະຊ່ວຍກັນດູແລລູກອອ່ນ. [1,2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ມົນລະພິດໃນພ້ນທີ່ຊຸ່ມນ້ຳ, ການພັດທະນາໂຄງສ້າງພື້ນຖານ ແລະ ການຖາງພື້ນທີ່ຊຸ່ມນ້ຳສົ່ງຜົນກະທົບທາງລົບຕໍ່ຊະນິດນີ້. [3]

ການຕິດຕາມປະຊາກອນ: ປະຊາກອນຂອງປາຊະນິດນີ້ມີການຫຼຸດລົງ ຫຼື ສູນພັນໄປໃນພື້ນທີ່ທີ່ມີມົນລະພິດຮຸນແຮງ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 18.4 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin A 27.7 μg
ແຮ່ທາດ N/A Calcium 54.3 mg, Zinc 2.5mg, Iron 1.14 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,