ເລກລຳດັບທີ: 1327
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-11

ຕົ້ນຟອງສະມຸດ
Marvel of peru

Mirabilis jalapa L.


ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

1 / 1
Image 1


ຊື່ທ້ອງຖີ່ນ:
Thai: ຕົ້ນບານເຢັນEng: Marvel of peru, Four o’clock, False Jalap

ຊື່ພ້ອງ :
alapa officinalis Garsault
Mirabilis jalapa var. jalapa
Mirabilis jalapa subsp. lindheimeri Standl.
Mirabilis jalapa var. lindheimeri (Standl.) Cory
Mirabilis lindheimeri (Standl.) Shinners
Nyctago hortensis Dum.Cours.
Nyctago jalapae (L.) DC.
Nyctago versicolor Salisb.

ຊື່ສະກຸນ:
Nyctaginaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຕົ້ນຟອງສະມຸດຈັດເປັນໄມ້ພຸ່ມເນື້ອອ່ອນມີອາຍຸຫຼາຍປີ, ມີເຫງົ້າ ຫຼື ຫົວຢູ່ໃຕ້ດິນ, ລໍາຕົ້ນສູງ 1-1.5 ມ, ສີແດງອອກນວນເລັກນ້ອຍ, ແຕກກິ່ງກ້ານຫຼາຍ, ເປັນຊົງພຸ່ມແຜ່ກວ້າງ, ຂະຫຍາຍພັນດ້ວຍວິທີເພາະແກ່ນ, ຄວນປູກໄວ້ກາງແຈ້ງ ແລະ ດິນທີ່ປູກຄວນເປັນດິນລ້ວນ. ຮາກຟອງສະມຸດເປັນຫົວ ຫຼື ເອີ້ນວ່າເຫງົ້າ, ມີຂະໜາດເສັ້ນຜ່າສູນກາງປະມານ 10 ຊມ. ໃບອອກເປັນໃບຄູ່ໆ, ສະຫຼັບກັນໄປຕາມຕົ້ນ, ໃບມີລັກສະນະເປັນຮູບໄຂ່ ຫຼື ຮູບໃບຫອກ ຫຼື ຮູບສາມຫຼ່ຽມ, ໃບມີຄວາມກວ້າງ 2-9 ຊມ ແລະ ຍາວ 5-15 ຊມ ປາຍແຫຼມ, ສ່ວນກົກໃບຕັດເປັນຮູບຫົວໃຈ. ດອກມີກິ່ນຫອມ, ອອກດອກຕິດກັນເປັນກຸ່ມໆ, ລັກສະນະຂອງດອກທີ່ຍັງບໍ່ບານເປັນຮູບຫຼອດ ເມື່ອບານແລ້ວຈະປ່ຽນເປັນຮູບລຳໂພງ, ປາຍແຍກອອກເປັນ 5 ກີບ, ໂດຍດອກບານເຕັ້ມທີ່ຈະມີຂະໜາດເສັ້ນຜ່າສູນກາງປະມານ 3-5 ຊມ, ດອກມີກີບປະດັບຮູບລະຄັງຕິດຢູ່ຖານ, ຊໍ່ດອກມີ 4-5 ດອກ, ດອກຈະບານຕອນບາຍໄປຈົນຮອດຮອດຕອນເຊົ້າແລ້ວຈະຫຸບ. ໝາກ ຫຼື ແກ່ນ ມີລັກສະນະເປັນຊົງກົມ, ມີສີດໍາ, ມີຂະໜາດຍາວ 0.5-0.9 ຊມ, ເປືອກບາງ ມີສັນ 5 ສັນ, ພາຍໃນຈະມີແປ້ງຢູ່ຈໍານວນຫຼາຍ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ປະໂຫຍດ:

-  ຕົ້ນຟອງສະມຸດນິຍົມປູກເປັນໄມ້ປະດັບທົ່ວໄປ ໂດຍສະເພາະຕົ້ນທີ່ມີສີບົວ ແລະ ສີຂາວ.

-  ແປ້ງຈາກແກ່ນໃຊ້ທາຮັກສາສິວ, ຝ້າ, ລົບຮອຍດ່າງດໍາເທິງໃບໜ້າ.

-  ຜົງຈາກຮາກນໍາມາໃຊ້ປະສົມກັບແປ້ງເຂົ້າຈາວ ແລະ ຜົງໄມ້ຈັນ ນໍາມາໃຊ້ເຮັດເຄື່ອງສໍາອາງໄດ້.

-  ດອກນິຍົມນໍາມາໃຊ້ເປັນສີປະສົມອາຫານ.

ສັບພະຄຸນ:

-  ຫົວ ຫຼື ເຫງົ້າ ຊ່ວຍແກ້ໄຂ້ ລະງັບຄວາມຮ້ອນໃນຮ່າງກາຍ.

-  ຫົວຕົ້ນຟອງສະມຸດໃຊ້ຮັບປະທານເປັນຢາຂັບເຫື່ອໄດ້.

-  ນໍ້າຄັ້ນຈາກໃບໃຊ້ຊະລ້າງບາດແຜ ຫຼື ແຜຟົກຊໍ້າໃຫ້ດີໄວຂຶ້ນ.

-  ໃບຊ່ວຍລົດອາການອັກເສບໄດ້.

ຂໍ້ຄວນລະວັງ:

-  ແກ່ນຟອງສະມຸດສ່ວນໃຫຍ່ຈະມີຄວາມເປັນພິດຫຼາຍ (ສານ Neurotoxic) ບໍ່ຄວນຮັບປະທານ ຫາກໄດ້ຮັບພິດຈະເຮັດໃຫ້ເກີດອາການປວດຮາກ ແລະ ມີອາການຖອກທ້ອງ, ຖ້າຫາກໄດ້ຮັບພິດໃນປະລິມານຫຼາຍອາດຈະເຮັດໃຫ້ເສຍຊີວິດໄດ້.

-  ບໍ່ຄວນໃຊ້ສະໝຸນໄພຟອງສະມຸດໃນແມ່ຍິງຖືພາ ເນື່ອງຈາກມີລາຍງານພົບວ່າມັນເຮັດໃຫ້ເກີດການແທ້ງລູກໄດ້.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Medthai. 2017. ບານເຢັນ ສັບພະຄຸນ ແລະ ປະໂຫຍດຕົ້ນບານເຢັນ 28 ຂໍ້.
BP Cammue, MF DeBolle, FR Terras, P Proost, J Van Damme, S B Rees, J Vanderleyden, W F Broeokaert. 1992. Isolation and characterization of a novel class of plant antimicrobial peptides form Mirabilis jalapa L. seeds. Journal of Biological Chemistry.
Rozina Rozina. 2016. Pharmacological and biological activities of Mirabilis jalapa L. International Journal of Pharmacological Research. Volume 6, Issue 05. ISSN 2277-3312.
Mahajan Niranjan Shishir, Jadhav Rahul Laxman, Pimpodkar Nayana Vinayak, Dias Remeth Jacky, Garje Sandip Bhimrao. 2008. Use of Mirabilis jalapa L flower extract as a natural indicator in acid base titration. Journal of Pharmacy Research Vol.1.Issue 2.
Tsutomu Ikeda, Youichi Takanami, Seiko Imaizumi, Takashi Matsumoto, Youichi Mikami, Susumu Kubo. 1987. Formation of anti-plant viral protein by Mirabilis jalapaL. cells in suspension culture. Plant cell Reports. Volume 6. Issue 3. Pages 216-218.
Zhiguo Yu, Qixing Zhou. 2008. Growth responses and cadmium accumulation of Mirabilis jalapa L. under interaction between cadmium and phosphorus. Journal of Hazardous Materials. Volume 167. Issues 1–3. Pages 38-43.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: