ເລກລຳດັບທີ: 1492
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-29
ປາມັດ
Croaking gourami
Trichopsis vittata (Cuvier, 1831)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Osphronemidae
ຊື່ພ້ອງ
Ctenops vittatus (Cuvier, 1831)
Osphromenus vittatus Cuvier, 1831
Trichopsis vittatus (Cuvier, 1831)
Trichopsis harrisi Fowler, 1934
Trichopus striatus Bleeker, 1845
ບັນຍາຍລັກສະນະທາງພືດສາດ
ປາມັດເປັນປາໃນຕະກຸນປາຂາວຂະໜາດນ້ອຍ, ມີຮູບຮ່າງລຳຕົວຮຽວຍາວ, ສາມາດຈຳແນກໄດ້ຈາກເສັ້ນສີດຳແຄບໆໃຕ້ຕາ, ມີເສັ້ນສີເຂັ້ມ 3 ຫາ 4 ເສັ້ນພາດຕາມລຳຕົວ ແລະ ມີຈຸດສີດຳກົມໆຢູ່ເໜືອຄີເອິກ, ໃນປາໂຕຜູ້ຂະໜາດໃຫຍ່, ຄີກົ້ນສ່ວນທ້າຍຈະຍາວ ແລະ ເປັນເສັ້ນໃຍມັກຈະຢື່ນໄປໃກ້ກັບຄີຫາງ ໃນປານ້ອຍ ແລະ ປາເພດເມຍທີ່ມີອາຍຸນ້ອຍ ຈະເຫັນຈຸດສີດຳຂະໜາດນ້ອຍຕາມໂຄນຄີຫຼັງ ແລະ ຄີກົ້ນ ເຊິ່ງເປັນລັກສະນະສະເພາະ.
ປາຊະນິດນີ້ມີກ້ານຄີກົ້ນ 6 ຫາ 8 ກ້ານແຕກຂພແໜງ 24 ຫາ 28 ອັນ, ເກັດຕາມຂວາງ 13 ແຖວ ແລະ ມີແຖບຕາມລຳຕົວ 2 ແຖບຂື້ນໄປ.
ຂະໜາດ: 4.5 ຊມ (ຄວາມຍາວມາດຕະຖານ).
ແຫຼ່ງທີ່ມາ: [1], [2].
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Indonesia; Lao People's Democratic Republic; Malaysia Singapore; Thailand; Viet Nam. [3]

Global distribution of Trichopsis vittata between 1869 to 2026. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ມູນຈາກ GBIF ລະບຸຖິ່ນທີ່ຢູ່ອາໄສຂອງປາມັດຄວບຄຸມຫຼາຍພູມີພາກຂອງລາວ ໄດ້ແກ່ ຈຳປາສັກ (ໂດຍສະເພາະແມ່ນ້ຳເຊລຳເພົາ ໃນເມືອງມົນລະປະໂມກ, ເມືອງ ປະທຸມພອນ), ສະຫວັນນະເຂດ (ນ້ຳຂອງ ເມືອງໄກສອນພົມວິຫານ, ແລະ ເຊໂນ ເມືອງ ອຸຖົມພອນ) ແລະ ຫຼວງພະບາງ (ນ້ຳຂອງ ເມືອງ ຫຼວງພະບາງ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ພົບໄດ້ໃນແຫຼ່ງນ້ຳຕື້ນ, ນ້ຳໄຫຼແຮງ ຫຼື ນ້ຳນິ້ງທີ່ມີພືດພັນອຸດົມສົມບູນ, ພົບໄດ້ທົ່ວໄປໃນບໍລິເວນແມ່ນ້ຳຂອງພາກກາງ ແລະ ພາກໃຕ້ ແລະມັກພົບໄດ້ໃນທົ່ງນາທີ່ຖືກນ້ຳຖ້ວມໃນບໍລິເວນໃນແມ່ນ້ຳຂອງພາກໃຕ້ [1]. ແຫຼ່ງທີ່ຢູ່ອາໄສຂອງພວກມັນໄດ້ແກ່ ບຶງນ້ຳຈືດ, ສະນ້ຳ, ທະເລຊາບ, ພື້ນທີ່ດຸພຸ, ແມ່ນ້ຳທີ່ໄຫຼຊ້າ, ພື້ນທີ່ທົ່ງພຽງທີ່ຖືກນ້ຳຖ້ວມ, ທົ່ງນາ, ຄອງຊົນລະປະທານ ແລະ ຄູນ້ຳຂ້າງທາງ, ປາຊະນິດນີ້ມັກສະພາບແວດລ້ອມທີ່ໄຫຼ່ແຮງ ແລະ ເປີດໂລ່ງ, ມີພືດໃຕ້ນ້ຳນາແໜ້ນ ແລະ ມີຄວາມທົນທານຕໍ່ການລົບກວນ ແລະ ມົນລະພິດຈາກກິດຈະກຳຂອງມະນຸດຢ່າງເຫັນໄດ້ຊັດເຈນ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ສາຍພັນນີ້ຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງຕ່ຳທີ່ສຸດ ເນື່ອງຈາກມີການກະຈາຍພັນພັນຕາມທຳມະຊາດຢ່າງກວ້າງຂວາງ ມີຫຼັກຖານວ່າລ່າສຸດທີ່ສະແດງໃຫ້ເຫັນເຖິ່ງຄວາມອຸດົມສົມບູນຢ່າງຕໍ່ເນື່ອງໃນແຫຼ່ງທີ່ຢູ່ອາໄສທີ່ຖືກມະນຸດລົບກວນຫຼາຍແຫ່ງ ແລະ ບໍ່ມີໄພຂົ່ມຂູ່ທີ່ສຳຄັນໃດໆທີ່ລະບຸ. [1]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ
ອາຫານ ແລະ ລ້ຽງປະດັບ: ໂດຍທົ່ວໄປແລ້ວສາຍພັນນີ້ບໍ່ໄດ້ເປັນເປົ້າໝາຍຂອງການປະມົງທາງການຄ້າຂາຍ, ເຖິ່ງວ່າຈະມີການຂາຍໃນຕະຫຼາດເປັນຄັ້ງຄາວໃນຖານະສ່ວນໜຶ່ງຂອງການຫາແບບປະສົມ ແລະ ມີການຈຳນ່າຍໃນການຄ້າຕູ້ປາເປັນປະຈຳ. [1], [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຊະນິດນີ້ກິນແພຼງຕ່ອນສັດ, ກຸ້ງ ແລະ ຕົວອອ່ນຂອງແມງໄມ້ເປັນຫຼັກ. [1]

ວົງຈອນຊີວິດ: ໃນລະຫວ່າງການປະສົມພັນຕົວຜູ້ຈະສົ່ງສຽງຮ້ອງເພື່ອສະແດງຄວາມແຂງແກ່ງ ແລະ ສະມັດຕະພາບຂອງຕົວເອງ ທີ່ໜ້າສົນໃຈຄື ຕົວແມ່ຂອງສາຍພັນນີ້ກໍ່ຈະສົ່ງສຽງຮ້ອງຄືກັນ ເຊິ່ງເປັນລັກສະນະທີ່ທີ່ບໍ່ສາມາດພົບເຫັນໄດ້ທົ່ວໄປໃນກຸ່ມອານຸກົມວິຖານທີ່ກ່ຽວຂ້ອງ [5]. ຫຼັງຈາກການວາງໄຂ່ແລ້ວ ໄຂ່ຈະຈົ່ມລົງສູ່ກົ້ນໜອງນ້ຳ ເຊິ່ງພໍ່ ຫຼື ແມ່ ຫຼື ທັງສອງຝ່າຍຈະເກັບໄຂ່ ແລະ ຝັງໄວ້ໃນຟອງອາກາດພາຍໃນຮັງ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃດໆ ເຖິ່ງຢ່າງໃດກໍ່ຕາມ ມົນສະພາວະ (ເຊັ່ນ ຈາກການໃຊ້ສານກຳຈັດວັດສະພືດ ແລະ ຍາຂ້າແມງໄມ້) ແລະ ການປ່ຽນແປງຖິ່ນທີ່ຢູ່ອາໄສຢ່າງກວ້າງຂວາງ (ເຊັ່ນ ການຂະຫຍາຍຕົວເມືອງ ແລະ ການຂຸດທາງນ້ຳ) ໄດ້ຮັບການບັນທຶກໄວ້ວ່າເຮັດໃຫ້ປະຊາກອນໃນທ້ອງຖິ່ນຫຼຸດລົງ ຫຼື ສູນພັນ, ຜົນກະທບເຫຼົ່ານີ້ເຖິ່ງວ່າຈະສຳຄັນ ແຕ່ໂດຍທົ່ວໄປແລ້ວຈະຈຳກັດຢູ່ໃນບາງພື້ນທີ່ຫຼາຍກ່ວາແຫຼ່ງເຂດກະຈາຍພັນທົ່ວໄປ. [3]

ການຕິດຕາມປະຊາກອນ:
ໃນຫຼວງບໍ່ກີ່ປີທີ່ຜ່ານມາ ປາຊະນິດນີ້ຍັງຄົງພົບໄດ້ທົ່ວໄປໃນພື້ນທີ່ສ່ວນໃຫຍ່ຂອງຖິ່ນກຳເນີດ ໂດຍສະເພາະໃນຖິ່ນທີ່ຢູ່ອາໄສທີ່ມີການລົບກວນປານກາງ ແລະ ມີການລົບກວນຫຼາຍ, ເຖິ່ງຢ່າງໃດກໍ່ຕາມ ແນວໂນ້ມປະຊາກອນໂດຍລວມຍັງຄົງບໍ່ເປັນທີ່ຮູ້ຊັດເຈນ. [3]

ການເກັບກູ້ແບບຍືນຍົງ:
ປັດຈຸບັນຍັງບໍ່ມີມາດຕະການອານຸລັກສະເພາະສຳຫຼັບສາຍພັນນີ້ ຈຳເປັນຕ້ອງມີການຄົ້ນຄວ້າເພີ່ມເຕີມກ່ຽວກັບອານຸກົມວິຖານ, ຜົນວັດຂອງປະຊາກອນ, ວົງຈອນຊີວິດ ແລະ ໄພຂົ່ມຂູ່ ຄວບຄູ່ໄປກັບການຕິດຕາມແນວໂນ້ມຂອງຖິ່ນທີ່ຢູ່ອາໄສ, ນອກຈາກນີ້ ຄວນມີການພັດທະນາການສຶກສາແກ່ປະຊາຊົນເພື່ອສ້າງຄວາມຕະໜັກຮູ້ເຖິ່ງຄວາມເປາະບາງຂອງສາຍພັນຕໍ່ການແຕກແຍກ ແລະ ການປ່ຽນແປງຖິ່ນທີ່ຢູ່ອາໄສ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,