ຕົ້ນແກຂາວ
Bushwillows
Combretum quadrangulare Kurz
ພືດ
ໄມ້ຢືນຕົ້ນ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ສະແກນາ
Eng: Bushwillows, Combretums
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Myrtales
- ຊື່ສະກຸນ
- Combretaceae
- ສະກຸນ
- Combretum
- ຊະນິດ
- Combretum quadrangulare
ຊື່ພ້ອງ
Combretum attenuatum Wall.
ບັນຍາຍລັກສະນະທາງພືດສາດ
ຕົ້ນແກຂາວຈັດເປັນໄມ້ຢືນຕົ້ນທີ່ມີຄວາມສູງ 5-10 ມ, ເປືອກຕົ້ນລຽບເປັນສີເທົານວນ, ຕາມກິ່ງອ່ອນເປັນສັນສີ່ຫຼ່ຽມ, ສ່ວນຕ່າງໆຂອງລໍາຕົ້ນເປັນເກັດກົມໆ, ຕົ້ນແກຂາວທີ່ມີອາຍຸຫຼາຍຢູ່ບໍລິເວນກົກຕົ້ນຈະພົບໜາມແຫຼມຍາວ ແລະ ແຂງ. ໃບເປັນໃບດ່ຽວອອກລຽງກົງກັນຂ້າມ, ລັກສະນະຂອງໃບເປັນຮູບຮີ, ຮູບໄຂ່ກັບ ຫຼື ຮູບໄຂ່ແກມຮູບຂອບຂະໜານ, ເນື້ອໃບໜາເປັນມັນ, ໃບມີສີຂຽວສົດຜິວໃບທັງສອງດ້ານມີເກັດສີນໍ້າເງິນຢູ່ໜາແໜ້ນ, ໃບກວ້າງ 3-6 ຊມ ແລະ ຍາວ 6-15 ຊມ. ດອກມີຂະໜາດນ້ອຍສີຂາວ ຫຼື ສີເຫຼືອງອ່ອນ, ອອກດອກເປັນຊໍ່ຕາມຊໍ່ໃບ ແລະ ຢູ່ປາຍຍອດ, ຊໍ່ດອກເປັນຊໍ່ເຊີງລົດຍາວ 4-5 ຊມ ບໍ່ມີກ້ານ, ໃນຊໍ່ໜຶ່ງຈະມີດອກຂະໜາດນ້ອຍຈໍານວນຫຼາຍ, ກາບດອກຢູ່ກົກດອກເຊື່ອມຕິດກັນສ່ວນປາຍແຍກເປັນກີບມີ 4 ກີບເປັນສີຂາວອົມເຫຼືອງ ແລະ ກີບດອກມີ 4 ກີບ ສີຂາວອົມເຫຼືອງ. ໝາກເປັນໝາກແຫ້ງ ຂະໜາດ 1-2 ຊມ, ລັກສະນະຂອງໝາກເປັນຮູບໄຂ່ມີຄີບ 4 ຄີບ, ສີນໍ້າຕານອົມຂາວ, ເມື່ອໝາກແກ່ ຫຼື ສຸກຈະປ່ຽນເປັນສີເຫຼືອງ ຫຼື ສີນໍ້າຕານ, ພາຍໃນມີແກ່ນສີນໍ້າຕານແດງ 2 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ III (ຍືນຍົງ / ທົ່ວໄປ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ປະໂຫຍດ:
- ໝາກດິບນໍາມາແຊ່ກັບນໍ້າໄວ້ໃຫ້ງົວ ຫຼື ຄວາມກັນເປັນຢາຂັບພະຍາດໄດ້.
- ຊາວບ້ານມັກຈະເອົາຕົ້ນສະແກນາໄປເຮັດຝືນ.
ສັບພະຄຸນ:
- ຕົ້ນ ແລະ ໃບອ່ອນໃຊ້ເປັນຢາຮັກສາພະຍາດມະເຮັງພາຍໃນຕ່າງໆ.
- ຮາກມີສັບພະຄຸນເປັນຢາແກ້ພະຍາດມະເຮັງຢູ່ຕັບ, ປອດ, ລໍາໄສ້, ກະເພາະອາຫານ ແລະ ກະເພາະປັດສະວະ.
- ໃບອ່ອນມີລົດຝາດເມົາມີສັບພະຄຸນເປັນຢາແກ້ໄຂ້.
- ຕົ້ນໃຊ້ປຸງເປັນຢາຮັກສາຝີ.
- ຕົ້ນຊ່ວຍແກ້ພະຍາດໜອງໃນ, ແກ້ແຜໃນທີ່ລັບ, ເຂົ້າຂໍ້ອອກດອກ.
ໝາຍເຫດ: ເຮົາສາມາໃຊ້ແກ່ນເປັນຢາໄດ້ໂດຍຕົງ ໂດຍບໍ່ຕ້ອງນໍາໄປແຍກໃຫ້ບໍລິສຸດ ແລະ ສາມາດເກັບແກ່ນແກຂາວໄວ້ໃຊ້ເປັນຢາໄດ້ຫຼາຍປີໂດຍບໍ່ເປັນອັນຕະລາຍ ແຕ່ຕ້ອງເກັບແກຂາວແລ້ວປິດໃຫ້ສະນິດ ແລະ ແຫ້ງ ເພື່ອປ້ອງກັນບໍ່ໃຫ້ເຊື້ອຣາຂຶ້ນ ແລະ ການນໍາມາໃຊ້ຫ້າມໃຊ້ໃນປະລິມານຫຼາຍເດັດຂາດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Medthai. 2017. ສະແກ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນສະແກນາ 27 ຂໍ້.
Wimaluk Nopsiri, Sunee Chansakaow, Somporn Putiyanan, Surapol Natakankitkul, Khesorn Nantachit, Banyong Khantawa and Dammrong Santiarworn. 2015. Chemical Constituents and Antibacterial Activity of Volatile Oils of Combretum latifolium Bl.and C. quadrangulare Kurz Leaves. CMU J. Nat.Volume 14 (3).
Khesorn Nantachit, Patoomratana Tuchinda, Banyoung Khantawa and Somjing Roongjang. 2016. Antibacterial Activity of Extract and an Isolated Steroidal Alkaloid from the Seeds of Combretum quadrangulare Kurz. Journal of Pharmacy and Phamacology. Pages 261-267.
Rajiv Roy, Raj K. Singh, Shyamal K. Jash, Atasi Sarkar and Dilip Gorai. 2014. Combretum quadrangulare (Combretaceae): Phytochemical Constituents and Biological Activity. Indo American Journal of pharmaceutical. ISSN 2231-6876.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,