ເລກລຳດັບທີ: 1363
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກົກແຫນ
Beleric Myrobalan
Terminalia bellirica (Gaertn.) Roxb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Lao: ກົກແຫນ, ແຫງນ Thai: ສະມໍພິເພກ Eng: Beleric Myrobalan, Ink Not, Bahera, Beleric
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Myrtales
ຊື່ສະກຸນ
Combretaceae
ສະກຸນ
Terminalia
ຊະນິດ
Terminalia bellirica
ຊື່ພ້ອງ
Myrobalanus laurinoides (Teijsm. & Binn.) Kuntze
Terminalia bellirica var. laurinoides (Teijsm. & Binn.) C.B. Clarke
ບັນຍາຍລັກສະນະທາງພືດສາດ
ຕົ້ນກົກແຫນເປັນຕົ້ນໄມ້ຢືນຕົ້ນຂະໜາດໃຫຍ່, ສູງ 15-35 ມ, ລໍາຕົ້ນຕັ້ງຊື່, ກົກຕົ້ນມັກຂຶ້ນເປັນພູພອນ, ເປືອກເປັນສີເທົາອົມນໍ້າຕານ ຫຼື ເປັນສີດໍາໆດ່າງໆ, ເປືອກດ້ານໃນເປັນສີເຫຼືອງ. ໃບດ່ຽວຈັບວຽນສະຫຼັບເປັນກຸ່ມຕາມປາຍກິ່ງ, ແຜ່ນໃບຮູບຮີແກມຮູບໄຂ່ກັບ, ກວ້າງ 9-15 ຊມ ແລະ ຍາວ 13-19 ຊມ, ເນື້ອໃບຂ້ອນຂ້າງໜາ ແລະ ດ້ານລຸ່ມສີຂຽວຈາງ ຫຼື ສີເທົາມີຂົນນຸ່ມໆ. ດອກເປັນຊໍ່ດ່ຽວໆແບບຫາງກະຮອກ, ຕາມງ່າມໃບ ຫຼື ຮອຍແຜໃບຕາມກິ່ງ, ປາຍຊໍ່ດອກຈະຫ້ອຍຍ້ອຍລົງມາ, ຍາວ 10-15 ຊມ, ດອກຈະມີຂະໜາດນ້ອຍ, ສີຂາວອົມເຫຼືອງ, ກີບດອກຈະມີ 5 ກີບ, ຖານກີບເຊື່ອມຕິດກັນເປັນຮູບຖ້ວຍນ້ອຍໆ ແລະ ທັງໝົດມີຂົນຢູ່ທົ່ວໄປ. ໝາກກົມ ຫຼື ກົມຮີ, ຍາວ 1.5-2 ຊມ ແລະ ຍາວ 2.5-3 ຊມ, ມີສັນ 5 ສັນ, ຜິວພາຍນອກປົກຄຸມໄປດ້ວຍຂົນສີນໍ້າຕານ, ໝາອ່ອນມີລົດສົ້ມ, ສ່ວນໝາກແກ່ຈະມີລົດສົ້ມຝາດຫວານ, ພາຍໃນໝາກຈະມີແກ່ນແຂງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ແກ່ນສາມາດນໍາມາທຸບກິນທາງໃນໄດ້.
- ນອກຈາກໝາກຈະສາມາດຮັບປະທານໄດ້ແລ້ວ ຍັງສາມາດນໍາມາໃຊ້ເປັນຍ້ອມສີຜ້າໂດຍຈະອອກເປັນສີຂີ້ມ້າ, ສ່ວນເປືອກຕົ້ນຈະໃຫ້ສີເຫຼືອງ ແລະ ຍັງໃຊ້ຟອກໜັງ, ເຮັດນໍ້າໝືກໄດ້ອີກດ້ວຍ.
ສັບພະຄຸນ:
- ໝາກແຫ້ງໃຊ້ເປັນຢາບໍາລຸງຮ່າງກາຍ.
- ໝາກສຸກໃຊ້ເປັນຢາຈະເລີນອາຫານ, ຊ່ວຍກະຕຸ້ນການຫຼັ່ງນໍ້າບີ, ຊ່ວຍເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ.
- ໝາກອ່ອນມີລົດສົ້ມຊ່ວຍແກ້ໄຂ້.
- ເປືອກຕົ້ນມີສັບພະຄຸນຊ່ວຍຂັບປັດສະວະ ໂດຍໃຊ້ເປືອກຕົ້ນນໍາມາຕົ້ມກັບນໍ້າຮັບປະທານ.
- ໃບຊ່ວຍຮັກສາບາດແຜ, ແຜຕິດເຊື້ອ ໂດຍໃຊ້ໃບສົດນໍາມາຕໍາແລ້ວນໍາມາພອກຮັກສາແຜ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,