ເລກລຳດັບທີ: 1453
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫອມລາບ
Marsh Mint
Mentha villosa Huds
ພືດ
ພືດລົ້ມລຸກ
 
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ສະຣະແໜ່ Eng: Kitchen Mint, Marsh Mint (Thai: ສະຣະແໜ່ Eng: Kitchen Mint, Marsh Mint)
ອະນຸກົມວິຖານ
ຊື່ສະກຸນ
Lamiaceae
ຊື່ພ້ອງ
Mentha × alopecuroides var. lamarckii (Ten.) Rouy
Mentha × alopecuroides var. microdonta (Briq.) Rouy
Mentha × amaurophylla Timb.-Lagr.
Mentha × amaurophylla var. rugosa (Gadeceau) Rouy
Mentha × benthamiana Timb.-Lagr.
Mentha × billotiana Déségl. & T.Durand
Mentha × bolzanensis Heinr.Braun
Mentha × chloreilema (Briq.) Heinr.Braun
Mentha × chlorostachya Gand. ex Heinr.Braun
Mentha × controversa Pérard ex Heinr.Braun
Mentha × cordifolia Opiz ex Fresen.
Mentha × dossiniana Déségl. & T.Durand
Mentha × dumortieri Déségl. & T.Durand
Mentha × emarginata Rchb.
Mentha × floccida Déségl.
Mentha × genevensis (T.Durand ex Déségl.) Déségl. & T.Durand
Mentha × gillotii Déségl. & T.Durand
Mentha × gratissima Weber
Mentha × incanescens Heinr.Braun
Mentha × lamarckii Ten.
ບັນຍາຍລັກສະນະທາງພືດສາດ
ຜັກຫອມລາບມີລັກສະນະເຄິ່ງລໍາຕົ້ນເຄິ່ງເຄືອ, ມີຮາກຝອຍຂະໜາດໜ້ອຍ ແລະ ສັ້ນ, ລໍາຕົ້ນສູງ 15-30 ຊມ, ລໍາຕົ້ນມີລັກສະນະເປັນຫຼ່ຽມ, ຜິວລໍາຕົ້ນມີສີແດງອົມມ່ວງຈົນເຖິງປາຍຍອດ, ລໍາຕົ້ນສາມາດແຕກກີ່ງງ່າໃໝ່ຈົນຂະຫຍາຍເປັນກໍໃຫຍ່ ແລະ ລໍາຕົ້ນແຕກກິ່ງຂະແໜງຈໍານວນຫຼາຍ. ໃບດ່ຽວ ແລະ ອອກເປັນຄູ່ໆ, ກົງກັນຂ້າມກັນເທິງກິ່ງລໍາຕົ້ນ, ໃບເປັນສີຂຽວຮູບຊົງຣີ, ກວ້າງ 1.5-3.5 ແລະ ຍາວ 2-7 ຊມ. ຜິວໃບຍົ່ນເປັນລູກຄື່ນ, ຂອບໃບຍັກ, ປາຍໃບມົນ ຫຼື ແຫຼມ. ອອກດອກເປັນຊໍ່, ເທິງຊໍ່ໃບບໍລິເວນປາຍຍອດ, ແຕ່ລະຊໍ່ມີດອກຈໍານວນຫຼາຍ, ດອກມີສີບົວອົມມ່ວງ, ມີກີບລ້ຽງ 5 ກີບ ແລະ ກີບດອກເຊື່ອມຕິດກັນເປັນກວຍຕື້ນ 4 ກີບ ພາຍໃນດອກມີເກສອນຜູ້ 4 ອັນ ສ່ວນເກສອນແມ່ບໍ່ຄ່ອຍພົບ. ມີໝາກເປັນສີດໍາ, ມີຂະໜາດນ້ອຍ, ມີລັກສະນະເປັນຮູບກະສວຍ, ເປືອກໝາກກ້ຽງມັນ, ທັງນີ້ໝາກຫອມລາບບໍ່ມັກຕິດເພາະສ່ວນໃຫຍ່ດອກເປັນໝັນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ ແລະ ສັບພະຄຸນ:
- ໃບອ່ອນ/ຍອດອ່ອນຫອມລາບໃຊ້ຮັບປະທານເປັນຜັກກິນກັບອາຫານປະເພດລາບ, ເຝີ, ຊຸບໄກ່ ເປັນຕົ້ນ.
- ໃບສົດນໍາມາບີບເພື່ອສູດດົມຈະໄດ້ກິ່ນຫອມນໍ້າມັນລະເຫີຍ ຊ່ວຍໃຫ້ສົດຊື່ນແກ້ອາການວີນຫົວ.
- ນໍາໃບສົດມາລ້າງນໍ້າແລ້ວໄປຕາກແຫ້ງ 5-7 ແດດສໍາຫຼັບໃຊ້ຊົງເປັນຊາດື່ມ.
- ຊ່ວຍໃຫ້ຜິວຊຸ່ມຊື່ນດ້ວຍການນໍາເອົາໃບຫອມລາບມາບົດແລ້ວທາຜິວ.
- ຊ່ວຍບໍາລຸງ ແລະ ຮັກສາສາຍຕາ.
- ຊ່ວຍແກ້ອາການໜ້າມືດຕາລາຍ ດ້ວຍການດື່ມນໍ້າຕົ້ມໃບຫອມລາບກັບຂີງ.
- ຊ່ວຍລະງັບກິ່ນປາກໄດ້.
- ຊ່ວຍຂັບລົມໃນລໍາໄສ້ ແລະ ຊ່ວຍໃນການຍ່ອຍອາຫານ.
- ກິ່ນຂອງໃບຫອມລາບຊ່ວຍໃນການໄລ່ຍຸງ ແລະ ແມງໄມ້ຕ່າງໆ ດ້ວຍການນໍາໃບມາບົດແລ້ວນໍາມາທາຜິວ.
- ໃຊ້ແຕ່ງກິ່ນເຄື່ອງດື່ມຕ່າງໆ ແລະ ເຫຼົ່າໄດ້.
- ນໍາໄປໃຊ້ເຮັດເປັນນໍາມັນຫອມລະເຫີຍເພື່ອໃຊ້ເຮັດການບໍາບັດດ້ວຍກິ່ນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,