ເລກລຳດັບທີ: 1493
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-30
ປາຊີວອ້າວ
Myer’s silver rasbora
Rasbora dusonensis (Bleeker, 1850)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Rasbora
ຊະນິດ
Rasbora dusonensis
ຊື່ພ້ອງ
Leuciscus dusonensis Bleeker, 1850
Parluciosoma dusonensis (Bleeker, 1850)
Rasbora argyrotaenoides Brittan, 1951
ຊະນິດໃກ້ຄຽງ
ປາຊິວ/ Sidestripe Rasbora
ປາຊິວຫາງແດງ/ Siw hang daeng
ປາຊິວຫາງຈ້ຳ/ Siw hang cham
ປາຊິວຂ້າງລາຍ/ Blackline Rasbora
ປາຊິວ/ Black-Backed Rasbora
ປາຊິວອາວ/ Pale Rasbora
ປາຊິວຫາງຈໍ້າ/ Scissor-Tail Rasbora
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີລຳຕົວຮູບຊົງກະຈວຍ (ຄ້າຍແກນໝຸນ) ມີລັກສະນະເດັ່ນຄື ມີຄີຫຼັງອອ່ນ 8-9 ເສັ້ນ, ຄີກົ້ນອອ່ນ 9-10 ເສັ້ນ ແລະ ກະດູກສັນຫຼັງ 29-30 ຂໍ້, ມີແຖບສີເທົາເຂັ້ມພາດຕາມແນວກາງລຳຕົວ (ແຖບກາງລຳຕົວ) ເຊິ່ງຈະເຂັ້ມຂື້ນໄປທາງດ້ານຫຼັງ ແຕ່ບໍ່ຮອດຄີຫາງ, ຄີຫຼັງເລີ່ມຕົ້ນໃກ້ຕາຫຼາຍກ່ວາໂຄນຄີຫາງ, ມີເກັດ 3 ແຖວ ຢູ່ລະຫວ່າງເສັ້ນຂ້າງລຳຕົວ ແລະ ແຖວກາງທ້ອງ, ຄີຫາງມັກຈະມີຂອບດ້ານຫຼັງສີດຳ.
ຂະໜາດ: 12 ຊມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Indonesia and Malaysia. [2]

Global distribution of Rasbora dusonensis between 1922 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ພົບໄດ້ໃນແຫຼ່ງທີ່ຢູ່ອາໄສທີ່ຫຼາກຫຼາຍ ແຕ່ມັກແມ່ນ້ຳຂະໜາດໃຫຍ່ທີ່ມີກະແສນ້ຳໄຫຼ່ຊ້າ, ມັກພົບເຫັນໄດ້ຕາມແຄມຝັ່ງແມ່ນ້ຳ ແລະ ໃກ້ຜິວນ້ຳ, ນໍ້າໄສ ແລະ ລຳທານ ໂດຍທົ່ວໄປຈະຢູ່ໃນຄວາມເລິກ 5 ມ [1]. ປັບຕົວໄດ້ດີກັບສະພາບແວດລ້ອມຂອງແມ່ນ້ຳທີ່ຫຼາກຫຼາຍ ໂດຍອາໃສຢູ່ໃນແມ່ນ້ຳບໍລິເວນເຂດລຸ່ມນ້ຳ ແລະ ພື້ນຂອງແມ່ນ້ຳ. ເຖິ່ງວ່າຈະພົບໄດ້ຫຼາຍໃນແມ່ນ້ຳຂຸ່ນ ແລະ ສີນ້ຳຕານຂຸ່ນ ແຕ່ສາຍພັນນີ້ກໍ່ສາມາດທົນຕໍ່ແຫຼ່ງທີ່ຢູ່ອາໄສທີ່ມີນ້ຳສີດຳໄດ້ເຊັ່ນກັນ ເຊິ່ງສະແດງໃຫ້ເຫັນເຖິ່ງຄວາມຢືດຍຸນທາງນິເວດວິທະຍາຢາງຫຼາຍ. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ສາຍພັນນີ້ຈັດຢູ່ໃນກຸ່ມຄວາມສ່ຽງຕ່ຳທີ່ສຸດ ເນື່ອງຈາກມີປະຊາກອນຈຳນວນຫຼາຍ ກະຈາຍຕົວເປັນວົງກວ້າງ ແລະ ມີແນວໂນ້ມປະຊາກອນທີ່ຂ້ອນຂ້າງຄົງທີ່ ໃນປັດຈຸບັນບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ໃນພື້ນທີ່ການກະຈາຍພັນ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ປາຊິວຊະນິດນີ້ຖືກຈັບມາເປັນອາຫານຢ່າງແຜ່ຫຼາຍໂດຍຊຸມຊົນທ້ອງຖິ່ນ ທົ່ວທັງເຂດການກະຈາຍພັນ ໂດຍມັກຈະຫາໃນປະລິມານຫຼາຍເນື່ອງຈາກມີຈຳນວນຫຼາຍໃນແຫຼ່ງທີ່ຢູ່ອາໄສໃນແມ່ນ້ຳ ເຮັດໃຫ້ປາຊະນິດນີ້ກາຍເປັນປາທີ່ສຳຄັນທີ່ສຸດຊະນິດໜຶ່ງໃນຫຼາຍພູມມີພາກ ແລະ ມັກຈະຖືກຂາຍໃນຕະຫຼາດທ້ອງຖິ່ນ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຊະນິດນີ້ກິນແມງໄມ້ຈາກາຍນອກເປັນຫຼັກ ລວມທັງກຸ້ງຂະໜາດນ້ອຍ ແລະ ສາຫຼ່າຍ [1]. ປາຊະນິດທີ່ຢູ່ໃນສະກຸນ Rasbora ມີບົດບາດສຳຄັນທາງໂພຊະນາການທັງໃນຖານະຜູ້ລ່າ ແລະ ເຫຍື່ອ ໂດຍເຮັດໜ້າທີ່ເປັນສັດກິນພືດ ແລະ ສັດກິນຊີ້ນໃນພື້ນທີ່ເປີດ ທີ່ກິນແມງໄມ້ ແລະ ສັດຂາຂໍ້ຂະໜາດນ້ອຍອື່ນໆ. [2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ອາດເກີດແຮງກົດດັນສະເພາະພື້ນທີ່ ເຊັ່ນ ການເສື່ອມໂຊມ ຂອງແຫຼ່ງທີ່ຢູ່ອາໄສຈາກການຂະຫຍາຍຕົວເມືອງ ການປະຕິບັດທາງການກະເສດ ແລະ ມົນສະພາວະທີ່ກ່ຽວຂ້ອງກັບກິດຈະກຳທີ່ຢູ່ອາໄສ, ການກະເສດ ແລະ ອຸດສາຫະກຳ, ເຖິ່ງຢ່າງໃດກໍ່ຕາມ ຍັງບໍ່ມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນລະດັບພື້ນທີ່ທັງໝົດ ການຫາປາຫຼາຍເກີນໄປອາດເປັນຄວາມສ່ຽງຕໍ່ປາຊິວຊະນິດນີ້ ເຖິ່ງວ່າຈະມີແນວໂນ້ມທີ່ຈະຈຳກັດຢູ່ໃນພື້ນທີ່ທີ່ມີປະຊາກອນໜາແໜ້ນກໍ່ຕາມ. [2]

ການຕິດຕາມປະຊາກອນ:
ສາຍພັນນີ້ມີຈຳນວນປະຊາກອນຍ່ອຍຈຳນວນຫຼາຍ ໂດຍແຕ່ລະກຸ່ມມີຈຳນວນປະຊາກອນຂ້ອນຂ້າງລາຍ ເຖິ່ງວ່າຂະໜາດປະຊາກອນທັງໝົດຍັງບໍ່ແນ່ນອນ ແຕ່ການກະຈາຍຕົວຢ່າງກວ້າງຂວາງທົ່ວຊຸນດາແລນ ຊີ້ໃຫ້ເຫັນວ່າມີຂະໜາດໃຫຍ່ຫຼາຍ ໜ້າຈະເກີນ 100,000 ຕົວ, ແນວໂນ້ມປະຊາກອນໃນຊ່ວງ 10 ປີທີ່ຜ່ານມາ ຫຼື 3 ຊ່ົວອາຍຸຄົນຍັງບໍ່ເປັນທີ່ຊັດເຈນ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,