ເລກລຳດັບທີ: 1334
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສົ້ມແສງກາ
Creeping lady's sorrel
Oxalis corniculata L.
ພືດ
ພືດລົ້ມລຸກ
 
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Lao: ສົ້ມແສນກາ, ສົ້ມແສງກາ, ສົ້ມເຊົ້າ, ສົ້ມສັງກາ. Thai: ສົ້ມກົບ Eng: Creeping lady's sorrel, Indian sorrel, Yellow wood sorrel, Wood sorreal
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Oxalidales
ຊື່ສະກຸນ
Oxalidaceae
ສະກຸນ
Oxalis
ຊະນິດ
Oxalis corniculata
ຊະນິດຍ່ອຍ
Oxalis corniculata unranked
ບັນຍາຍລັກສະນະທາງພືດສາດ
ສົ້ມແສງກາເປັນວັດຊະພືດພຸ່ມເຕ້ຍມີອາຍຸຢືນຫຼາຍລະດູ ມີລໍາຕົ້ນເລື້ອຍໄປຕາມພື້ນດິນ ແລະ ເລືອຍາວ, ສ່ວນຂອງລໍາຕົ້ນມີຂົນປົກຄຸມ. ໃບສົ້ມແສງກາມີໃບເປັນໃບປະສົມ, ມີໃບຍ່ອຍ 3 ໃບ, ລັກສະນະຂອງໃບຍ່ອຍເປັນຮູບຫົວໃຈຊື່ງເກີດຈາກຈຸດດຽວກັນຢູ່ປາຍຂອງກ້ານໃບ ແລະ ກ້ານໃບຍາວ 10 ຊມ. ດອກເປັນດອກດ່ຽວອອກຕາມຫງ່າມໃບ, ມີກີບດອກສີເຫຼືອງ, ສ່ວນກົກດອກເຊື່ອມຕິດກັນເປັນຮູບກວຍ, ແຕ່ລະດອກມີປາຍແຍກອອກເປັນກີບ 5 ກີບ, ກ້ານດອກມີຄຍາວ3-10 ຊມ ແລະ ສາມາດອອກດອກໄດ້ທັງປີ. ໝາກເປັນຝັກຕັ້ງຊື່ ຝັກມີລັກສະນະເປັນຫຼ່ຽມ 5 ຫຼ່ຽມ ແລະ ມີຂົນຂຶ້ນປົກຄຸມ, ມີຄວາມຍາວຂອງຝັກ 4-6 ຊມ, ໝາກແກ່ຈະແຫ້ງແຕກ ແລະ ດີດແກນອອກມາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ຍອດອ່ອນ ແລະ ໃບອ່ອນນໍາມາໃຊ້ປຸງເປັນອາຫານໄດ້ເຊັ່ນດຽວກັນກັບຜັກດອງ.
- ນອກຈາກຈະໃຊ້ເປັນອາຫານແລ້ວ ຍັງນໍາມາໃຊ້ແທນນໍ້າໝາກຂາມປຽກ ເນື່ອງຈາກສົ້ມແສງກາມີລົດເຢັນ, ສົ້ມ, ເຄັມ ແລະ ຫວານເລັກນ້ອຍ.
ສັບພະຄຸນ:
- ໃບເປັນທາດບໍາລຸງຮ່າງກາຍ ໂດຍໃຊ້ໃບສົດນໍາມາແກງກິນ ຍັງເຮັດໃຫ້ຈະເລີນອາຫານ ແລະ ຊ່ວຍໃນການຍ່ອຍອາຫານອີກດ້ວຍ.
- ເຫງົ້າໃຊ້ເປັນຢາເຢັນຊ່ວຍໃຫ້ຈະເລີນອາຫານ.
- ຕົ້ນສົ້ມແສງກາຊ່ວຍແກ້ເລືອດດັງໄຫຼ ດ້ວຍການໃຊ້ຕົ້ນສົດນໍາມາຕໍາໃຫ້ລະອຽດແລ້ວນໍາເອົາມາອັດດັງໄວ້.
- ຊ່ວຍຮັກສາແຜນໍ້າຮ້ອນລວກ ໂດຍໃຊ້ນໍ້າຄັນຈາກໃບສົ້ມແສງກາ, ເນື່ອງຈາກມີລິດເປັນຢາເຢັນ, ຈຶ່ງນໍາມາໃຊ້ຮັກສາແຜນໍ້າຮ້ອນລວກໄດ້ດີ.
ຂໍ້ຄວນລະວັງ:
- ສົ້ມແສງກາມີລິດເຮັດໃຫ້ລະຄາຍເຄື່ອງຕໍ່ລະບົບທາງເດີນອາຫານ, ການຮັບປະທານຄັ້ງລະຫຼາຍໆ ອາດຈະເຮັດໃຫ້ຮູ້ສຶກວິນຫົວປວດຮາກ.
- ຫາກໃຊ້ຢານີ້ຕິດຕໍ່ກັນເກີນ 2 ວັນແລ້ວອາການຍັງບໍ່ດີຂຶ້ນ ຄວນຢຸດໃຊ້ທັນທີ ແລະ ປ່ຽນຢາໃໝ່.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,