ເລກລຳດັບທີ: 1489
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-05-19
ປາຂະແຍງໃບເຂົ້າ
Long-fatty finned mystus
Mystus singaringan (Bleeker, 1846)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Siluriformes
ຊື່ສະກຸນ
Bagridae
ສະກຸນ
Mystus
ຊະນິດ
Mystus singaringan
ຊື່ພ້ອງ
Bagrus macronemus Bleeker, 1846
Bagrus singaringan Bleeker, 1846
Hypselobagrus macronema (Bleeker, 1846)
ຊະນິດໃກ້ຄຽງ
ປາຂະແຍງ/ White-Lined Catfish
ປາຂະແຍງ/ Black-Striped Catfish
ປາຂະແຍງຂ້າງລາຍ/ Mystic Catfish
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງຍາວ, ມີກະດູກສັນຫຼັງ 42 ຫາ 45 ອັນ, ລຳຕົວມີສີເທົາເຂັ້ມສະໝໍ່າສະເໝີ, ມີຄີໄຂມັນຍາວກ່ວາທະວານຢ່າງເຫັນໄດ້ຊັດ ແລະ ເຊື່ອມຕໍ່ກັບຄີຫຼັງ. ໜວດມີຄວາມຍາວຫຼາຍ ໂດຍໜວດຄາງກະໄຕເທິງຢືນໄປຮອດ ຫຼື ຍາວກາຍຄີຫາງ, ຮ່ອງກະໂຫຼກຫົວ (ຮ່ອງເທິງຫົວ) ຢືນໄປດ້ານຫຼັງຂອງກະດູກທ້າຍທອຍ.
ຂະໜາດ: ຄວາມຍາວສູງສຸດ 30 ຊມ (ຄວາມຍາວມາດຕະຖານ, SL), ຄວາມຍາວທົ່ວໄປ 15 ຊມ. (SL).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Brunei Darussalam; Cambodia; Indonesia; Lao People's Democratic Republic; Malaysia, Thailand; Viet Nam. [2]

Global distribution of Mystus singaringan between 1860 to 2025. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກ GBIF ມີການບັນທຶກເຂດກະຈາຍພັນຂອງປາຊະນິດນີ້ໃນແຂວງສະຫວັນນະເຂດ (ນະຄອນໄກສອນພົມວິຫານ), ຈຳປາສັກ (ປາກເຊ ແລະ ມ. ໂຂງ), ບໍລິຄຳໄຊ (ນ້ຳເລິກ ແລະ ນ້ຳນາງ, ທ່າພະບາດ), ແຂວງວຽງຈັນ (ນ້ຳງຶມ, ໄຊທານີ) ແລະ ຫຼວງພະບາງ (ມ. ຫຼວງພະບາງ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ອາໄສຢູ່ໃນແຫຼ່ງນ້ຳຈືດທີ່ມີນ້ຳນິ້ງ ແລະ ນ້ຳໄຫຼ່ຫຼາຍປະເພດ, ແຕ່ພົບໄດ້ຫຼາຍໃນແມ່ນ້ຳຂະໜາດໃຫຍ່, ມີກະແສນ້ຳໄຫຼຊ້າ ແລະ ພື້ນເປັນຊາຍ ຫຼື ເປັນຂີ້ຕົມ, ໃນຊ່ວງທີ່ມີນ້ຳຫຼາຍ ມັນຈະອົບພະຍົບເຂົ້າໄປໃນພື້ນທີ່ປ່າທີ່ຖືກນ້ຳທວ້ມ ແລະ ອົບພະຍົບກັບໄປໃນແມ່ນນ້ຳໃນລະດູແລ້ງ, ເປັນທີ່ຮູ້ດີກັນວ່າພວກມັນມັກປະສົບກັບສະພາບແວດລ້ອມທີ່ມີລັກສະນະເປັນນ້ຳໄຫຼແຮງ [2]. ມັກພົບໃນສະເພາບແວດລ້ອມທີ່ມີນ້ຳໄຫຼປານກາງ, ພື້ນເປັນຂີ້ຕົມ ແລະ ມີພືດໃຕ້ນ້ຳທີ່ກະຈົດກະຈາຍ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ເຖິ່ງວ່າຂໍ້ມູນລະອຽດກ່ຽວກັບຂະໜາດປະຊາກອນ ແລະ ແນວໂນ້ມຂອງສາຍພັນນີ້ຈະຂາດຫາຍໄປ ແຕ່ກໍຍັງຄົງມີຈຳນວນຫຼາຍຕະຫຼອດການກະຈາຍພັນທີ່ຮູ້ກັນດີ ອາດມີໄພຂົ່ມຂູ່ໃນລະດັບທ້ອງຖິ່ນ ຫຼື ລະດັບທ້ອງຖິ່ນ ແຕ່ບໍ່ໜ້າຈະສົ່ງຜົນກະທົບຕໍ່ສາຍພັນນີ້ໃນວົງກວ້າງ ແລະ ພົບໄດ້ໃນພື້ນທີ່ສະຫງວນຫຼາຍແຫ່ງ ດັງນັ້ນຈຶ່ງປະເມີນວ່າຢູ່ໃນລະດັບຄວາມສ່ຽງຕ່ຳທີ່ສຸດ ແນະນຳໃຫ້ມີການທົບທວນອານຸກົມວິຖານຂອງກຸ່ມປະຊາກອນຍ່ອຍ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ປາຊະນິດນີ້ມັກຖືກຫາເພື່ອໃຊ້ເປັນອາຫານໃນການປະມົງພື້ນບ້ານ ແລະ ການປະມົງທາງເພື່ອການຄ້າຂະໜາດນ້ອຍ, ບາງຄັ້ງກໍ່ມີການຫາເພື່ອການຄ້າປາສວຍງາມ [2]. ໂດຍທົ່ວໄປຈະຂາຍເປັນປາສດ ເຊິ່ງເປັນການສະໜັບສະໜຸະຫຼາດອາຫານໃນທາງການຄ້າ ແລະ ການຂາຍເພື່ອໃຊ້ເປັນປາສວຍງາມໃນຂະນາດນ້ອຍ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ຕົວເຕັມໄວຈະກິນຕົວອອ່ນຂອງແມງໄມ້, ແພຼງຕ່ອນສັດ ແລະ ປາຂະໜາດນ້ອຍ. [1], [4].
ນ້ຳ: ອຸນຫະພູມນ້ຳທີ່ເໝາະສົມຢູ່ໃນຊ່ວງ 24 ຫາ 32 ອົງສາ, ມີຄ່າເປັນກົດເລັກໜ້ອຍ ຫາປານກາງ 4-6 pH ແລະ ມີລະດັບອອັກຊີເຈນລະລາຍລະດັບປານກາງ 5.5 ມກ/ລິດ ເຊິ່ງເປັນສະພາບແວດລ້ອມທົ່ວໄປຂອງນ້ຳຈືດ. [4]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ເຖິ່ງວ່າການຕັດໄມ້ທຳລາຍປ່າ ແລະ ການປ່ຽນແປງພື້ນທີ່ການກະເສດແບບໄຮ່ອາດເກີດຂື້ນລະດັບທ້ອງຖິ່ນ ຫຼື ລະດັບພູມພາກ ແຕ່ບໍ່ມີໄປຂົ່ມຂູ່ທີ່ສໄຄັນໃດໆ ທີ່ແນ່ຊັດວ່າໜ່າຈະສົ່ງຜົນກະທົບຕໍ່ສາຍພັນນີ້ທົ່ວທຸກພື້ນທີ່. [2]

ການຕິດຕາມປະຊາກອນ:
ສາຍພັນນີ້ມີປະຊາກອນຈຳນວນຫຼາຍໃນພື້ນທີ່ການກະຈາຍພັນຕາມທຳມະຊາດສ່ວນໃຫຍ່ ເຖິ່ງວ່າຂະໜາດປະຊາກອນຈະບໍ່ເປັນທີ່ຊັດເຈນ ແຕ່ຄາດວ່າຈະມີແນວໂນ້ມໂຄງທີ່ ຫຼື ຫຼຸດລົງ ໃນອັດຕະທີ່ບໍ່ພຽງພໍທີ່ຈະຈັດຢູ່ໃນປະເພດໃກ້ສູນພັນ. [2]

ການເກັບກູ້ແບບຍືນຍົງ:
ຈຳເປັນຕ້ອງມີຂໍ້ມູນເພີ່ມເຕີມກ່ຽວກັບການກະຈາຍພັນ, ຊີວະວິທະຍາ, ຂໜາດປະຊາກອນ ແລະ ແນວໂນ້ມ ຕະຫຼອດຮອດໄພຂົ່ມຂູ່ໃນປັດຈຸບັນ ແລະ ອາດຈະເກີດຂື້ນກັບຊະນດນີ້ ເຖິ່ງວ່າຈະມີຈຳນວນຫຼາຍ ແຕ່ກໍ່ຍັງຕ້ອງການຂໍ້ມູນກັບຫາປາເພື່ອການປະເມີນຜົນກະທົບຂອງການປະມົງຕໍ່ປະຊາກອນຂອງມັນອີກດ້ວຍ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,