ເລກລຳດັບທີ: 1352
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ຕົ້ນນໍ້າເຕົ້າຂາວ
Ton Nam Tao Khao

Hubera cerasoides (Roxb.) Chaowasku


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
Lao: ຕີນຕັ່ງຕົ້ນ, ນໍ້າເຕົ້າຂາວ, ຕົ້ນກ້ວຍໄມ້ Thai: ກະຈຽນ

ຊື່ພ້ອງ :
Uvaria cerasoides Roxb.
Hubera cerasoides (Roxb.) Chaowasku
Huberantha cerasoides (Roxb.) Chaowasku

ຊື່ສະກຸນ:
Annonaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຕົ້ນນໍ້າເຕົ້າຂາວຈັດເປັນໄມ້ຢືນຕົ້ນໄມ້ຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງປະມານ 5-15 ມ, ເປືອກຕົ້ນລຽບເປັນສີເທົາ ຫຼື ສີນໍ້າຕານອ່ອນ, ຕາມກິ່ງອ່ອນມີຂົນນຸ່ມ, ສ່ວນກິ່ງແກ່ຜິວຈະລຽບກ້ຽງ, ລໍາຕົ້ນ ແລະ ກິ່ງແກ່ມີຊ່ອງອາກາດສີເຫຼືອງອ່ອນທົ່ວໄປ, ຂະຫຍາຍພັນດ້ວຍການເພາະແກ່ນ. ໃບເປັນໃບດ່ຽວ ອອກລຽງສະຫຼັບ, ລັກສະນະຂອງໃບເປັນຮູບຮີຍາວ ຫຼື ຮູບຫອກແກມຮູບຂອບຂະໜານ ແລະ ມັກຂົດ, ປາຍໃບແຫຼມ ມີຂະໜາດກວ້າງປະມານ 2-5 ຊມ ແລະ ຍາວປະມານ 8-16 ຊມ, ແຜນໃບບາງ ຫຼັງໃບກ້ຽງເປັນສີຂຽວເຂັ້ມ. ອອກດອກດ່ຽວ ຫຼື ເປັນກະຈຸກບໍ່ເກີນ 3 ດອກໂດຍຈະອອກຕາມງ່າມໃບ ແລະ ເທິງຮອຍແຜໃບຕາມກິ່ງ, ກ້ານດອກຍາວປະມານ 2.5-3 ຊມ, ດອກເມື່ອບານເຕັມທີ່ຈະມີຂະໜາດເສັ້ນຜ່າສູນກາງປະມານ 2.5 ຊມ, ໂດຍກີບດອກຈະເປັນສີຂຽວອ່ອນຫາຂຽວອົມເຫຼືອງ, ກີບດອກມີ 2 ຊັ້ນ ລຽງສະຫຼັບກັນ, ຊັ້ນລະ 3 ກີບ, ລວມເປັນ 6 ກີບ. ໝາກເກີດເປັນຊໍ່ມົນ, ອອກເປັນກຸ່ມ ຫຼື ເປັນກະຈຸກຢູ່ເທິງແກນຈຸ້ມກົມ, ມີໝາກຍ່ອຍປະມານ 10-20 ໝາກ, ໝາກມີລັກສະນະປ້ອມ ຫຼື ເປັນຮູບຊົງກົມຮີ, ໝາກມີຂະໜາດໃຫຍ່ປະມານ 0.5-0.8 ຊມ ແລະ ຍາວປະມານ 0.7-1 ຊມ, ໝາກອ່ອນເປັນສີຂຽວ, ເມື່ອແກ່ຈະປ່ຽນເປັນສີແດງ, ພາຍໃນໝາກມີແກ່ນ 1 ແກ່ນ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ສິ່ງປູກສ້າງ

ບັນຍາຍການນຳໃຊ້:

ປະໂຫຍດ:

 -  ໝາກສຸກໃນສ່ວນຂອງເນື້ອຫຸ້ມແກ່ນຈະມີລົດຫວານ ສາມາດຮັບປະທານໄດ້.

 -  ເນື້ອໄມ້ມີສີຂາວອົມເຫຼືອງ ນໍາມາໃຊ້ດ້າມເຄື່ອງກະສຶກຳາທົ່ວໄປໄດ້, ໃຊ້ເຮັດເຄື່ອງຈັກສານ ແລະ  ເຄື່ອງໃຊ້ສອຍຕ່າງໆ.

ສັບພະຄຸນ:

 -  ເນື້ອໄມ້ມີລົດຂົມ ໃຊ້ຕົ້ມກັບນໍ້າດື່ມເປັນຢາບໍາລຸງທາດຊ່ວຍໃຫ້ຈະເລີນອາຫານ.

 -  ຮາກໃຊ້ຕົ້ມກັບນໍ້າດືມເປັນຢາແກ້ໄຂ້.

 -  ເນື້ອໄມ້ມີລົດຂົມໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ວັນນະໂລກໃນລໍາໄສ້, ວັນນະໂລກໃນປອດ.

 -  ໃບມີລົດເຝື່ອນເຢັນໃຊ້ຕໍາພອກຝີ, ແກ້ປວດ, ແກ້ອັກເສບ.

 -  ເນື້ອໄມ້ໃຊ້ຝົນກັບນໍ້າປູນໃສທາເກື່ອນຫົວຝີ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Medthai. 2017. ກະຈຽນ ສັບພະຄຸນ ແລະ ປະໂຫຍດຕົ້ນກະຈຽນ 13 ຂໍ້.
Wanida Caichompoo, Qiao-Yan Zhang, Thanida Thangthaisong, Methin Phadungkit. 2012. Pharmacognostic Speccification and Screening of a Traditinal formula used to Improve bone. International Journal of Pharmaceutical Research. Volume 4. Issue 1. Pages 89-93. ISSN 0975-2366.
Chandaka Lavanya, Battu Ganga Rao, Devarakonda Ramadevi. 2018. Phytochemical and pharmacological studies on Polyalthia longifolia. International Journal of Pharmaceutical Science and Research. Volume 3. Issue 4. Pages 01-07. ISSN 2455-4685.
Yuan Yuan, Guo-jun Huang, Tian-shan Wang, Guang-ying Chen. 2011. In vitro screening of five Hainan plants of Polyalthia (Annonaceae) against human cancer cell lines with MTT assay. Journal of Medicinal Plants Research. Volume 5(5). Pages 837-841. ISSN 1996-0875.
Lertyot Treeratanapiboon, Apilak Worachartcheewan, Thummaruk Suksrichavalit, Rachada Kiatfuengfoo, Supaluk Prachayasittikul, Somsak Ruchirawat, Virapong Prachayasittikul. 2011. Bioactive 4-hydroxycinnamide and bioactivities of Polyalthia cerasoides. EXCLI Journal Experimental and Clinical ciences. Pages 16-22.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: