- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Liliopsida
- ອັນດັບ
- Dioscoreales
- ຊື່ສະກຸນ
- Dioscoreaceae
- ສະກຸນ
- Tacca
- ຊະນິດ
- Tacca chantrieri
Schizocapsa breviscapa (Ostenf.) H.Limpr.
Schizocapsa itagakii Yamam.
Tacca esquirolii (H.Lév.) Rehder
Tacca garrettii Craib
Tacca lancifolia var. breviscapa Ostenf.
Tacca macrantha H.Limpr.
Tacca minor Ridl.
Tacca paxiana H.Limpr.
Tacca roxburghii H.Limpr.
Tacca vespertilio Ridl.
Tacca wilsonii H.Limpr.
ຕົ້ນໂພ່ນເໝັ້ນຈັດເປັນພືດລົ້ມລຸກ, ສູງ 50-60 ຊມ, ມີເຫງົ້າຢູ່ໃຕ້ດິນ, ລັກສະນະເປັນຊົງກະບອກ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ, ແຍກເຫງົ້າ. ໃບດ່ຽວ, ຈັບແບບສະຫຼັບມີປະມານ 3-12 ໃບ, ລັກສະນະຂອງໃບເປັນຮູບຮີກວ້າງ ຫຼື ປາຍເປັນຮູບໃບຫອກແກມຮູບຂອບຂະໜານ, ປາຍໃບແຫຼມ ແລະ ຖານໃບມົນ, ກວ້າງ 7-15 ຊມ ແລະ ຍາວ 20-60 ຊມ. ອອກດອກເປັນຊໍ່ກຸ່ມໆ ປະມານ 1-2 ຊໍ່, ມີຄວາມຍາວໄດ້ເຖິງ 70 ຊມ, ໃນແຕ່ລະຊໍ່ຈະມີດອກຢູ່ປະມານ 4-6 ດອກ, ດອກເປັນສີມ່ວງດໍາ ຫຼື ສີຂຽວເຂັ້ມ, ກີບດອກມີ 6 ກີບ, ຖານດອກຈະເຊື່ອມຕິດກັນ, ກີບດ້ານນອກມີ 3 ກີບ ແລະ ກີບດ້ານໃນມີ 3 ກີບ, ດອກຍັງມີໃບປະດັບເປັນສີມ່ວງດໍາ ຫຼື ສີຂຽວເຂັ້ມ 2 ຄູ່. ລັກສະນະຂອງໝາກເປັນຊົງສາມຫຼ່ຽມ ຫຼື ຮູບກະສວຍ, ໝາກມີສັນເປັນຄື່ນ 6 ສັນຕາມລວງຍາວຂອງໝາກ, ໝາກມີຂະໜາດກວ້າງປະມານ 1-1.5 ຊມ ແລະ ຍາວປະມານ 2.5-5 ຊມ, ສ່ວນແກ່ນມີລັກສະນະເປັນຮູບໄຕ.
ປະໂຫຍດ:
- ໃບມີລົດຂົມຫວານໃຊ້ຮັບປະທານເປັນຜັກສົດຮ່ວມກັບລາບ.
- ໃນປະຈຸບັນໄດ້ມີການນໍາສະໝຸນໄພນີ້ມາສະກັດເຮັດເປັນນໍ້າສະກັດບັນຈຸຂວດ ຫຼື ເຮັດເປັນເຈວສໍາຫຼັບທາ.
- ຕົ້ນໂພ່ນເໝັ້ນສາມາດປູກເປັນໄມ້ປະດັບໄດ້.
ສັບພະຄຸນ:
- ຮາກ, ໃບ, ເຫງົ້າ ນໍາມາຕົ້ມກັບນໍ້າດືມເປັນຢາບໍາລຸງຮ່າງກາຍ.
- ເຫງົ້ານໍາມາຕົ້ມກັບນໍ້າ ຫຼື ໃຊ້ດອງເຫຼົ້າ ໃຊ້ກິນເປັນຢາບໍາລຸງກໍາລັງ.
- ເຫງົ້າຊ່ວຍແກ້ອາການໄອ.
- ໃຊ້ຕົ້ນ, ໃບ, ຮາກ, ເຫງົ້າ ນໍາມາຕົ້ມກັບນໍ້າດືມ ຊ່ວຍແກ້ອາກາດເຈັບທ້ອງ.
- ໃຊ້ຕົ້ນ, ໃບ, ຮາກ, ເຫງົ້າ ນໍາມາຕົ້ມກັບນໍ້າດືມ ຊ່ວຍຮັກສາພະຍາດກະເພາະ, ແຜໃນກະເພາະອາຫານ ແລະ ຍັງເຮັດໃຫ້ບໍ່ລະຄາຍເຄືອງກະເພາະອາຫານ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
Nikko Rizky Ajisyahputra, Endah Retno Palupi, Ni Made Armini, Joko Mulyono, Krisantini. 2017. Evaluation of Growth, Flowering and Seed Morphology of Bat flower, Tacca chantrieri Andre. Journal of Tropical Crop Science. Volume 4.
S. Baruah, J. Sarma, S.K. Borthakur. 2015. Tacca chantrieri André (Taccaceae): A beautiful ornamental flora recorded as a new for India. NeBIO I An international journal of environment and biodiversity. Volume 6. Pages 18-20.
Rommanee Charoensub, Darat Thiantong and Salak Phansiri. 2008. Micropropagation of Bat Flower Plant, Tacca chantrieri Andre. Kasetsart J. Scientific Equipment Center, Kasetsart University Research and Development Institute, Bangkok. Pages 7-12.