ເລກລຳດັບທີ: 1486
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-23
ປາຊີວເຂົ້າສານ
Dwarf Ricefish
Oryzias minutillus Smith, 1945
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Dwarf Medaka)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Beloniformes
ຊື່ສະກຸນ
Adrianichthyidae
ສະກຸນ
Oryzias
ຊະນິດ
Oryzias minutillus
ຊື່ພ້ອງ
Oryzias minutilus Smith, 1945
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມນີຂະໜາດນ້ອຍເມື່ອໂຕເຕັມໄວ ແລະ ມີລັກສະນະເດັ່ນຫຼາຍປະການ ໂດຍມີລັກສະນະເດັ່ນຄື ຄີກົ້ນສ່ວນໜ້າຍາວ ແລະ ຢືນອອກມາສ່ວນອື່ນຂອງຄີມີກະດູກອອ່ນ ethmoid ຢື່ນອອກມາບໍລິເວນກາງ ແລະ ປາຊະນິດນີ້ມີຄີຫາງຫຼັກພຽງ 7 ເສັ້ນ ໂດຍມີຄີຫາງກົມ. ຄີຫຼັງມີກ້ານຄີ 5 ຫາ 7 ກ້ານ. ຄີກົ້ນມີ 17 ຫາ 21 ກ້ານ ໂດຍກ້ານສຸດທ້າຍບໍ່ແຕກຂະແໜງ ແລະ ປາຊະນິດນີ້ບໍ່ມີອະໄວຍະວະສຳພັດທີ່ເປັນກະດູກ, ນອກຈາກນີ້ມີຄີເອິກ 4 ຫາ 5 ກ້ານ ແລະ ເປັນປາທີ່ບໍ່ມີແຂ້ວຂະໜາດໃຫຍ່ຕາມກະດູກຄາງກະໄຕເທິງ ຫຼື ຄາງກະໄຕລຸ່ມ. ບໍລິເວນທະວານ ຫຼື ອະໄວຍະວະສືບພັນມີສີຄ້ຳ.
ຂະໜາດ: 1.7 ຊມ SL.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China; Lao People's Democratic Republic; Myanmar; Thailand; Viet Nam. [3]

Global distribution of Oryzias minutillus between 1957 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊິວເຂົ້າສານເປັນສິ່ງຊີວິດທີ່ອາໄສຢູ່ໃນໜອງ ແລະ ຫ້ວຍນ້ຳ, ໂດຍອາໄສຢູ່ໃນສະນ້ຳ, ຄູນ້ຳ, ທົ່ງນາ ແລະ ໜອງນ້ຳໃສ [3]. ເປັນປານ້ຳຈືດໂດຍສະເພາະນ້ຳນິ້ງ ເຊັ່ນ ໜອງນ້ຳຕື້ນ, ຄູນ້ຳ, ນາເຂົ້າ ແລະ ໜອງນ້ຳໃສ [1]. ເປັນປາທີ່ມັກພົບໃນນ້ຳນິ້ງຕື້ນທີ່ມີພືດພັນໜາແໜ້ນ ເຊັ່ນ ໜອງ, ນ້ຳໃສ, ຄອງນ້ຳ ແລະ ໜອງນ້ຳ. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດ ເນື່ອງຈາການກະຈາຍຕົວຢ່າງກວ້າງຂວາງ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ຈັດຢູ່ໃນປະເພດ “ບໍ່ໜ້າສົນໃຈ” ສຳຫຼັບການປະມົງເພື່ອເສດຖະກິດ ຫຼື ການປະມົງເພື່ອການດຳລົງຊີວິດ ເນື່ອງຈາກມີຂະໜາດນ້ອຍເກີນໄປທີ່ຈະເປັນອາຫານໄດ້. [5]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຊະນິດນີ້ເປັນສັດນັກລ່າຂະໜາດນ້ອຍ, ກິນແມງໄມ້ຂະໜາດນ້ອຍ, ໜອນ, ກຸ້ງ ແລະ ແພຼງຕ່ອນສັດອື່ນໆ ໃນແຫຼ່ງທີ່ຢູ່ອາໄສຕາມທຳມະຊາດ. [1]

ພຶດຕິກຳ: ໂດຍທົ່ວໄປປາຊະນິດນີ້ມີນິໄສສະຫງົບ ບໍ່ຮ້າຍຕໍ່ຊະນິດດຽວກັນ ແລະ ມັກສະແດງພຶດຕິກຳຕາມທຳມະຊາດ ແລະ ຈະມີຄວາມໝັ້ນໃຈຫຼາຍຂື້ນເມື່ອຢູ່ຮ່ວມກັນເປັນກຸ່ມ 8 ຕົວຂື້ນໄປ. [1]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ຕໍ່ສາຍພັນນີ້ ແລະ ຖິ່ນທີ່ຢູ່ອາໄສຂອງມັນ, ເຖິງຢ່າງໃດກໍຕາມ ຍັງມີແຮງກົດດັນສະເພາະສະພື້ນທີ່ອາໄສຂອງມັນ ລວມທັງມົນລະພິດລະດັບສູງ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,