ປາກັດທົ່ງ
Blue betta
Betta smaragdina Ladiges, 1972
ສັດ
ປາ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາກັດ (Emerald Betta, Emerald Green Betta, Mekong Fighting Fish and Smaragd Fighting Fish.)
ອະນຸກົມວິຖານ
- ຊື່ສະກຸນ
- Osphronemidae
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີຮູບຮ່າງຈວຍ. ມີກ້ານຄີທະວານ 5 ຫາ 5 ກ້ານ ແລະ ມີກ້ານຄີອ່ອນ 22 ຫາ 26 ກ້ານ. ຫົວຍາວປະມານ 4.0-4.5 ເທົ່າຂອງຄວາມຍາວມາດຕະຖານ. ໂຕຜູ້ຈະມີຄີທະວານຍາວຮອດຄີຫາງ (ຫາງ), ລຳຕົວມີແຖບສີຈາງໆ ແລະ ຕົວຜູ້ທີ່ໂຕເຕັມໄວຈະມີສີນ້ຳຕານແດງ ໂດຍມີຈຸດສີປ້າ ຫຼື ສີຂຽວເຫຼືອມເປັນສີຮຸ້ງຢູ່ເທິງເກັດ, ຕົວຜູ້ມີຄີທະວານ ແລະ ຄີຫາງເປັນສີຟ້າ ແລະ ມີແສກສີແດງ. ໃນຂະນະທີ່ຕົວແມ່ ຈະມີສີນ້ຳຕານ ແລະ ມີແຖບສີເຂັ້ມກ່ວາສອງແຖບ.
ສາມາດຈຳແນກຊະນິດພັນນີ້ເພີ່ມເຕີມໄດ້ຈາກລັກສະນະສເພາະເຈາະຈົງຂອງມັນ: ລຳຕົວມີສີນ້ຳຕານອອ່ນ ແລະ ຫົວມີສີນ້ຳຕານໂດຍມີເກັດສີຂຽວ ເຫຼື້ອມແສງບໍລິເວນຝາປິດເງືອກ, ຄີຫາງມີແຖບຂວາງແຕ່ບໍ່ມີແຖບສີແດງຮູບດວງຈັນສ້ຽງບໍລິເວນປາຍ, ນອກຈາກນນີ້ຄີກົ້ນບໍ່ມີສີແດງບໍລິເວນປາຍສຸດ ລັກສະນະເຫຼົ່ານີ້ເຮັດໃຫ້ສາຍພັນນີ້ແຕກຕ່າງຈາກ ປາຊະນິດອື່ນໃນກຸ່ມດຽວກັນ.
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand. [3]
Global distribution of Betta smaragdina between 1970 to 2025. Source: [4]

ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກ GBIF ໄດ້ບັນທຶກແຫຼ່ງທີ່ຢູ່ອາໄສຂອງປາຊະນິດນີ້ໃນແຂວງຈຳປາສັກ (ນ້ຳເຊລຳເພົ້າ ໃນເມືອງມົນລະປະໂມກ). [4]
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
This species occurs in shallow marshlands, floodplains, and small seasonal swamps, as well as waterbodies with dense vegetation, grasses, and aquatic plants [3]. It is a medium-sized Betta that inhabits marshes, ponds, and reservoirs [5].
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ຂອບເຂດກະຈາຍພັນ, ພື້ນທີ່ຄຸ້ມຄອງ ແລະ ອັດຕາການຫຼຸດລົງຂອງສາຍພັນນີ້ຍັງບໍ່ຊັດເຈນໃນປັດຈຸບັນ ອາດຈະບໍ່ສາມາດພົບໄດ້ຫຼາຍໃນຖິ່ນທີ່ຢູ່ອາໄສທີ່ເໝາະສົມ ຈຳເປັນຕ້ອງມີຂໍ້ມູນເພີ່ມເຕີມກ່ຽວກັບການກະຈາຍພັນ ແລະ ໄພຂົ່ມຂູ່, ດັງນັ້ນ ປາຊະນິດຈຶ່ງຖືກປະເມີນວ່າບໍ່ມີຂໍ້ມູນພຽງພໍ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ
ກິດຈະກຳ ແລະ ການລ້ຽງປະດັບ: ປາຊະນິດນີ້ເປັນທີ່ນິຍົມໃນທ້ອງຖິ່ນໃນການຄ້າຂາຍໃນຕູ້ປາສວຍງາມ ແລະ ຈຳນ່າຍໃນຕະຫຼາດຕ່າງປະເທດສະເພາະທາງ, ນອກຈາກນນີ້ບາງຄັ້ງຍັງໃຊ້ເປັນກິດຈະກຳການຕໍ້ກັນອີດ້ວຍ. [3]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການລ້ຽງ:
ສະພາບໂດຍລວມ:
ທີ່ຢູ່ອາໄສທີ່ເໝາະສົມ: ປາຊະນິດນີ້ຈະເລີນເຕີບໂຕໄດ້ດີໃນຕູ້ປາທີ່ມີພືດນ້ຳໜາແໜ້ນ ແລະ ມີຮົ່ມເງົາ ໂດຍມີພືດຕົ້ນເປັນທີ່ກຳບັງຜິວນ້ຳຢ່າງພຽງພໍ, ອາດໃສ່ເສດໄມ້ລອຍນ້ຳທີ່ມີພືດຕິດຢູ່ກໍ່ໄດ້, ກະຖັງດິນເຜົາຂະໜາດນ້ອຍ, ທໍ່ພຼາສຕິກ ຫຼື ກ໋ອງຟີມກ້ອງເປົ່າ ກໍ່ສາມາດໃສ່ເປັນແຫຼ່ງກຳບັງເພີ່ມເຕີມໄດ້ ການໃສ່ເສດໃບໄມ້ແຫ້ງຈະຊ່ວຍເພີ່ມທີ່ກຳບັງ ແລະ ສົ່ງເສີມການຈະເລີນເຕີບໂຕຂອງຈຸລິນຊີເມື່ອເກີດການຍ່ອຍສະຫຼ່າຍ. [2]
ສະພາບນ້ຳ: ອຸນຫະພູມທີພູມທີ່ເໝາະສົມ 22 ຫາ 28 ອົງສາ, ຄ່າ pH: 5.5 – 7.5 ແລະຄວາມກະດ້າງຂອງນ້ຳ 18 – 179 ppm. [2]
ຂໍ້ຄວນລະວັງ: ເນື່ອງຈາກສາຍພັນນີ້ມັກອາໄສຢູ່ໃນສະພາບແວດລ້ອມທີ່ນ້ຳນິ້ງຕາມທຳມະຊາດຈຶ່ງຄວນຫຼີກລ້ຽງການເຄື່ອນທີ່ຂອງນ້ຳທີ່ຮຸນແຮງຕົວກອງຟອງນ້ຳທີ່ໃຊ້ພະລັງງານອາກາດ ເຊິ່ງຕັ້ງຄ່າໃຫ້ມີການໝຸນວຽນຢ່າງອອ່ນໂຢນກໍ່ພຽງພໍແລ້ວ. [2]
ໂຮເຮືອນລ້ຽງ ຫຼື ທີ່ຢູ່ອາໄສ: ຕູ້ປາທີ່ມີຂະໜາດ 45 × 30 ຊມ ຫຼື ຂະໜາດທຍບເທົ່າກໍພຽງພໍທີ່ຈະລ້ຽງປາຄູ່ໜຶ່ງໄດ້. [2]
ການໃຫ້ອາຫານ ແລະ ໂພຊະນາການ:
ອາຫານສຳຫຼັບລູກປາ: ລູກປາຕ້ອງການອາຫານປະເພດ infusoria-grade ໃນຊ່ວງສອງສາມວັນທຳອິດ, ຫຼັງຈາກນັ້ນພວກມັນສາມາດກິນອາຫານທີ່ເຄື່ອນທີ່ໄດ້ ເຊັ່ນ: ໄມໂຄວອມ (ໜອນຂະໜາດນ້ອຍ) ແລະ Artemia nauplii (ໄຮນໍ້າ). [2]
ອາຫານສຳຫຼັບປາໂຕເຕັມໄວ: ໂດຍທົ່ວໄປປາທີ່ລ້ຽງໃນພື້ນທີ່ຈຳກັດຈະຍອມກິນອາຫານແຫ້ງ ເມື່ອພວກມັນຮູ້ວ່າອາຫານເຫຼົ່ານັ້ນກິນໄດ້ ແຕ່ຄວນໃຫ້ອາຫານສົດ ຫຼື ອາຫານແຊ່ແຂງ ຂະໜາດນ້ອຍຫຼາຍຊະນິດ ເຊັ່ນ ໄຮນ້ຳ, ອາທີເມຍ ຫຼື ຕົວອອ່ນແມງລິ້ນ (ໜອນແດງ) ເປັນປະຈຳ ເພື່ອສົ່ງເສີມໃຫ້ປາມີສີສັນ ແລະ ສຸຂະພາບທີ່ດີ. ຄວນລະມັດລະວັງຍ່າໃຫ້ອາາຫານຫຼາຍເກີນໄປ ເນື່ອງຈາກປາກັດທົ່ງມີແນວໂນ້ມທີ່ຈະອ້ວນງ່າຍເປັນພິເສດ. [2]
ຂະບວນການປະສົມພັນ:
ການປະສົມພັນ:
- ບໍ່ຈຳເປັນຕ້ອງແຍກກ່ອນການວາງໄຂ່ ຕົວຜູ້ສາມາດສ້າງຮັງພາຍໃນທໍ່ ຫຼື ກະປ໋ອງ ໃຕ້ໃບພືດຂະໜາດໃຫຍ່ ຫຼື ທ່າມກາງພືດພັນຜິວນ້ຳທີ່ມີໃບລະອຽດ ແລະ ໂດຍທົ່ວໄປຈະບໍຍອມໃຫ້ຕົວແມ່ຢູ່ໃກ້ໆ ຈົນກ່ວາຮັງຈະເສັດສຳສົມບູນ.
- ຕົວແມ່ທີ່ພ້ອມປະສົມພັນຈະມີສີຈາງລົງ ໂດຍມີແຖບສີເຂັ້ມປະກົດຕາມຂ້າງລຳຕົວ, ການວາງໄຂ່ມັກຈະເກີດຂື້ນໃຕ້ຮັງໃລັກສະນະ ‘’ການອວບກອດ’’ ເຊິ່ງເປັນລັກສະນະສະເພາະຂອງປາໃນຕະກຸນ osphronemids ໂດຍຕົວຜູ້ຈະພັນຮອບຕົວແມ່.
- ເມື່ອໄດ້ເວລານ້ຳເຊື້ອ ແລະ ໄຂ່ຈະຖືດປ່ອຍອອກມາ ເຊິ່ງຕົວແມ່ຈະລວມໄວ້ລະຫວ່າງຄີເອິກ ແລະ ລຳຕົວ ຈາກນັ້ນຕົວຜູ້ຈະນຳສິ່ງເຫຼົ່ານີ້ໄປທີ່ຮັງໃນຂະນະທີ່ຕົວແມ່ຈະເກັບໄຂ່ທີ່ຫຼຸດອອກມາ ຂະບວນການນີ້ຈະເຮັດຊ້ຳຈົນກ່ວາຕົວແມ່ຈະໝົດແຮງ.
- ຫຼັງຈາກວາງໄຂ່ແລ້ວ ໂດຍທົ່ວໄປຕົວເຕັມໄວສາມາດຢູ່ບ່ອນເກົ່າໄດ້ ເຖິ່ງວ່າຕົວແມ່ຈະຍຸດມີສ່ວນຮ່ວມທັນທີ ຕົວຜູ້ຈະເຮັບຜິດຊອບແຕ່ພຽງຜູ້ດຽວໃນການເຝົ້າຮັກສາ ແລະ ດູແລຮັງ.
ແຫຼ່ງທີ່ມາ: [2]
ສຸຂະພາບ ແລະ ສຸຂະອານາໄມ: ຄວນປ່ຽນນ້ຳທີ່ລະໜ້ອຍ ແລະ ສະໝໍ່າສະເໝີ ແທ່ນທີ່ຈະປ່ຽນເປັນຈຳນວນຫຼາຍ ແລະ ບໍ່ຕໍ່ເນື່ອງ. [2]
ຊະນິດໃນປ່າ:
ສະພາບໂດຍລວມ%
ອາຫານ: ໃນທຳມະຊາດສັດຊະນິດນີ້ມີແນວໂນ້ມທີ່ຈະລ່າທັງສັດບໍ່ມີກະດູກສັນຫຼັງໃນນ້ຳ ແລະ ເທິງບົກ. [2]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ສາຍພັນນີ້ຖືກຂົ່ມຂູ່ຈາກການເສື່ອມໂຊມຂອງຖິ່ນທີ່ຢູ່ອາໄສ ເນື່ອງຈາກພື້ນທີ່ຢູ່ອາໄສສ່ວນໃຫຍ່ຖືກປ່ຽນເປັນພື້ນທີ່ກະສິກຳເປັນຈຳນວນຫຼາຍ, ການພັດທະນາ ຫຼື ປົນເປື້ອນ ໂດຍສະເພາະໃນໄທ ແລະ ລາວ ເຊິ່ງເປັນສູນກາງປະຊາກອນ, ໄພຂົ່ມຂູ່ສຳຮອງຄືການກັດເຊາະທາງພັນທຸກຳທີ່ເກີດຈາກປາກັດທີ່ຫຼຸດຈາກຟາມເຂົ້າໄປໃນຖິ່ນທີ່ຢູ່ຕາມທຳມະຊາດ ແລະ ປະສົມຂ້າມສາຍພນກັບປະຊາກອນພື້ນເມືອງ. [3]
ການຕິດຕາມປະຊາກອນ:
ສາມາດພົບໄດ້ທົ່ວໄປໃນທ້ອງຖິ່ນ ແລະ ພົບໄດ້ບໍ່ຫຼາຍທົ່ວເຂດກະຈາຍພັນ ປັດຈຸບັນສາຍພັນນີ້ກຳລັງຫາຍາກຂື້ນໃນຫຼາຍພື້ນທີ່ທົ່ວເຂດກະຈາຍພັນ ເນື່ອງຈາກມົນສະພາວະ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ. [3]
ການເກັບກູ້ແບບຍືນຍົງ: ການຈັດການຖິ່ນທີ່ຢູ່ອາໄສ ແລະ ການສ້າງຄວາມຕະໜັກກ່ຽວກັບການປ່ອຍສັດທີ່ຖືກກັກຂັງ. [3]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
[1] iNaturalist [Online]. Uploaded in August 2025 by Andaman Kaosung. Available: https://www.inaturalist.org/observations/306219833. [Accessed 30 June 2026].
[2] iNaturalist [Online]. Uploaded in June 2026 by Muangpaisuetrong. Available: https://www.inaturalist.org/observations/372008034. [Accessed 30 June 2026].
[3] iNaturalist [Online]. Uploaded in July 2025 by Muangpaisuetrong. Available: https://www.inaturalist.org/observations/302049398. [Accessed 30 June 2026].

[1] R. Froese and D. Pauly, Eds., “Betta smaragdina Ladiges, 1972 (Emerald green betta),” FishBase, World Wide Web electronic publication. Available: https://fishbase.se/summary/SpeciesSummary.php?ID=12047&AT=Emerald+green+betta. Accessed: Jun. 30, 2026.
[2] SeriouslyFish, “Betta smaragdina (Emerald Green Betta),” Seriously Fish. Available: https://www.seriouslyfish.com/species/betta-smaragdina/. Accessed: Jun. 30, 2026.
[3] J. Freyhof, “Betta smaragdina,” The IUCN Red List of Threatened Species, 2012, e.T180827A1666967. doi: 10.2305/IUCN.UK.2012-1.RLTS.T180827A1666967.en. Available: https://www.iucnredlist.org/species/180827/1666967. Accessed: Jun. 30, 2026.
[4] GBIF Secretariat, “Betta smaragdina Ladiges, 1972,” GBIF Backbone Taxonomy. Available: https://www.gbif.org/taxon/LP2T. Accessed: Jun. 30, 2026.
[5] Y. Taki et al., eds., Fishes of the Indochinese Mekong. Tokyo, Japan: Nagao Natural Environment Foundation, 2021. Available: https://phakhaolao.la/en/resource/https-www-nagaofoundation-or-jp-e-publication-e-book-mekongfishes-book-index-htmltarget-page_no13/. Accessed: Jun. 30, 2026.

ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,