ເລກລຳດັບທີ: 1442
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-05-30

ຕົ້ນກະທ້ອມ
Kratom

Mitragyna speciosa Korth.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 6
Image 1
2 / 6
Image 2
3 / 6
Image 3
4 / 6
Image 4
5 / 6
Image 5
6 / 6
Image 6


ຊື່ທ້ອງຖີ່ນ:
ຕູ້ມໄພ

ຊື່ພ້ອງ :
Mitragyna speciosa (Korth.) Havil.
Nauclea korthalsii Steud.
Nauclea luzoniensis Blanco
Nauclea speciosa (Korth.) Miq.
Stephegyne speciosa (Korth.) Korth.

ຊື່ສະກຸນ:
Rubiaceae

ຊະນິດໃກ້ຄຽງ:
ຕົ້ນໂທມດົງ/ Timi
ຕົ້ນໂທນາ/ Mitrayna Korth

ບັນຍາຍລັກສະນະທາງພືດສາດ:
ຕົ້ນກະທ້ອມ ຫຼື ເອີ້ນກັນທົ່ວໄປວ່າກະທ້ອມ ເປັນໄມ້ຢືນຕົ້ນທີ່ສູງຮອດ 15 ມ. ເປັນຕົ້ນໄມ້ທີ່ຂ້ອນຂ້າງມີຂະໜາດນ້ອຍເມື່ອທຽບກັບຕົ້ນໄມ້ຊະນິດອື່ນ. ລຳຕົ້ນຕັ້ງຊື່ ແລະ ມີກິ່ງກ້ານທີ່ແຕກອອກທາງດ້ານຂ້າງ.
ໃບກະທ້ອມມີລັກສະນະລຽບ, ໃບດ່ຽວ, ຂອບລຽບ, ບໍ່ມີຮອຍຍັກ, ໃບຮູບຮີ ແລະ ມີສີຂຽວເຂັ້ມ, ໃບມີເສັ້ນໃບທີ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນ ເຮັດໃຫ້ມີລັກສະນະທີ່ໂດດເດັ່ນ.
ຊໍ່ດອກອອກເປັນກະຈຸກ, ຮູບກົມ ເຊິ່ງຫ້ອຍລົງມາເປັນກຸ່ມຊໍ່ດອກ (ເປັນຊໍ່ດອກຊະນິດໜຶ່ງ ທີ່ມີໂຄງສ້າງແບບກິ່ງກ້ານ ໂດຍຊໍ່ດອກຫຼັກຈະມີກິ່ງແຕກອອກເປັນຈຳນວນຫຼາຍ). ດອກຍ່ອຍຂະໜາດນ້ອຍ, ສີຂາວ ຈາກນັ້ນຈະປ່ຽນເປັນສີນ້ຳຕານປົນເຫຼືອງເມື່ອແກ່ເຕັມທີ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Borneo, Cambodia, Malaya, New Guinea, Philippines, Lao, Sumatera, Thailand. [2]

Global distribution of Mitragyna speciosa between 1914 to 2024. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ໜອງບຶງ ແລະ ດິນຖານຕົມ
ແຄມຝັ່ງນໍ້າ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ບໍ່ແນະນຳໃຫ້ໃຊ້
ສິ່ງປູກສ້າງ
ພືດເປັນຢາ

ບັນຍາຍການນຳໃຊ້:
ສະມຸນໄພ: ໃນປະເທດລາວ ແລະ ປະເທດເພືອນບ້ານ ມີການໃຊ້ໃບກະທ້ອມໃນການຮັກສາພະຍາດທາງເດີນລະບົບຫາຍໃຈເປັນຫຼັກ, ນອກຈາກນີ້ຍັໃຊ້ຮັກສາພະຍາດຕ່າງໆ ເຊັ່ນ ພະຍາດກະເພາະບິດ ແລະ ເລືອດຈາງ, ນອກຈາກນີ້ຍັງເຊື່ອກັນວ່າມີຄຸນສົມບັດໃນການລະງັບອາການເຈັບ. ຊົນເຜົາມົ້ງມັກຈະນຳລຳຕົ້ນ ແລະ ໃບກະທ້ອມມາບົດໃຫ້ລະອຽດເປັນຜົງ ຈາກນັ້ນນຳໄປອຸ່ນ ແລະ ພອກບໍລິເວນກະດູກຫັກ. [1]

ການກໍ່ສ້າງ: ໄມ້ຂອງຕົ້ນກະທ້ອມຍັງສາມາດນຳໄປໃຊ້ໃນການກໍ່ສ້າງໄດ້ອີກດ້ວຍ. [4]

ບໍ່ແນະນຳໃຫ້ໃຊ້: ການບໍລິພວກກະທ້ອມອາດເຮັດໃຫ້ຕິດໄດ້ ແລະ ມີການລາຍງານຜູ້ປ່ວຍທີ່ເປັນໂຣກຈິດຫຼາຍຄົນທີ່ເປັນຜົນກະທົບມາຈາກການໃຊ້ກະທ້ອມ. ຜູ້ທີ່ຕິດກະທ້ອມຈະມີອາການທາງຈິດ ເຊັ່ນ ປະສາດຫຼອນ, ຄວາມເຊື່ອຜິດໆ ແລະ ສັບສົນ ເຊິ່ງໃນໄລ່ຍະທຳອິດຈະມີອາການ ປວດຮາກ, ຢາກນອນ ແລະ ເບື່ອອາຫານ, ແລະ ຕໍ່ມານ້ຳໜັກຫຼຸດລົງ, ນອນບໍ່ຫຼັບ, ຕັບເປັນພິດ, ເກີດອາການຊັກ ແລະ ປະສາດຫຼອນ [5]. ນັກເຄມີສາດພົບສານອັນຄາລອຍຈຳນວນຫຼາຍໃນພືດຊະນິດນີ້ ເຊິ່ງເຮັດໃຫ້ພືດຊະນິດນີ້ຖືກນຳໄປໃຊ້ເປັນຢາເສບຕິດທີ່ກໍ່ໃຫ້ເກີດຜົນກະທົບຄືກັນກັບເຮໂລອິນ. ເຖິ່ງຢ່າງໃດກໍ່ຕາມການນຳໃຊ້ໃນທາງທີ່ຜິດຕ່າງໆ ສົ່ງຜົນໃຫ້ພືດຊະນິດ ຖືເປັນພືດທີ່ທາງການຫ້າມນຳໃຊ້ໃນຫຼາຍພູມີພາກ. [1]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Shoot and young leave of Mitragyna speciosa. [1] iNaturalist [Online]. Uploaded on 25 May 2024 by sitizubaidah. Available: https://www.inaturalist.org/observations/218014411. [Accessed 13 May 2025].
Shoot, young leave and Fruit of Mitragyna speciosa. [2] iNaturalist [Online]. Uploaded on 19 July 2022 by Ekho Yanuar Fitriyanto. Available: https://www.inaturalist.org/observations/126922301. [Accessed 13 May 2025].
Tree of Mitragyna speciosa. [3] iNaturalist [Online]. Uploaded on 08 January 2024 by naturalist. Available: https://www.inaturalist.org/observations/196078711. [Accessed 13 May 2025].
Young flower and flowers are blooming of Mitragyna speciosa. [4] iNaturalist [Online]. Uploaded on August 2023 by Chatta Brisco. Available: https://www.inaturalist.org/observations/181003279. [Accessed 13 May 2025].

ອ້າງອິງ:
[1] "Mitragyna speciosa," Pha Tad Ke, 2024. [Online]. Available: https://www.pha-tad-ke.com/plant/mitragyna-speciosa/. [Accessed: May 13, 2025].
[2] "Mitragyna speciosa," Plants of the World Online, Kew Science, 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:756303-1. [Accessed: May 13, 2025].
[3] "Species Page," Global Biodiversity Information Facility, 2024. [Online]. Available: https://www.gbif.org/species/7461054. [Accessed: May 13, 2025].
[4] "Species Page: Habitat and Ecology," IUCN Red List, 2024. [Online]. Available: https://www.iucnredlist.org/species/192376330/192376332#habitat-ecology. [Accessed: May 14, 2025].
[5] "Kratom: Drug Fact Sheet," Drug Enforcement Administration, U.S. Department of Justice, 2020. [Online]. Available: https://www.dea.gov/sites/default/files/2020-06/Kratom-2020_0.pdf. [Accessed: May. 14, 2025].

ຜູ້ສ້າງ Factsheet:
Duangkhae Keonoy

ຜູ້ກວດສອບ Factsheet:
,