ເລກລຳດັບທີ: 1368
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຂີ້ເຫງັນ
Black Berry Tree
Vitex glabrata R.Br
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Lao: ຕົ້ນຂີ້ເຫງັນ, ຕົ້ນຂີ້ນົກ Thai: ຕົ້ນໄຂ່ເນົ່າ Eng: Black Berry Tree
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Lamiaceae
ສະກຸນ
Vitex
ຊະນິດ
Vitex glabrata
ຊື່ພ້ອງ
Vitex bombacifolia Wall. ex C.B.Clarke
Vitex cunninghamii Schauer
Vitex elegans Griff.
Vitex glabrata f. bombacifolia (Wall. ex C.B.Clarke) Moldenke
Vitex glabrata var. bombacifolia (Wall. ex C.B.Clarke) Moldenke
Vitex glabrata f. pallida (Wall. ex C.B.Clarke) Moldenke
Vitex glabrata var. poilanei Moldenke
Vitex helogiton K.Schum.
Vitex minahassae Koord.
Vitex nitida Merr.
Vitex pallida Wall. ex C.B.Clarke
Vitex pentaphylla Merr.
ບັນຍາຍລັກສະນະທາງພືດສາດ
ຈັດເປັນຕົ້ນໄມ້ຂະໜາດກາງ ຫຼື ໃຫຍ່. ລຳຕົ້ນສູງ 10-25 ມ, ຜິວລໍາຕົ້ນກ້ຽງເປັນສີໝົ່ນ ແລະ ມີດ່າງເປັນວົງສີຂາວໆ, ລັກສະນະຜິວລຽບ ຫຼື ແຕກເປັນສະເກັດ ຫຼື ເປັນຮ່ອງຕື້ນຕາມລວງຍາວຂອງລໍາຕົ້ນ, ສ່ວນກິ່ງອ່ອນ ແລະ ຍອດອ່ອນເປັນ 4 ຫຼ່ຽມ, ມີຂົນນຸ່ມ. ໃບປະສົມແບບນິ້ວມື, ຈັບຮຽງກົງກັນຂ້າມສະຫຼັບຕັ້ງສາກ. ໃບຍ່ອຍມີ 3-5 ໃບ, ຮູບໄຂ່ປີ້ນ ຫຼື ເປັນຮູບຮີແກມຮູບໄຂ່ປີ້ນ, ມີຂະໜາດບໍ່ເທົ່າກັນ, ກວ້າງ 3-10 ຊມ, ຍາວ 9-22 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍເປັນຕິ່ງໜາມ, ຜິວດ້ານເທິງສີຂຽວເຂັ້ມ, ລຽບ ແລະ ເປັນມັນ, ດ້ານລຸ່ມສີຂຽວອ່ອນ ແລະ ມີຂົນສັ້ນ. ກ້ານໃບລວມຍາວ 7-20 ຊມ, ກ້ານໃບຍ່ອຍຍາວ 1-7 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີຂະໜາດນ້ອຍ, ດອກບານເຕັມທີມສີຂະໜາດ 0.8-1 ຊມ, ສີຂາວ ຫຼື ສີມ່ວງ, ມີກິ່ນຫອມ, ດອກສົມບູນເພດ. ກີບດອກເຊື່ອມຕິດກັນເປັນຫຼອດກ້ວາງ ແລະ ມີຂົນອ່ອນນຸ້ມ. ເໝາກຮູບໄຂ່ ຫຼື ຮູບໄຂ່ປີ້ນ, ກວ້າງ 1.5-2 ຊມ, ຍາວ 1.5-3 ຊມ, ໝາກອ່ອນເປັນສີຂຽວ, ໝາກສຸກເປັນສີມ່ວງດໍາ, ໝາກມີເນື້ອອ່ອນນຸ່ມ, ມີຣົດຫວານສົ້ມ ແລະ ເໝັນ, ສ່ວນແກ່ນຈະມີຂະໜາດເທົ່າປາຍນິ້ວກ້ອຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ, ສິ່ງປູກສ້າງ

ປະໂຫຍດ:
- ໝາກສຸກສາມາດຮັບປະທານໄດ້ ແຕ່ບໍ່ຄ່ອຍແຊບ.
- ໝາກສາມາດນໍາໄປເຮັດຂະໜົມໄດ້.
- ເນື້ອໄມ້ມີຄວາມແຂງແຮງ ສາມາດນໍາມາໃຊ້ເຮັດເຄື່ອງມື, ເຄື່ອງໃຊ້, ເຄື່ອງເຮືອນ ຫຼື ເຟີນິເຈີຕ່າງໆໄດ້.
ສັບພະຄຸນ:
- ໝາກໃຊ້ຮັບປະທານ ກິນແລ້ວບຳລູງສະໝອງ, ຊ່ວຍໃຫ້ສະຫຼາດຂື້ນ.
- ໝາກສຸກໃຊ້ຮັບປະທານຊ່ວຍຮັກສາພະຍາດເບົາຫວານ.
- ຮາກຊ່ວຍເຮັດໃຫ້ຈະເລີນອາຫານ.
- ເປືອກຕົ້ນມີລົດຝາດຊ່ວຍແກ້ອາການຖອກທ້ອງໄດ້.
- ເນື້ອໄມ້ຊ່ວຍແກ້ເລືອດຕົກຄ້າໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,