- ອານາຈັກ
- Animalia
- ເຫຼົາ
- Arthropoda
- ຊັ້ນ
- Insecta
- ອັນດັບ
- Coleoptera
- ຊື່ສະກຸນ
- Scarabaeidae
- ສະກຸນ
- Heliocopris
- ຊະນິດ
- Heliocopris bucephalus
Scarabaeus cristatus Degeer, 1778
Synapsis tmolus (Fischer von Waldheim, 1821)
ໂຕເຕັມໄວ: ເມື່ອຟັກເປັນໂຕໃໝ່ລຳໂຕມີສີນ້ຳຕານແດງຕໍ່ມາຈະປ່ຽນເປັນສີນ້ຳຕານດຳ. ລຳໂຕມີລັກສະນະມົນກົມ, ປ້ອມ, ສັ້ນ, ສ່ວນຫຼັງໂຄ້ງນູນ ແລະ ຫົວຢູ່ຕໍ່າກວ່າລຳໂຕ. ດ້ານລຸ່ມລຳໂຕຈະເຫັນສ່ວນຂອງປ້ອງເອິກມີຂະໜາດໃຫຍ່, ເອິກປ້ອງທຳອິດມີຂະໜາດໃຫຍ່ມີຂາ 1 ຄູ່ໃຊ້ເປັນຂາຂຸດ ຫຼື ຂາເຂ່ຍຈະມີລັກສະນະຂາສັ້ນໃຫຍ່ກາງເປັນແຜ່ນ. ສ່ວນເອິກປ້ອງທີ່ສອງຈະມີຂະໜາດກວ້າງໃຫຍ່ເປັນສອງເທົ່າຂອງເອິກປ້ອງທຳອິດ, ມີຂາ 1 ຄູ່ ແລະ ເອິກປ້ອງທີ່ສາມ, ມີຂະໜາດນ້ອຍແຄບ, ມີຂາ 1 ຄູ່, ລັກສະນະຄືຂາຄູ່ທີ່ 2 ແຕ່ຂາຈະໃຫຍ່ຍາວກວ່າຂາຄູ່ອື່ນໆ ແລະ ຍື່ນຍາວກວ່າລຳໂຕ, ສ່ວນເອິກດ້ານເທີງຈະເປັນແຜ່ນແຂງສີດຳມີລັກສະນະໂຄ້ງນູນເປັນແຜ່ນກວ້າງໃຫຍ່ປະມານເຄີ່ງໜື່ງຂອງຄວາມຍາວປີກ. ໜວດເປັນແບບປາຍໜວດແຍກເປັນແຜ່ນ. ໂຕແມ່ສ່ວນຫົວຈະມີລັກສະນະເປັນແຜ່ນແຂງຄ້າຍຄືວົງກົມຍື່ນອອກມາບໍ່ມີໜາມແຫຼມ, ແຜ່ນເອິກຈະມີລາຍເປັນຮອຍຂິດຂວາງຍາວໜື່ງເສັ້ນ. ໂຕຜູ້ແຜ່ນເອິກມີລາຍເປັນຮອດຂິດຂວາງຍາວໜື່ງເສັ້ນ ແລະ ຍຶດເປັນປົມໜາມແຫຼມນ້ອຍທີ່ປາຍ, ຫົວມີແຜ່ນແຂງຄ້າຍເຄິ່ງວົງມົນທີ່ຕີ່ງໜາມແໜງສອງປຸ່ມ. ໂຕເຕັມໄວ ຈະພົບເຫັນໃນຊ່ວງປາຍເດືອນເມສາ ເຖິງ ຕົ້ນເດືອນມິຖຸນາ. ແຕ່ຈະພົບຫຼາຍໃນເດືອນພືດສະພາ.
- ຊ່ວຍຮັກສາສີ່ງແວດລ້ອມ ໂດຍແມງກຸດຈີ່ເບົ້າຈະເກັບຂີ້ຄວາຍໄປກີນເປັນອາຫານ ເຮັດໃຫ້ຊ່ວຍກຳຈັດຂີ້ສັດ, ບໍ່ໃຫ້ເກີດການທັບຖົມ ແລະ ສົ່ງກີ່ນເໜັນ.
- ເຮັດໃຫ້ດີນລ້ວນ ແລະ ອຸດົມສົມບູນ ໂດຍແມງກຸດຈີ່ເບົ້າຈະເກັບມູນສັດໄປເກັບໄວ້ໃນດີນ ຈື່ງເຮັດໃຫ້ດີນອຸດົມສົມບູນ ແລະ ຈາກການຂຸດດີນ ຈື່ງເຮັດໃຫ້ດີນລ້ວນ ດັ່ງນັ້ນຈື່ງເປັນປະໂຫຍດຕໍ່ກະສິກຳ.
- ເປັນແມງໄມ້ທີ່ມີຄວາມນິຍົມ ແຊບກວ່າໄຂ່ມົດສົ້ມ ເນື່ອງຈາກມີລຳຕົວໃຫຍ່ ສາມາດປະກອບອາຫານໄດ້ຫຼາຍຢ່າງເຊັ່ນ: ຈີ່ຕໍາແຈ່ວ, ຕົ້ມຍໍາ, ຫໍ່ໝົກ ແລະ ແກງໃສ່ຜັກຫວານ.
- ມີຄຸນຄ່າທາງໂພຊະນາການສູງ ເປັນແມງໄມ້ທີ່ມີປະໂຫຍດຕໍ່ຮ່າງກາຍ ໃນນ້ຳໜັກສົດ 100 ກຣາມ ປະກອບດ້ວຍ ໂປຣຕິນ 17.2 ກຣາມ, ທາດແປ້ງ ແລະ ນ້ຳຕານ 0.2 ກຣາມ, ເສັ້ນໃຍ 7.0 ກຣາມ, ໃຫ້ພະລັງງານ 108.3 ກິໂລແຄລໍຣີ່ ແລະ ມີແຮ່ທາດແຄຊຽມ 30.9 ມີລລີກຣາມ, ຟອສຟໍຣັດ 157.9 ມີລລີກຣາມ, ໂປຣຕັດຊຽມ 287.6 ມິລລີກຣາມ, ວີຕາມິນບີໜື່ງ, 0.19 ມີລລີກຣາມ, ວີຕາມີນບີສອງ 1.09 ມີລລີກຣາມ ແລະ ໄນອາຊີນ 3.44 ມີລລີກຣາມ ອິກດ້ວຍ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
Doube, B.M. (1983). The habitat preference of some bovine dung beetles (Coleoptera: Scarabaeidae) in Hluhluwe Game Reserve, South Africa. Bulletin of Entomological Research 73: 357–371.
Balthasar, V. (1963a). Monographie der Scarabaeidae und Aphodiidae der Palaearktischen und Orientalischen Region. (Coleoptera: Lamellicornia). Verlag der Tschechoslowakischen Akademie der Wissenschaften Prag I: 1–391.