ເລກລຳດັບທີ: 1443
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-09-01

ຜໍາ
Wolffia

Wolffia globosa (Roxb.) Hartog & Plas


ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ໄຂ່ຜໍາ ( Asian Watermeal)

ຊື່ພ້ອງ :
Grantia globosa (Roxb.) Griff.
Lemna globosa Roxb.
Telmatophace cylindracea Welw.
Telmatophace cylindracea Welw. ex Hegelm.
Wolffia schleidenii Miq.

ຊື່ສະກຸນ:
Araceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ແຜ່ນໃບ ຂອງພືດນ້ຳນີ້ລອຍຢ່າງອິສະຫຼະຢູ່ໜ້ານ້ຳ ຫຼື ຢູ່ໃຕ້ຜິວນ້ຳເລັກນ້ອຍ. ຜິວໃບດ້ານເທິງມີສີຂຽວ, ໃນຂະນະທີ່ດ້ານລຸ່ມມີສີຂຽວໃສ. ໃບຮູບຮູບໄຂ່, ນ້ອຍຫຼາຍ, ມີຂະໜາດກວ້າງ 0.4 ຫາ 0.8 ມມ. ຄວາມຍາວປະມານ 1.3 ຫາ 2 ເທົ່າຂອງຄວາມກວ້າງ, ແລະ ຄວາມເລິກ (ຄວາມໜາ) ປະມານ 1 ຫາ 1.5 ເທົ່າຂອງຄວາມກວ້າງ. ປາຍໃບແຕ່ລະອັນໂຄ້ງມົນ ຫຼື ແຫຼມເລັກນ້ອຍ. ແຜ່ນໃບເຫຼົ່ານີ້ບໍ່ມີໂຫນດນ້ອຍໆ (ເອີ້ນວ່າ papillae) ຢູ່ເທິງຜິວໃບ.
ບາງຄັ້ງ, ພືດຈະຜະລິດ turions ເຊິ່ງເປັນໂຄງສ້າງຂະໜາດນ້ອຍມົນ, ຄ້າຍຕາດອກ, ເປັນສີຂຽວອົມຂາວ ແລະ ມີຮູບຮ່າງກົມ. Turions ເຫຼົ່ານີ້ນ້ອຍຫຼາຍ, ມີຂະໜາດລະຫວ່າງ 0.2 ຫາ 0.8 ມມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, Cambodia, China South-Central, China Southeast, East Himalaya, Hainan, India, Japan, Jawa, Korea, Laos, Lesser Sunda Is., Malaya, Myanmar, Nansei-shoto, Nepal, Pakistan, Philippines, Sri Lanka, Sumatera, Taiwan, Thailand, Vietnam. [2]

Global distribution of Wolffia globosa best ween 1948 to 2025. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ທະເລສາບ ແລະ ສະນ້ຳ
ໜອງບຶງ ແລະ ດິນຖານຕົມ
ທົ່ງນາ
ແມ່ນ້ຳ ແລະ ລຳທານ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໃບທີ່ປຸ່ງສຸກຈະມີຣົດຊາດທີ່ດີ ຄ້າຍກະລ່ຳປີຫວານ. [5]
ສະໝຸນໄພ: ຜຳມີສານອອກລິດທາງດ້ານຊີວະພາບ ທີ່ຂື້ນຊື່ເລື່ອງຄຸນສົມບັດເສີ່ມສ້າງສຸຂະພາບເປັນຢ່າງດີ. ໂດຍສະເພາະແມ່ນສັກກະຍະພາບໃນການຕ້ານອານຸມູນອິດສະຫຼະ ແລະ ຄວາມສາມາດໃນການຊ່ວຍຫຼຸດລະດັບຄໍເລສເຕີຣໍ [6]. ນອກຈາກນີ້ຜຳຍັງຊ່ວຍຮັກສາລະດັບທາດເຫຼັກ ແລະ ກົດໂຟຣິກໃນຄົນ ແລະ ອາດຊ່ວຍຮັກສາພາວະຂາດທາດເຫຼັກໄດ້. [7]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ຊະນິດພັນທີມີການປູກ:
ສະພາບໂດຍລວມ:
ການລ້ຽງຜຳມີຫຼາຍວິທີ ພວກເຮົາຈະນຳສະເໜີວິທີການລ້ຽງຜຳແບບລະບົບຄວບຄຸມແສງ. [9]

ການກຽມພື້ນທີ່:
• ກຽມພາສະນະ ຫຼື ອ່າງຂະໜາດຕາມຕ້ອງຄວາມຕ້ອງການສຳຫຼັບເພາະລ້ຽງ
• ເຕີມນ້ຳສະອາດລົງໄປ ແລ້ວເຕີມສານລະລາຍທາດອາຫານພືດ ໂດຍປັບຄວາມເຂັ້ມຂຸ້ນໄວ້ທີ່ 0.77 mS/ຊມ, ຄ່າ pH 5.70 ແລະ ຮັກສາລະດັບນ້ຳຢູ່ປະມານ 10 ຊມ.
• ຕິດຕັ້ງລະບົບໄຟໃຫ້ແສງ ໂດຍຕັ້ງຄ່າເຂັ້ມຂຸນແສງເປັນ 20,000 lux ແລະ ກຳນົດເວລາຂອງແສງຢູ່ 12 ຊົ່ວໂມງຕໍ່ວັນ ເພື່ອຈຳລອງສະພາບແວວດລ້ອມຕາມເຮືອນຮົ່ມແບບເຄິ່ງປິດເຄິ່ງເປີດ.
ແຫຼ່ງຂໍ້ມູນ: [9].

ເທັກນິກການປູກ:
ໃຊ້ຜຳສົດປະມານ 30 ກຼາມ/ຕມ. ໃນນ້ຳທີ່ກຽມໄວ້. [9]

ການເບິ່ງແຍງ ແລະ ບຳລຸງຮັກສາ:
ກວດສອບອຸ່ນຫະພູມນ້ຳວັນລະ 2 ຄັ້ງໃນເວລາ 8:00 ຫາ 16:00 ໂດຍບັນທຶກຄ່າ pH ແລະ ຄ່າຄວາມເຂັ້ມຂຸ້ນຂອງແສງ. [9]

ການເກັບກ່ຽວ:
ຊັງນ້ຳໜັກ ແລະ ເກັບກ່ຽວຜຳສົດທຸກ 6 ຫາ 10 ວັນ ໂດຍຈົ່ງໄວ້ສ່ວນໜຶ່ງເພື່ອໃຊ້ໃນການຂະຫຍາຍພັນຕໍ່ໄປ ຫຼື ອາດຈະປອຍໃຫ້ຂະຫຍາຍຕົວເຕັມທີເປັນເວລາ 1 ເດືອນ ແລ້ວເກັບກ່ຽວບາດດຽວກໍ່ໄດ້ ຂື້ນກັບຄວາມຕ້ອງການໃນກນເກັບກ່ຽວ. [9]

ຄວາມຍືນຍົງ:
ຫຼັງການເກັບກ່ຽວທຸກຄັ້ງໃຫ້ປັບຄ່າ pH ແລະ ຄ່າຄວາມເປັນດ່າງຂອງນໍ້າ, ກວດສອບຄວາມເຂັ້ມຂຸ້ນຂອງສານລະລາຍທາດອາຫານ ແລະ ເພີ່ມລະດັບນ້ຳໃຫ້ເທົ່າເກົ່າ. [9]

ຊະນິດພັນໃນປ່າ:
ການຕິດຕາມປະຊາກອນ:
ພືດຊະນິດນີ້ເປັນສາຍພັນທີ່ພົບເຫັນໄດ້ທົ່ວໄປ ແລະ ແຜ່ຫຼາຍ ແຕ່ບໍ່ມີຫຼັກຖານຊັນເຈນວ່າ ສາຍພັນນີ້ມີຈຳນວນຫຼຸດລົງ. [4]

ການເກັບກູ້ແບບຍືຍຍົງ:
ບໍມີ່ການລາຍງານໄພຂົ່ມຂູ່ໃດ໋ໆໃນອາດີດ, ປັດຈຸບັນ ແລະ ອານາຄົດຕໍ່ພືດຊະນິດນີ້. [4]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ແຫຼ່ງໂປຣຕີນທີ່ສຳຄັນ

ບັນຍາຍຄຸນຄ່າທາງໂພຊະນາການ:
ຜໍາໄດ້ຮັບຄວາມສົນໃຈໃນຖານະໂປຣຕີນທາງເລືອກທີ່ມີແນວໂນ້ມດີ ເນື່ອງຈາກມີຄຸນຄ່າທາງໂພສະນາການທີ່ໂດດເດັ່ນ. [8]

ສານອາຫານ /100g ໝາຍເຫດ
ໂປຣຕີນ 26.76 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] Wolffia globosa, Take photo by Duangkhae Keonoy, Aug. 17, 2025.
[2] iNaturalist [Online]. Uploaded on 07 August 2023 by Marta. Available: https://www.inaturalist.org/observations/177183620. [Accessed 20 August. 2025].
[3] iNaturalist [Online]. Uploaded on 12 November 2023 by pandahead hoimoon. Available: https://www.inaturalist.org/observations/190781391. [Accessed 20 August. 2025].

ອ້າງອິງ:
[1] “Wolffia globosa in Flora of China,” *eFloras.org*. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=222000454. [Accessed: 20-Aug-2025].
[2] “Wolffia globosa,” *Plants of the World Online*, Royal Botanic Gar-dens, Kew. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:1135607-2. [Accessed: 20-Aug-2025].
[3] “Wolffia globosa (Roxb.) Hartog & Plas,” *Global Biodiversity Infor-mation Facility (GBIF)*, Taxon ID 5330098. [Online]. Available: https://www.gbif.org/species/5330098. [Accessed: 20-Aug-2025].
[4] IUCN, “Wolffia globosa,” *The IUCN Red List of Threatened Species*, 2010. [Online]. Available: https://www.iucnredlist.org/species/177384/7426184. [Ac-cessed: 20-Aug-2025].
[5] “Wolffia globosa (Roxb.) Hartog. & Plas.,” *Tropical Plants Database*, Ken Fern, Tropical.theferns.info. [Online]. Available: https://tropical.theferns.info/viewtropical.php?id=Wolffia+globosa. [Accessed: 20-Aug-2025].
[6] N. On-Nom, P. Promdang, W. Inthachat, P. Kanoongon, Y. Sahasakul, C. Chupeerach, U. Suttisansanee, and P. Temviriyanukul, “Wolffia globosa-Based Nutritious Snack Formulation with High Protein and Dietary Fiber Contents,” *Foods*, vol. 12, no. 14, art. 2647, 2023, doi: 10.3390/foods12142647. [Online]. Available: https://www.mdpi.com/2304-8158/12/14/2647. [Accessed: 20-Aug-2025].
[7] O. Monthakantirat, Y. Chulikhit, J. Maneenet, C. Khamphukdee, Y. Chotritthirong, S. Limsakul, T. Punya, B. Turapra, C. Boonyarat, and S. Daodee, “Total Active Compounds and Mineral Contents in Wolffia globosa,” *Journal of Chemistry*, vol. 2022, Art. ID 9212872, 8 pp., 2022, doi: 10.1155/2022/9212872. [Online]. Available: https://doi.org/10.1155/2022/9212872. [Accessed: 20-Aug-2025].
[8] P. Boonarsa, A. Bunyatratchata, T. Chumroenphat, P. Thammapat, T. Chaikwang, T. Siripan, H. Li, and S. Siriamornpun, “Nutritional Quality, Functional Properties, and Biological Characterization of Watermeal (Wolffia globosa),” *Horticulturae*, vol. 10, no. 11, art. 1171, 2024, doi: 10.3390/horticulturae10111171. [Online]. Available: https://www.mdpi.com/2311-7524/10/11/1171. [Accessed: 20-Aug-2025].
[9] N. Ketkaew & S. Rakthai, “Efficiency of Wolffia globosa (L.) Wimm Pro
duction under Light Control System,” * Journal of Agri*, Research & Extension 39(3): 89-99, 2021. [Online]. Available: https://www.cabidigitallibrary.org/doi/pdf/10.5555/20230305105. [Accessed: 01 September 2025].

ຜູ້ສ້າງ Factsheet:
Duangkhae Keonoy

ຜູ້ກວດສອບ Factsheet:
,