ເລກລຳດັບທີ: 1509
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-07-03
ປາກ່າ
Malayan leaffish
Pristolepis fasciata (Bleeker, 1851)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Pristolepididae
ຊື່ພ້ອງ
Catopra fasciata Bleeker, 1851
Pristolepis fasciatus (Bleeker, 1851)
Pristolepsis fasciatus (Bleeker, 1851)
Catopra nandoides Bleeker, 1851
Catopra siamensis Günther, 1862
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີລຳຕົວສັ້ນ, ເລິກ ແລະ ແປດ້ານຂ້າງ. ປາກຂະໜາດນ້ອຍ ແລະ ຢື່ນອອກມາໄດ້ພຽງເລັກນ້ອຍ. ເສັ້ນຂ້າງລຳຕົວ (ອາໄວຍະວະຮັບຄວາມຮູ້ສຶກທີ່ຍາວໄປຕາມດ້ານຂ້າງລຳຕົວ) ບໍ່ຕໍ່ເນື່ອງ, ປາຊະນິດນີ້ມີສີນ້ຳຕານ ມີແຖບສີດຳອົມເທົາຕາມແນວຕັ້ງ 6 ຫາ 8 ແຖບຕາມລຳຕົວ, ສາມາດໃຫຍ່ເຕັມທີ່ໄດ້ຮອດ 18 ຊມ ຂອງຄວາມຍາວມາດຕະຖານ. (SL)
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Indonesia; Lao People's Democratic Republic; Malaysia; Viet Nam. [3]

Global distribution of Pristolepis fasciata between 1877 to 2026. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຕາມ GBIF ແຫຼ່ງທີ່ຢູ່ອາໄສຂອງປາຊະນິດນີ້ໄດ້ຮັບການບັນທຶກໄວ້ໃນແຂວງວຽງຈັນ (ອ່າງເກັບນ້ຳງືມ, ເມືອງ ທຸລະຄົມ), ຫຼວງພະບາງ (ແມ່ນ້ຳຂອງ, ເມືອງຫຼວງພະບາງ), ສະຫວັນນະເຂດ (ນ້ຳຂອງ, ເມືອງ ໄກສອນພົມວິຫານ) ແລະ ແຂວງ ບໍ່ແກ້ວ (ຕະຫຼາດເຊົ້າຫ້ວຍຊາຍ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ພົບປາຊະນິດນີ້ໃນແຫຼ່ງນ້ຳໄຫຼຊ້າ ຫຼື ນ້ຳນິ້ງຕາມພືດພັນແຄມຝັງທີ່ໜາແໜ້ນ, ປາຕົວເຕັມໄວອາໄສຢູ່ໃນແມ່ນ້ຳຂະໜາດກາງ ຫາ ຂະໜາດໃຫຍ່, ທົ່ງນາທີ່ຖືກນ້ຳຖ້ວມ, ທະເລສາບ, ສະນ້ຳ ແລະ ໜອງນ້ຳ, ມີການອົບພະຍົບຈາກແມ່ນ້ຳຂອງໄປຍັງພື້ນທີ່ທົ່ງພຽງທີ່ນ້ຳຖ້ວມຮອດໃນລະດູນ້ຳຖ້ວມ ແລະ ຈະອົບພະຍົບກັບເມື່ອຕົ້ນລະດູແລ້ງ [1]. ນອກຈາກນີ້ຍັງພົບໄດ້ໃນແມ່ນໍ້າພື້ນທີ່ຕໍ່າຂະໜາດໃຫຍ່, ປາກແມ່ນ້ຳ, ທະເລສາບ, ສະນ້ຳ ແລະ ໜອງນ້ຳ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ເນື່ອງຈາກແນວໂນ້ມປະຊາກອນຄາດວ່າຈະຄົງທີ່ ຫຼື ຫຼຸດລົງໃນອັດຕາທີ່ບໍ່ເຮັດໃຫ້ຈັດຢູ່ໃນກຸ່ມທີ່ສ່ຽງຕໍ່ການສູນພັນ, ປາກ່າຈຶ່ງໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳ ເຖິ່ງຢ່າງໃດກໍ່ຕາມ ເນື່ອງຈາກມີຄວາມເປັນໄປໄດ້ທີ່ປະຊາກອນຈາກແຜ່ນດິນໃຫຍ່ອາຊີຕາເວັນອອກສ່ຽງໃຕ້ຈະເປັນສາຍພັນທີ່ແຕກຕ່າງກັນ ຈຶ່ງອາດຈຳເປັນຕ້ອງມີການປະເມີນໃໝ່ ເພື່ອຄວາມບໍ່ແນ່ນອນທາງອານຸກົມວິຖານໄດ້ຮັບການແກ້ໄຂແລ້ວ
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດນີ້ຖືກຫາເພື່ອການຄ້າຕູ້ປາສວຍງາມ ແລະ ຍັງມີການປະມົງເພື່ອການບໍລິໂພກເພື່ອການດຳລົງຊີວິດ. [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ສັດຊະນິດນີ້ກິນສາຫຼ່າຍເສັ້ນໃຍ ພືດນ້ຳທີ່ຈົ່ມຢູ່ໃຕ້ນ້ຳ, ໝາກໄມ້ ແລະ ແກ່ນພືດ ລວມທັງແມງໄມ້ນ້ຳ ແລະ ກຸ້ງບາງຊະນິດ. [1]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການຕັດໄມ້ທຳລາຍປ່າເພື່ອການນຳໃຊ້ໄມ້ ແລະ ການກະເສດເກີດຂື້ນໃນພື້ນທີ່ ເຊິ່ງຄາດວ່າຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທາງນ້ຳ, ເຖິ່ງຢ່າງໃດກໍຕາມ ຍັງບໍ່ມີການປະເມີນຜົນກະທົບໄພຂົ່ມຂູ່ເຫຼົ່ານີ້ຕໍ່ປະຊາກອນຊະນິດນີ້. [3]

ການຕິດຕາມປະຊາກອນ: ບໍ່ມີຂໍ້ມູນລະອຽດກ່ຽວກັບຂະໜາດປະຊາກອນ ຫຼື ແນວໂນ້ມຂອງຊະນິດນີ້ ເຖິ່ງຢ່າງໃດກໍ່ຕາມ ຂໍ້ມູນຈາກການສຳຫຼວດພາກສະໜາມຊີ້ໃຫ້ເຫັນວ່າມີຈຳນວນຫຼາຍໃນພື້ນທີ່ການກະຈາຍພັນທີ່ຮູ້ສ່ວນໃຫຍ່ ເຊິ່ງສະແດງເຖິ່ງແນວໂນ້ມປະຊາກອນໂດຍລວມມີສະຖຽນລະພາບ ຫຼື ຫຼຸດລົງໃນອັດຕາທີ່ບໍ່ຖືກຈັດຢູ່ໃນປະເພດທີ່ໃກ້ສູນພັນ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 18.3 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin A 17 μg
ແຮ່ທາດ N/A Calcium 203 mg; Iron 1.93 mg; Zinc 1.74 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,