ເລກລຳດັບທີ: 1490
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-05-15
ປາຢາງບອນ
Asian bumblebee catfish
Pseudomystus siamensis (Regan, 1913)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຂີ້ເຫ້ຍ, ປາບອນ (Bumble bee catfish, Siamese barred catfish, Siamese catfish and Siamese rock catfish.)
ອະນຸກົມວິຖານ
ຊື່ສະກຸນ
Bagridae
ຊື່ພ້ອງ
Leiocassis albicollaris Fowler, 1934
Leiocassis bicolor Fowler, 1934
Leiocassis siamensis Regan, 1913
Liocassis brashnikowi subsp. siamensis Regan, 1913
Liocassis siamensis Regan, 1913
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງຍາວ. ມີກ້ານຄີຫຼັງແຂງ 1 ອັນ, ກ້ານຄີຫຼັງອອ່ນ 7 ອັນ ແລະ ຄີກົ້ນອອ່ນ 16 ຫາ 17 ອັນ, ລຳຕົວມີສີເປັນລາຍຕັ້ງບໍ່ສະໝ່ຳສະເໝີຕາມພື້ນຜິວສີເຫຼືອງ ຫາສີເທົາເຂັ້ມ, ແຕ່ບາງຄັ້ງລຳຕົວອາດເບິ່ງຄ້າຍວ່າເປັນສີດຳລ້ວນ, ຄີຫາງໂປ່ງໃສ່ (ໄອຍາລີນ) ແລະ ອາດມີຈຸດສີດຳຂະໜາດນ້ອຍໜຶ່ງຈຸດເທິງຢູ່ຕາມແຕ່ລະກີບ ຫຼື ອາດບໍ່ມີເລີຍ. ໜວດສັ້ນ ໂດຍໜວດຄາງກະໄຕເທິງຍາວບໍ່ຮອດໂຄນຄີຂ້າງ. ຄວາມເລິກຂອງລຳຕົວບໍລິເວນຈຸດເລີ່ມຕົ້ນຂອງຄີຫຼັງຫຼາຍກ່ວາຄວາມກວ້າງຂອງຫົວ, ນອກຈາກນີ້ຍັງມີຄີໄຂມັນທີ່ສູງ ແລະ ກົມ (ຄີໄຂມັນນີ້ຢູ່ດ້ານຫຼັງຂອງຄີຫຼັງ).
ຄວາມຍາວສູງສຸດ: 18 ຊມ. ຄວາມຍາວມາດຕະຖານ (TL).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam [2], [5].

Global distribution of Pseudomystus siamensis between 1937 to 2026. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ຂໍ້ມູນຈາກ GBIF ລະບຸວ່າຖິ່ນທີ່ຢູ່ອາໄສຂອງປາຊະນິດນີ້ໃນສະຫວັນນະເຂດ ປໄກສອນພົມວິຫານ), ແຂວງວຽງຈັນ (ນ້ຳງຶມ), ຈຳປາສັກ (ປາກເຊ), ຫຼວງພະບາງ (ປາກອູ), ອັດຕະປື (ໄຊເສດຖາ) ແລະ ເຊກອງ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ພົບໄດ້ໃນແຫຼ່ງທີ່ຢູ່ອາໄສທີ່ຫຼາກລາຍ ລວມທັງແມ່ນ້ຳ ແລະ ລຳທານ, ພື້ນທີ່ຊຸ່ມນ້ຳ ແລະໜອງນ້ຳພຸ, ມັນສະແດງໃຫ້ເຫັນເຖິງຄວາມສາມາດໃນການປັບຕົວເຂົ້າກັບນ້ຳທີ່ຖືກກັກເກັບ ແລະ ພື້ນທີ້່ໜອງນ້ຳທີ່ຄົນເຮົາສ້າງຂື້ນ, ພຶດຕິກຳການອົບພະຍົບຍັງຄົງບໍ່ແນ່ນອນ ເຖິ່ງວ່າຈະຄາດການອົບພະຍົບຕາມລະດູການ [2]. ພວກມັນອາໄສຢູ່ຕາມລໍາທານ ແລະ ຫວ້ຍນໍ້າສາຂາທີ່ໄຫຼ ໂດຍລົບຊ່ອນຢູ່ຕາມຮາກໄມ້ທີ່ຈົບຢູ່ໃຕ້ນ້ຳ ແລະ ທີ່ລົບໄພອື່ນໆ ໃນເວລາກາງເວັນ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ພົບໄດ້ທົ່ວໄປໃນລຸ່ມແມ່ນ້ຳຂອງຕອນກາງ ແລະ ຕອນລຸ່ມ, ເນື່ອງຈາກບໍ່ມີໄພຂົ່ມຂູ່ທີ່ສຳຄັນໃດໆທີ່ລະບຸໃນປັດຈຸບັນ ຈຶ່ງໄດ້ຮັບການປະເມີນວ່າມີຄວາມສ່ຽງໜ້ອຍທີ່ສຸດ, ເຖິງຢ່າງໃດກໍ່ຕາມ ການສຶກສາເພີ່ມເຕີມກ່ຽວກັບໄພຂົ່ມຂູ່ທີ່ອາດເກີດຂື້ນຍັງຄົງມີຄວາມຈຳເປັນ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ
ອາຫານ ແລະ ລ້ຽງປະດັບ: ປາຊະນິດນີ້ຖືກຈັບເພື່ອເປັນອາຫານໃນການປະມົງພື້ນບ້ານ, ປານ້ອຍມັກຖືກຈັບ ແລະ ສົ່ງອອກເພື່ອການຄ້າປາສວຍງາມ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ກໍລະກົດ, ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ຄວາມແຕກຕ່າງທາງເພດ: ໂດຍທົ່ວໄປເພດແມ່ຈະມີຮູບຮ່າງທີ່ຕຸ້ຍກ່ວາເພດຜູ້, ເພດຜູ້ມີປຸ່ມອາໄວຍະວະເພດທີ່ຍາວ ແລະ ຊັດເຈນ ແລະ ມີລວດລາຍສີອອ່ນຕາມຕົນຕົວຂອງເພດແມ່ນ. [4]

ການກິນອາຫານ: ສັດຊະນິດນີ້ຂີ້ອາຍ ແລະ ອອກຫາກິນໃນເວລາກາງຄືນ [6]. ພວກມັນກິນເຍື່ອທຸກຊະນິດທີ່ມີຂະໜາດນ້ອຍພໍທີ່ຈະກືນເຂົ້າໄປໄດ້ [4], ໂດຍກິນຕົວອອ່ນຂອງແມງໄມ້ນ້ຳເປັນຫຼັກ ລວມທັງແມງປໍ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ໄພຂົ່ມຂູ່ຕໍ່ສາຍພັນນີ້ຍັງຄົງບໍ່ຊັດເຈນ ເນື່ອງຈາກມີຂໍ້ມູນກ່ຍວກັບຊີວະວິທະຍາຂອງມັນຢ່າງຈຳກັດ ດັງນັ້ນຈຶ່ງຍັງບໍ່ລະບຸຜົນກະທົບຂອງໄພຂົ່ມຂູ່ທີ່ອາດເກີດຂື້ນໄດ້ ໂດຍສະເພາະແມ່ນໄພຂົ່ມຂູ່ຈາກກິດຈະກຳຂອງມະນຸດໄດ້, ນອກຈາກນີ້ ໄພຂົ່ມຂູ່ຕໍ່ຄວາມຫຼາຍຫຼາຍທາງຊີວະພາບທາງນ້ຳໃນປັດຈຸບັນທົ່ວພື້ນທີ່ເຂດກະຈາຍພັນທີ່ຮູ້ຍັງບໍ່ໄດ້ຮັບການລະບຸຢ່າງຄົບຖ້ວນ. [2]

ການຕິດຕາມປະຊາກອນ:

ບໍ່ມີຂໍ້ມູນໃດໆ ກ່ຍວກັບຂະໜາດປະຊາກອນ ຫຼື ແນວໂນ້ມຂອງປາຊະນິດນີ້, ຢ່າງໃດກໍ່ຕາມຂໍ້ມູນຈາກການສຶກສາບົ່ງຊີ້ວ່າ ປາຊະນິດນີ້ຍັງມີຫຼາຍ ໂດຍສະເພາະໃນແມ່ນ້ຳຂອງ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,