ເລກລຳດັບທີ: 1487
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-24
ປາຄັບຂອງ
Glass fish
Parambassis siamensis (Fowler, 1937)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Ambassidae
ຊື່ພ້ອງ
Ambassis siamensis (Fowler, 1937)
Chanda siamensis Fowler, 1937
Chanda punctulata Fraser-Brunner, 1955
Channa punctulata Fraser-Brunner, 1955
Parambassis punctulata (Fraser-Brunner, 1955)
Parambassis punctulatus (Fraser-Brunner, 1955)
ບັນຍາຍລັກສະນະທາງພືດສາດ
ປາຄັບຂອງມີຮູບຮ່າງລຳຕົວສັ້ນ ແລະ ເລິກ, ມີຈຸດສີດຳທີ່ເຫັນໄດ້ຊັດເຈນບໍລິເວນປາຍຄີຫຼັງ ແລະ ບາງຄັ້ງອາດມີຈຸດສີດຳຈາງໆຢູ່ບໍລິເວນຫຼັງເຫງືອກ, ມີດຳສັ້ນ ແລະ ບໍ່ແຫຼມຫຼາຍ, ໜາມກ້ານທີ່ສອງບໍລີເວນຄີກົ້ນມີຄວາມຍາວປະມານເທົ່າກັນ ຫຼື ສັ້ນກ່ວາໜາມກ້ານທີ່ສາມ ແລະ ບໍ່ໃຫຍ່ຫຼາຍ, ປາຊະນິດນີ້ມີເກັດ 55 ຫາ 60 ເກັດຕະຫຼອດເສັ້ນຂ້າງລຳຕົວ ໃນປາຂະໜາດໃຫຍ່ ບໍລິເວນດ້ານໜ້າຄີຫຼັງຈະນູນຂື້ນເລັກນ້ອຍ.
ຂະໜາດ: 5 ຊມ. ຄວາມຍາວມາດຕະຖານ (SL.)
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Malaysia; Thailand; Viet Nam. [3]

Global distribution of Parambassis siamensis between 1934 to 2026. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ຂໍ້ມູນຈາກ GBIF ບັນທຶກທີ່ຢູ່ອາໄສຂອງປາຊະນິດນີ້ໃນຫຼວງພະບາງ (ນໍ້າເຊືອງ, ມ. ປາກອູ), ສະຫວັນນະເຂດ (ເຊໂນ, ມ. ປະທຸມພອນ), ຈຳປາສັກ (ແມ່ນ້ຳຂອງ, ມ. ສຸຂຸມມາ ແລະ ມ. ປະທຸມພອນ, ນ້ຳຕົກຕາດຄອນພະເພັງ, ເມືອງໂຂງ), ເຊກອງ (ເຊຂະໝານ, ມ, ດາກຈຶງ), ອັດຕະປື (ມ. ໄຊເສດຖາ), ແລະ ບໍລິຄໍາໄຊ (ນໍ້າເລິກ ແລະ ນໍ້າຂອງ ມ. ທ່າພະບາດ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ອາໄສຢູ່ໃນແມ່ນໍ້າຂະໜາດໃຫຍ່ ແລະ ທົ່ງນາທີ່ຖືກນໍ້າຖ້ວມໃນແມ່ນ້ຳຂອງທາງພາກໃຕ້, ພົບໄດ້ໃນໜອງນ້ຳ ແລະ ແມ່ນ້ຳໃນພື້ນທີ່ຕ່ຳ [1]. ພົບໄດ້ໃນແມ່ນ້ຳທີ່ໄຫຼຊ້າ, ລຳທານ, ຄອງຊົນລະປະທານ, ສະນ້ຳ, ທະເລສາບ ແລະ ອ່າງເກັບນ້ຳ [2], ແລະ ເປັນທີ່ຮູ້ກັນດີວ່າອາໄສຢູ່ໃນພື້ນທີ່ຊຸ່ມນ້ຳ ແລະ ແຫຼ່ງນ້ຳນິ້ງ ໂດຍຈະເຄືອນຫຍ້າຍໄປແຫຼ່ງນ້ຳໄຫຼໃນຊ່ວງລະດູນ້ຳຖ້ວມ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ ແລະ ປາສວາຍງາມ: ປາຊະນິດນີ້ໃຊ້ເປັນການປະມົງເພື່ອການດຳລົງຊີວິດ ແລະ ບາງຄັ້ງກໍ່ຖືກເກັບກ່ຽວເພື່ອການຄ້າປາສວຍງາມ. [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຊະນິດນີ້ຂ້ອນຂ້າງບໍ່ເລືອກອາຫານ ແລະ ຈະກິນອາຫານສົດໄດ້ເກືອບທຸກຊະນິດ [6]. ໂດຍຈະກິນແພຼງຕ່ອນສັດ ແລະ ຕົວອອ່ນຂອງແມງໄມ້. [5]

ພຶດຕິກຳ: ປາຄັບຂອງມີນິໄສສະຫງົບ ແລະ ຂີ້ອາຍ, ເປັນທີ່ຮູ້ຈັກກັນດີວ່າເປັນປາທີ່ຢູ່ຮ່ວມກັນເປັນຝູງ ຕົວຜູ້ບາງຕົວອາດສະແດງພຶດຕິກຳຫວງຖິ່ນໃນລະດູການວາງໄຂ່ ເຖິງວ່າການທຳຮ້າຍຮ່າງກາຍຈະເກີດຂື້ນໄດ້ຍາກກໍ່ຕາມ. [5]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຕັດໄມ້ທຳລາຍປ່າເພືື່ອການນຳໃຊ້ໄມ້ ແລະ ການກະເສດເກີດຂື້ນໃນເຂດການກະຈາຍພັນຂອງປາຊະນິດນີ້ ເຊິ່ງຄາດວ່າຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທາງນ້ຳ ເຖິ່ງຢ່າງໃດກໍ່ຕາມ ຜົນກະທົບຂອງໄພຂົ່ມຂູ່ເຫຼົ່ານີ້ ຕໍ່ປະຊາກອນຂອງສາຍພັນນີ້ ຍັງບໍ່ໄດ້ຮັບການປະເມີນ ແລະ ບໍ່ຄິດວ່າຈະມີໄພຂົ່ມຂູ່ທີ່ສຳຄັນໃນວົງກວ້າງ. [3]

ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນທີ່ຕີພິມກ່ຽວກັບຂະໜາດປະຊາກອນ ຫຼື ແນວໂນ້ມຂອງປາຊະນິດນີ້ ຄາດວ່າໜ່າຈະຄົງທີ່ ຫຼື ຫຼຸດລົງໃນອັດຕາທີ່ບໍ່ໄດ້ຈັດູ່ໃນປະເພດໃກ້ສູນພັນ ເນື່ອງຈາກມີການກະຈາຍຕົວຢ່າງກວ້າງຂວາງ ແລະ ບໍ່ມີໄພຂົ່ມຂູ່ໃນວົງກວ້າງ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae keonoy
ຜູ້ກວດສອບ Factsheet
,