ເລກລຳດັບທີ: 1491
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-25
ປາໝູລາຍເສືອ
Barred Loach
Syncrossus beauforti (Smith, 1931)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Chameleon Botia and chameleon loach.)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Botiidae
ສະກຸນ
Syncrossus
ຊະນິດ
Syncrossus beauforti
ຊື່ພ້ອງ
Botia beauforti Smith, 1931
Botia beauforti Pellegrin & Fang, 1940
Botia beauforti formosa Pellegrin & Fang, 1940
Syncrossus formosus Pellegrin & Fang, 1940
Botia lucas-bahi Fowler, 1937
Botia lucasbahi Fowler, 1937
Hymenophysa lucasbahi Fowler, 1937
Botia yunnanensis Chen, 1980
Syncrossus beauforti Kottelat,2012
Syncrossus lucasbahi Kottelat,2012
ຊະນິດໃກ້ຄຽງ
ປາແຂ້ວໄກ້/ Banded Tiger Loach
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງຍາວ. ມີລັກສະນະເປັນແຖບແນວຕັ້ງຈາງໆ 9 ຫາ 12 ແຖບ, ໂດຍມີຈຸດຂະໜາດຕ່າງໆຮຽງເປັນແຖວຕາມແນວຍາວທັບຊ້ອນກັນ, ສ່ວນຫົວ ແລະ ສ່ວໜ້າດ້ານເທິງຂອງລຳຕົວມີລາຍເສັ້ນຕາມຄວາມຍາວຫຼາຍເສັ້ນ. ຄີຫຼັງມີຂອບສີດຳ ແລະ ມີຈຸດຮຽງເປັນແຖວແນວຕັ້ງຫຼາຍແຖວ, ຄີຫຼັງມີກ້ານຄີແຕກຂະແໜ່ງ 9 ກ້ານ, ກະດູກສັນຫຼັງ ethmoid ຕັ້ງຊື່ ແຕ່ບໍ່ຕັ້ງສາກກັບກະດູກເມື່ອງເບິ່ງຈາກດ້ານເທິງ, ນອກຈາກນີ້ປາຊິນິດນີ້ຍັງມີເຫງືອກຂະໜາດນ້ອຍ ແລະ ຮິມຝີປາກດ້ານລຸ່ມບໍ່ມີປຸ່ມນູນ.
ຂະໜາດ: 11.5 ຊມ SL.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China; Lao People's Democratic Republic; Thailand; Viet Nam. [3]

Global distribution of Syncrossus beauforti between 1965 to 2025. Source: [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທົ່ງນາ
ໂດຍມັກກ່ຽວຂ້ອງກັບນ້ຳໃສ, ກະແສນ້ຳໄຫຼແຮງ ແລະ ພື້ນນ້ຳທີ່ເປັນຫີນ ຫຼື ຫີນຜາ, ອາໄສຢູ່ໃນແມ່ນ້ຳຂະໜາດນ້ອຍຫາຂະໜາດກາງ ໂດຍຂະຂຸດເປັນໂພງເຂົ້າໄປໃນຊາຍ ຫຼື ຂຸດໃຕ້ຫີນ ໃນຊ່ວງທີ່ມີນ້ຳຖ້ວມສູງ, ພວກມັນຈະເຂົ້າໄປໃນປ່າທີ່ຖືກນ້ຳຖ້ວມ. [1], [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາມັນໝູລາຍເສືອໄດ້ຮັບການປະເມີນວ່າໃກ້ສູນພັນ, ປາຊະນິດນີ້ຮູ້ກັນດີວ່າບໍ່ທົນຕໍ່ລະດັບໄນໂຕເຈັນທີ່ສູງ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ
ອາຫານ ແລະ ລ້ຽງປະດັບ: ປາມັນໝູລາຍເສືອພົບເຫັນເປັນບາງຄັ້ງໃນຕະຫຼາດປາ ແລະ ມີການຊື້ຂາຍໃນອຸດສາຫະກຳຕູ້ປາສວຍງາມ. [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ບໍ່ມີການເພາະລ້ຽງໃດໆ ຈຶ່ງສັນນິຖານວ່າເປັນການຈັບຈາກທຳມະຊາດ 100%. [3]
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ຄວາມແຕກຕ່າງທາງເພດ: ໂດຍທົ່ວໄປແລ້ວປາແມ່ທີ່ໂຕເຕັມໄວຈະແຂງແຮງກ່ວາຕົວຜູ້ ແລະ ອາດມີຂະໜາດໃຫຍ່, ລັກສະນະເດັ່ນອື່ນໆ ຍັງບໍ່ໄດ້ຮັບການບັນທຶກໄວ້. [5]

ອາຫານ: ພວກມັນເປັນສັດກິນຊີ້ນເປັນຫຼັກ ແລະ ບໍ່ເລືອກກິນ, ເຖິ່ງວ່າຈະກິນຊີ້ເປັນຫຼັກ ແຕ່ພວກມັນກໍ່ຈະກິນພືດເປັນອາຫານອີກດ້ວຍຫາກມີໃຫ້ເລືອກ ບາງຄັ້ງອາດລວມທັງພືດນ້ຳ. [5]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ໄພຂົ່ມຂູ່ທີ່ສຳຄັນຕໍ່ສາຍພັນນີ້ຄືການຫາປາຈາກທຳມະຊາດເພື່ອການຄ້າຕູ້ປາສວຍງາມ ແລະ ໃນລະດັບທີ່ໜ້ອຍກ່ວາຄື ເພື່ອການບໍລິໂພກຂອງມະນຸດ, ຍັງມີການລາຍງານວ່າມີລະດັບມົນລະພິດສູງໃນແມ່ນ້ຳຂອງ ເນື່ອງຈາກສາຍພັນນີ້ບໍ່ທົນຕໍ່ລະດັບໄນໂຕເຈັນ ດັງນັ້ນສາຍພັນນີ້ຈຶ່ງຫາຍໄປຢ່າງໄວຈາກພື້ນທີ່ທີ່ມີການເພາະປູກ, ນອກຈາກນີ້ເຂື່ອນຂະໜາດໃຫຍ່ຈຳນວນຫຼາຍ ແລະ ໂຄງການຜັນປ່ຽນນ້ຳອື່ນໆ ໃນເຂດການກະຈາຍພັນຂອງສຍພັນນີ້ຍັງກໍ່ໃຫ້ເກີດຄວາມສ່ຽງເພີ່ມເຕີມໃນທັງແມ່ນ້ຳເຈົ້າພະຍາ ແລະ ແມ່ນ້ຳຂອງ, ກາານພັດທະນາເຫຼົ່ານີ້ປ່ຽນແປງລະບົບນິເວດນ້ຳຈືດໂດຍການລົບກວນວັດນະຈັກທາງອຸທົກວິທະຍາ ແລະ ປ່ຽນແປງຮູບແບບການຕົກຕະກອນລວມທັງລະດັບອອັກຊີເຈນທີ່ລະລາຍ. [3]

ການຕິດຕາມປະຊາກອນ:
ຄາດວ່າປະຊາກອນຈະຫຼຸດລົງ ເຖິ່ງວ່າຈະບໍ່ຮູ້ຕົວເລກໂດຍລະອຽດກໍ່ຕາມ, ຄາດວ່າຈຳນວນປະຊາກອນຫຼຸດລົງປະມານ 20 ຫາ 29% ໃນຊ່ວງ 10 ປີທີ່ຜ່ານມາ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,