ເລກລຳດັບທີ: 1436
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກແຕງລາຍ
Musk Melon
Cucumis melo L.
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ໝາກແຕງໄທ, ແຕງລາຍ Eng: Muskmelon (Thai: ໝາກແຕງໄທ, ແຕງລາຍ Eng: Muskmelon)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Cucurbitales
ຊື່ສະກຸນ
Cucurbitaceae
ສະກຸນ
Cucumis
ຊະນິດ
Cucumis melo
ຊະນິດຍ່ອຍ
Cucumis melo melo
ຊື່ພ້ອງ
See on: http://www.theplantlist.org/tpl1.1/record/kew-2746992
ບັນຍາຍລັກສະນະທາງພືດສາດ
ໝາກແຕງລາຍເປັນພືດເຄືອ, ມີລໍາຕົ້ນລາຍ, ເປັນສັນຮ່ອງຕາມລວງຍາວຂອງເຄືອ, ແຕກກິ່ງຂະແໜງ, ມີມືເກາະ ແລະ ມີຂົນຕາມລໍາຕົ້ນ. ໃບດ່ຽວຂະໜາດໃຫຍ່, ມີລັກສະນະເປັນຫຼ່ຽມມີເວົ້າເລັກນ້ອຍ, ມີຮູບຊົງກົມ ຫຼື ຮູບໄຕ, ຂອບໃບຫຍັກ, ມີແຊກ 5-7 ແຊກ, ກວ້າງ ແລະ ຍາວປະມານ 8-15 ຊມ, ກົກໃບເປັນຮູບຫົວໃຈ, ໃບມີຂົນຂຶ້ນປົກຄຸມ, ກ້ານໃບຍາວ 4-10 ຊມ. ດອກເປັນດອກສົມບູນເພດ, ດອກເປັນສີເຫຼືອງ, ມີກ້ານດອກສັ້ນ, ມີກີບຮອງດອກ 5 ກີບ ແຕ່ລະກີບຍາວ 6-8 ຊມ, ສ່ວນກີບດອກມີ 5 ກີບ ເຊື່ອມຕິດກັນບໍລິເວນກົກດອກ. ໝາກມີລັກສະນະກົມ ຫຼື ຣີຍາວ, ໝາກມີລາຍຕາມຄວາມຍາວຂອງໝາກ, ຍາວປະມານ 23 ຊມ, ເສັ້ນຜ່າສູນກາງ 14 ຊມ, ໝາກອ່ອນຈະມີສີຂຽວ ແລະ ມີລາຍສີຂາພາດຍາວ, ເມື່ອແກ່ເປືອກຈະປ່ຽນເປັນສີເຫຼືອງ, ຜິວຈະລຽບເປັນມັນ, ເນື້ອດ້ານໃນຈະມີສີເຫຼືອງອ່ອນອົມຂຽວ ໃຫ້ກິ່ນຫອມ, ມີແກ່ນຮູບແປຣີສີຄີມຈໍານວນຫຼາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ ແລະ ສັບພະຄຸນ:
- ຖ້າໝາກສຸກໃຊ້ຮັບປະທານເປັນໝາກໄມ້ລົດຊຸ່ມເຢັນ ນິຍົມຮັບປະທານເປັນໝາກແຕງລາຍລອຍກະທິ.
- ນໍາມາແປຮູບໃຊ້ເຮັດເປັນຂອງຫວານເຊັ່ນ: ນໍ້າປັ່ນ, ນໍ້າກະທິໝາກແຕງ, ໝາກໄມ້ແຫ້ງ ເປັນຕົ້ນ.
- ເປັນທັງຜັກ ແລະ ໝາກໄມ້ ຖ້າຢູ່ໃນຊ່ວງໝາກອ່ອນກໍ່ຮັບປະທານເປັນຜັກສົດ ຫຼື ຮັບປະທານເປັນຜັກຈ້ມກັບແຈ່ວ.
- ມີສັບພະຊ່ວຍໃນການບໍາລຸງຜິວພັນໃຫ້ເປັ່ງປັ່ງສົດໃສ ແລະ ຊ່ວຍກໍາຈັດເຊວຜິວເກົ່າ.
- ຊ່ວຍໃນການຊະລໍໄວ ແລະ ຫຼຸດການການເກີດຮອຍຕີນກາ.
- ຊ່ວຍບໍາລຸງປະສາດ ແລະ ສະໝອງ.
- ມີສ່ວນຊ່ວຍໃນການບໍາລຸງຫົວໃຈ.
- ແກ້ອາການເບັງທ້ອງ.
- ຮາກນໍາມາຕົ້ມດື່ມຊ່ວຍລະບາຍທ້ອງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,