ເລກລຳດັບທີ: 1475
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-09-30
ປາກປາກຄຳ
Siamese Laubuka
Laubuka siamensis Fowler, 1939
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຊິວອ່າວ (Siamese grass barb)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Laubuka
ຊະນິດ
Laubuka siamensis
ຊື່ພ້ອງ
Laubuca siamensis Fowler, 1939
ຊະນິດໃກ້ຄຽງ
ປາຫົວແງນ/ Flying Minnow
ປາຫົວແງນນ້ອຍ/ Indian Glass Barb
ບັນຍາຍລັກສະນະທາງພືດສາດ

ປາຊິວອ່າວ ເປັນປານ້ຳຈືດຂະໜາດນ້ອຍທີ່ມີລຳໂຕຮຽວຍາວ ແລະ ແບນທາງຂ້າງ. ຄວາມສູງຂອງລຳໂຕກວມເອົາປະມານ 28.6–33.0% ຂອງຄວາມຍາວມາດຕະຖານ (SL), ໃນຂະນະທີ່ຄວາມກວ້າງຂອງລຳໂຕແມ່ນປະມານ 9.6–13.2% ຂອງຄວາມຍາວມາດຕະຖານ. ປາຊະນິດນີ້ມີເກັດຂະໜາດກາງຫາໃຫຍ່ ແລະ ມີເສັ້ນຂ້າງໂຕທີ່ສົມບູນ ເຊິ່ງປະກອບດ້ວຍເກັດຈຳນວນ 31–33 ເກັດ ບວກກັບເກັດສ່ວນປາຍອີກສອງເກັດ; ນອກຈາກນີ້ ຍັງມີເກັດລຽງຕາມລວງຂວາງຂອງລຳໂຕຈຳນວນ 6–7 ແຖວ.

ສ່ວນຫົວຂ້ອນຂ້າງສັ້ນ ໂດຍມີຄວາມຍາວເທົ່າກັບ 21.2–26.8% ຂອງຄວາມຍາວມາດຕະຖານ (SL), ແລະ ຕາມີຂະໜາດໃຫຍ່ພໍສົມຄວນ ເຊິ່ງມີເສັ້ນຜ່າສູນກາງຕາເທົ່າກັບ 25.5–37.9% ຂອງຄວາມຍາວຫົວ (HL). ສ່ວນຈະງອຍປາກສັ້ນ, ແລະ ຄາງກະໄຕລຸ່ມມີຜິວລຽບ ໂດຍບໍ່ມີຜິວໜັງປົກຄຸມ. ໄລຍະຫ່າງລະຫວ່າງຕາແມ່ນແຄບກວ່າບໍລິເວນດ້ານຫຼັງຂອງຕາເລັກນ້ອຍ.

ຄີເອິກມີຄວາມຍາວປານກາງ ແຕ່ບໍ່ຍາວໄປຮອດຮູທະວານ ແລະ ປະກອບດ້ວຍກ້ານຄີທີ່ແຕກຂະແໜງຈຳນວນ 11–12 ກ້ານ. ຄີທ້ອງມີຄວາມຍາວຂ້ອນຂ້າງຫຼາຍ ແລະ ຍາວກາຍຮູທະວານໄປ, ໂດຍມີກ້ານຄີທີ່ແຕກແຂນງຈຳນວນ 5 ກ້ານ. ຄີຫຼັງມີກ້ານຄີທີ່ບໍ່ແຕກແຂນງ 3 ກ້ານ ແລະ ກ້ານຄີທີ່ແຕກແຂນງ 8 ກ້ານ, ໃນຂະນະທີ່ຄີກົ້ນມີກ້ານຄີທີ່ບໍ່ແຕກແຂນງ 3 ກ້ານ ແລະ ກ້ານຄີທີ່ແຕກແຂນງປະມານ 18½–21½ ກ້ານ. ຖານຂອງຄີກົ້ນມີຄວາມຍາວກວ່າຖານຂອງຄີຫຼັງ.

ປາຊິອ່າວສາມາດຈຳແນກໄດ້ໂດຍມີຈຸດສີດຳທີ່ໂດດເດັ່ນຢູ່ເໜືອໂຄນຂອງຄີໜ້າເອິກ, ມີແຖບສີເຂັ້ມແຄບໆພາດຍາວໄປຕາມລຳໂຕ, ແລະ ມີຈຸດສີເຂັ້ມທີ່ເຫັນໄດ້ຊັດເຈນຢູ່ບໍລິເວນໂຄນຫາງ (ສ່ວນທີ່ແຄບຂອງລຳໂຕກ່ອນຮອດຫາງ).

ຂະໜາດ: 6.1 ຊມ ຂອງຄວາມຍາວມາດຕະຖານ (SL.)

ແຫຼ່ງທີ່ມາ: [1], [2]

ອາຫານ: ເປັນຊະນິດທີ່ຫາອາຫານຢູ່ບໍລິເວນໜ້ານ້ຳ ໂດຍມີອາຫານຫຼັກແມ່ນສັດບໍ່ມີກະດູກສັນຫຼັງທັງທີ່ຢູ່ເທິງບົກ ແລະ ໃນນ້ຳ. [3]

ພຶດຕິກຳ: ເປັນສາຍພັນທີ່ບໍ່ດຸຮ້າຍ ແລະ ຢູ່ຮ່ວມກັນເປັນກຸ່ມໃນທຳມະຊາດ. [3]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to the river systems of the Mekong Basin in Thailand, Laos, Cambodia, and Vietnam; the Chao Phraya and Mae Klong watersheds of central and western Thailand; and several smaller drainages in southern Thailand and Peninsular Malaysia, including the Tapi and Pahang basins. [3], [4]

Global distribution of Laubuka siamensis between 1935 to 2023. Source: [5]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ

ພວກມັນມັກອາໄສຢູ່ໃນລຳທານສາຂາຂະໜາດນ້ອຍ, ໜອງນ້ຳຈືດ, ຄອງ, ນາເຂົ້າ ແລະ ແຫຼ່ງນ້ຳອື່ນໆທີ່ມີກະແສນ້ຳໄຫຼຊ້າ ຫຼື ນ້ຳນິ່ງ, ແລະ ອາດເຄື່ອນຍ້າຍເຂົ້າໄປໃນເຂດປ່າໄມ້ທີ່ມີນ້ຳຖ້ວມຂັງຕາມລະດູການໃນຊ່ວງລະດູຝົນ. ປາຊະນິດນີ້ພົບເຫັນຢູ່ໃນລຳທານຂະໜາດນ້ອຍຕັ້ງແຕ່ເຂດພື້ນທີ່ຕ່ຳໄປຈົນເຖິງເຂດຕີນພູ ແລະ ມັກພົບເຫັນພວກມັນລອຍເປັນຝູງຢູ່ບໍລິເວນຜິວນ້ຳ ຫຼື ຖັດລົງມາຈາກຜິວນ້ຳເລັກນ້ອຍ. [3], [6]

ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A

ບັນຊີແດງຂອງ IUCN: ແນວໂນ້ມຈຳນວນປະຊາກອນຂອງສັດຊະນິດນີ້ຍັງບໍ່ທັນເປັນທີ່ເຂົ້າໃຈຢ່າງຊັດເຈນ, ແຕ່ຄາດວ່າກຳລັງຫຼຸດລົງເນື່ອງຈາກການເສື່ອມໂຊມຂອງຖິ່ນທີ່ຢູ່ອາໄສ. ເນື່ອງຈາກຂໍ້ມູນກ່ຽວກັບການກະຈາຍຕົວ, ສະຖານະຂອງປະຊາກອນ ແລະ ໄພຂົ່ມຂູ່ຍັງບໍ່ພຽງພໍ, ປະຈຸບັນສັດຊະນິດນີ້ຈຶ່ງຖືກຈັດຢູ່ໃນກຸ່ມ "ຂໍ້ມູນບໍ່ພຽງພໍ" (Data Deficient - DD) [6]. ຍັງບໍ່ທັນໄດ້ຮັບການປະເມີນ (Not Evaluated - NE). ສາມາດເບິ່ງແຜນທີ່ການກະຈາຍຕົວໄດ້ທີ່ໜ້າຂໍ້ມູນຂອງສັດຊະນິດນີ້ໃນເວັບໄຊຂອງ IUCN. ການປະເມີນຄັ້ງລ່າສຸດແມ່ນດຳເນີນໃນປີ 2026. [7]

ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ

ອາຫານ: ບໍລິໂພກໃນທ້ອງຖິ່ນໃນຖານະທີ່ປັນປາສຳລັບບໍລິໂພກ. [6]

ປາລ້ຽງປະດັບ: ບາງຄັ້ງມີການລ້ຽງ ແລະ ຊື້ຂາຍເປັນປາປະດັບໃນຕູ້ປາ. [6]

ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ

ໄພຂົ່ມຂູ່: ການເສື່ອມໂຊມຂອງຖິ່ນທີ່ຢູ່ອາໄສຖືເປັນໄພຂົ່ມຂູ່ທີ່ອາດເກີດຂຶ້ນຕໍ່ສັດຊະນິດນີ້; ແນວໃດກໍຕາມ, ລັກສະນະ ແລະ ຂອບເຂດຂອງຜົນກະທົບດັ່ງກ່າວຍັງບໍ່ທັນເປັນທີ່ເຂົ້າໃຈຢ່າງຊັດເຈນເທື່ອ. [6]

ການຕິດຕາມປະຊາກອນ: ພົບເຫັນໄດ້ຍາກໃນຖິ່ນທີ່ຢູ່ອາໄສທີ່ເໝາະສົມ ແລະ ອາດມີຈຳນວນຫຼຸດລົງ. [6]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ລິ້ງອື່ນໆ
ຜູ້ສ້າງ Factsheet
Duangkhae KEONOY
ຜູ້ກວດສອບ Factsheet
,