ເລກລຳດັບທີ: 1441
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-05-07

ໄມ້ຮວກດຳ
Phai lieng nong

Thyrsostachys oliveri Gamble


ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
( Fencing Bamboo)

ຊື່ພ້ອງ :

ຊື່ສະກຸນ:
Poaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລຳຕົ້ນຂອງໄມ້ໄຜ່ຊະນິດນີ້ສູງປະມານ 10 ຫາ 20 ແມັດ ແລະ ມີເສັ້ນຜ່າສູນກາງ 5 ຫາ 7,5 ຊມ. ເມື່ອຍັງອ່ອນຈະມີຂົນສີຂາວປົກຄຸມ ແຕ່ເມື່ອຈະເລີນເຕີບໂຕເຕັມທີຈະກ້ຽງ, ຂໍ້ ແລະ ປ້ອງຈະເປັນສີຂຽວສົດ ຈາກນັ້ນຈະປ່ຽນເປັນສີຂຽວເມື່ອແກ່ຂື້ນ ໂດຍມີຄວາມຍາວຕັ້ງແຕ່ 30 ຫາ 60 ຊມ. ລຳຕົ້ນຈະມືເນື້ອໄມ້ຂ້ອນຂ້າງໜາ ໂດບສະເພາະຂໍ້ປ້ອງດ້ານລຸ່ມ ແລະ ຈະມີຂໍ້ເດັ່ນຊັດຂື້ນ.

ກາບໃບຂ້ອນຂ້າງຄົງສະພາບ ແລະ ມີເນື້ອຄ້າຍກະດາດ, ກາບໃບມີຄວາມຍາວ 20 35,5 ຊມໃ ແລະ ກວ້າງ 10 ຫາ 25,5 ຊ., ປາຍຂ້ອນຂ້າງແຫຼມ, ມົນ ຫຼື ນູນຂື້ນເລັກນ້ອຍ, ກວ້າງ 2 ຫາ 9 ຊມ. ກ້ານຫຼັງຂອງກາບປົກຄຸມດ້ວຍຂົນສີຂາວ ຫາ ສີນ້ຳຕານອ່ອນທີ່ອອກທັບຊ້ອນກັນ.

ລິກຸນມີຄວາມສູງລະຫວ່າງ 0,5 ຫາ 2,5 ຊມ, ແລະ ກ້ານຕັ້ງຊໍ່ ຫຼື ໂຄ້ງເລັກນ້ອຍ.

ໃບເປັນມີລັກສະນະແຖບຕັ້ງຊື່ ຫຼື ໂຄ້ງເລັກນ້ອຍ, ຮູບສາມຫຼ່ຽມຍາວ ຫຼື ຮູບຫອກ, ຍາວ 7,5 ຫາ 25 ຊມ. ກວ້າງ 1,5 ຫາ 8 ຊມ., ໂຄນໃບມີຂະໜາດປະມານ 0,5 ຫາ 0,6 ເທົ່າຂອງຄວາມກວ້າງຂອງປາຍກ້ານໃບ ແລະ ມີຂົນປົກຄຸມ. ໃບຍ່ອຍມີ 5 ຫາ 7 ໃບຕໍ່ກິ່ງ, ກ້ານໃບທຽບຍາວ 0,05 ຫາ 0,5 ຊມ.

ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to China South-Central, Laos, Myanmar, Thailand.
ຊະນິດພັນພື້ນໃນພາກກາງຮອດພາກໃຕ້ຂອງຈີນ, ລາວ, ມຽນມາ ແລະ ໄທ.

Global distribution of Thyrsostachys oliveri. Source: [2]
ເຂດກະຈາຍພັນທົ່ວໂລກຂອງໄຜ່ລ້ຽງນ້ອງ. ແຫຼ່ງທີ່ມາ: [2]

ເຂດກະຈາຍພັນໃນລາວ :
ເຂດສາຍພູຫຼວງຕອນລຸ່ມ
ເຂດລຽບແມ່ນ້ຳຂອງພາກໃຕ້
ພູພຽງບໍລິເວນ
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ :
ປ່າປະສົມປ່ຽນໃບ
ປ່າໄມ້ປ່ອງ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ໜໍ່ໄມ້ຮັບປະທານໄດ້. [1]
ການກໍ່ສ້າງ, ເຄື່ອງມື ແລະ ພາສະນະນຳໃຊ້: ລຳຕົ້ນສຳຫຼັບການກໍ່ສ້າງ, ໃຊ້ເຮັດເສົາ, ໃຊ້ເຮັດເປັນເຍື້ອກະດາດ, ເຟີນິເຈີ, ຫັດທະກໍາ ແລະ ອື່ນໆ ແລະ ໃຊ້ເຮັດກິດຈະກຳໃນສ່ວນ. [1]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມິຖຸນາ
ກໍລະກົດ

ການຄຸ້ມຄອງຈັດການ:
ສະພາບໂດຍລວມ: ໄຜ່ລ້ຽງນ້ອງສາມາດປູກໄດ້ 2 ວິທີ ຄື
• ການປູກດ້ວຍແກ່ນ: ເປັນວິທີທີ່ບໍ່ນິຍົມ. [7]
• ການປູກດ້ວຍການປັກຊຳ: ການປັກຊຳຈະໃຊ້ລຳຕົ້ນທີ່ມີອາຍຸ 1 ປີ ແລະ ປະກອບດ້ວຍເຫງົ້າທີ່ມີຮາກເປັນສ່ວນປະກອບ, ໂດຍຈະຕັດລຳຕົ້ນຍາວປະມານ 1 ແມັດ. ໂດຍທົ່ວໄປຈະຕັດເຫງົ້າຈາກລຳຕົ້ນທີ່ມີອາຍຸ 5 ຫາ 6 ປີ ປະມານ 10 ເຫງົ້າ.

ເທັກນິກການປູກ:
ເຫງົ້າເຫຼົ່ານັ້ນຈະຖືກນຳໄປປູກໃນເຮືນເພາະຊຳເປັນເວລາ 2 ຫາ 3 ເດືອນ ກ່ອນທີ່ຈະຍ້າຍປູກລົງໜານໃນຊ່ວງລະດູຝົນ. [7]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Stem of Thyrsostachys oliveri and Bamboo shoot and Culm of Thyrsostachys oliveri. [1] iNaturalist [Online]. Uploaded on 23 August 2011 by Growin. Available: https://davesgarden.com/guides/pf/showimage/326752. [Accessed 28 April 2025].
Tall bamboo shoots and flowers of Thyrsostachys oliveri. [2] S. Sungkaew, S. Suddee, K. M. Wong, and A. Teerawatananon, "Thyrsostachys (Poaceae: Bambusoideae) in Thailand: taxonomy, lectotypification and natural distribution," Thai Forest Bulletin (Botany), vol. 49, no. 1, pp. 49–56, 2021. [Online]. Available: https://www.researchgate.net/publication/350114241_Thyrsostachys_Poaceae_Bambusoideae_in_Thailand_taxonomy_lectotypification_and_natural_distribution. [Accessed: Apr. 28, 2025].

ອ້າງອິງ:
[1] S. Sungkaew, S. Suddee, K. M. Wong, and A. Teerawatananon, "Thyrsostachys (Poaceae: Bambusoideae) in Thailand: taxonomy, lectotypification and natural distribution," Thai Forest Bulletin (Botany), vol. 49, no. 1, pp. 49–56, 2021. [Online]. Available: https://www.researchgate.net/publication/350114241_Thyrsostachys_Poaceae_Bambusoideae_in_Thailand_taxonomy_lectotypification_and_natural_distribution. [Accessed: Apr. 28, 2025].
[2] "Thyrsostachys oliveri Gamble," Plants of the World Online, Kew Science, 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:424270-1. [Accessed: Apr. 28, 2025].
[3] J. Newman, A. T. T. Phan, and P. S. Phan, "New angiosperms and pteridophytes of Lao PDR," 2024. [Online]. Available: https://phakhaolao.la/wp-content/uploads/2024/09/Newmanetal2007NewangiospermsandpteridophytesLaoPDR.pdf. [Accessed: Apr. 28, 2025].
[4]. Nafri and CDE, “wild food assessment” AFN II, 2025.
[5] "Taxon Page," eFloras, 2024. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=242352265. [Accessed: Apr. 28, 2025].
[6] "Bamboo Built," 2024. [Online]. Available: https://courtyardkoota.com/wp-content/uploads/2024/09/BambooBuiltineditfinal.pdf. [Accessed: Apr. 29, 2025].
[7] "Thyrsostachys oliveri," Tropical Plants Database, 2024. [Online]. Available: https://tropical.theferns.info/viewtropical.php?id=Thyrsostachys+oliveri. [Accessed: Apr. 30, 2025].

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: