ເລກລຳດັບທີ: 1360
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນພຸດສູງ
Dok Poud
Tabernaemontana bufalina Lour
ພືດ
ໄມ້ຢືນຕົ້ນ
 
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ພິກນາຍພານ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Tabernaemontana
ຊະນິດ
Tabernaemontana bufalina
ຊື່ພ້ອງ
Ervatamia annamensis (Eberh. & Dubard) Pichon
Ervatamia bufalina (Lour.) Pichon
Ervatamia celastroides Kerr
Ervatamia ceratocarpa Kerr
Ervatamia chengkiangensis Tsiang
Ervatamia hainanensis Tsiang
Ervatamia hoabinhensis Lý
Ervatamia laxiflora Pichon
Ervatamia longipedicellata Lý
Ervatamia luensis (Pierre ex Pit.) Pierre ex Kerr
Ervatamia microphylla (Pit.) Kerr
Ervatamia subcapitata (Wall.) Lace
Tabernaemontana annamensis Eberh. & Dubard
Tabernaemontana celastroides (Kerr) P.T.Li
Tabernaemontana ceratocarpa (Kerr) P.T.Li
Tabernaemontana chengkiangensis (Tsiang) P.T.Li
Tabernaemontana hainanensis (Tsiang) P.T.Li
Tabernaemontana hoabinhensis (Lý) Lý
Tabernaemontana jasminiflora Pit.
Tabernaemontana luensis Pierre ex Pit.
Tabernaemontana microphylla Pit. Tabernaemontana pallida Pierre ex Pit.
Tabernaemontana subcapitata Wall.
ບັນຍາຍລັກສະນະທາງພືດສາດ
ຕົ້ນພຸດສູງຈັດເປັນພັນໄມ້ຟຸ່ມ, ລໍາຕົ້ນກ້ຽງ, ມີຄວາມສູງປະມານ 1-4 ມ, ກິ່ງມີຊ່ອງອາກາດ, ຂະຫຍາຍພັນດ້ວຍແກ່ນ. ໃບເປັນໃບດ່ຽວ, ຈັບລຽງກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບຂອບຂະໜານ, ຮູບຣີ ຫຼື ຮູບຣີແຄບແກມຮູບໄຂ່, ໃບຂະໜາດກວ້າງປະມານ 2-4 ຊມ ແລະ ຍາວປະມານ 8-15 ຊມ, ເນື້ອໃບກ້ຽງ, ກ້ານໃບສັ້ນ. ດອກເປັນຊໍ່ແບບຊໍ່ກະຈຸກຕາມງ່າມໃບ ຫຼື ປາຍຍອດ, ມີດອກຍ່ອຍປະມານ 3-25 ດອກ, ດອກອ່ອນເປັນສີຂາວແກມຫຼືອງອ່ອນ, ລັກສະນະຂອງດອກເປັນຮູບດອກເຂັມ, ກາບດອກມີ 5 ກີບ, ເປັນສີຂຽວອ່ອນຍາວເກືອບ 2 ມມ, ສ່ວນກີບດອກເຊື່ອມຕິດກັນເປັນຫຼອດ ສ່ວນປາຍແຍກອອກເປັນ 5 ແຊກ. ອອກໝາກເປັນຝັກຄູ່ ລັກສະນະໂຄ້ງ, ເປັນຮູບຣີປາຍຍາວແຫຼມ, ມີຂະໜາດກວ້າງປະມານ 0.7 ຊມ ແລະ ຍາວປະມານ 0.9-1 ຊມ, ໝາກຍ່ອຍແຕກອອກເປັນແນວດຽວ, ຜິວໝາກເປັນສີຂຽວ ພາຍໃນມີແກ່ນປະມານ 6-8 ແກ່ນ, ແກ່ນແກ່ມີເຍື່ອຫຸ້ມແກ່ນສີແດງສົດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:
- ຕໍາລາໄທ ລະບຸວ່າທັງຕົ້ນມີລົດເຢັນ, ມີສັບພະຄຸນເປັນຢາແກ້ໄຂ້, ແກ້ຮ້ອນໃນ, ຊ່ວຍດັບພິດຮ້ອນ.
- ຮາກໃຊ້ເປັນຢາແກ້ພະຍາດລົມ ປຸງເປັນຢາແກ້ເລືອດເປັນພິດເນື່ອງຈາກຊອກຊໍ້າ ແລະ ແກ້ຊໍ້າໃນ.
- ຮາກໃຊ້ຕົ້ມກັບນໍ້າດືມເປັນຢາແກ້ໄອ, ແກ້ເຈັບຄໍ, ແກ້ຕົກຂາວຂອງແມ່ຍິງ, ນໍາມາຝົນກັບນໍ້າດືມເປັນຢາແກ້ໄອເປັນເລືອດ ຫຼື ຕໍາໃຫ້ລະອຽດໃຊ້ເປັນຢາທາແກ້ຝີ.
- ຮາກໃຊ້ຕົ້ມກັບນໍ້າດືມເປັນຢາແກ້ຖອກທ້ອງ ແລະ ຊ່ວຍສະມານແຜ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,