ເລກລຳດັບທີ: 1325
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-06-22
ປາມາງ
Gudger's Barb
Sikukia gudgeri (Smith, 1934)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຂາວນາ, ປາຕາໃສ
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Sikukia
ຊະນິດ
Sikukia gudgeri
ຊື່ພ້ອງ
Xenocheilichthys gudgeri Smith, 1934
ບັນຍາຍລັກສະນະທາງພືດສາດ

ປາມາງມີລຳຕົວຮຽວບາງ ທີ່ມີລຳຕົວຂ້ອນຂ້າງເລິກ ແລະ ຍາວ, ເຮັດໃຫ້ເໝາະສຳຫຼັບການລອຍນ້ຳໃນນ້ຳໃສ, ລຳຕົວປົກຄຸມດ້ວຍເກັດແບບໄຊຄອຍ ເຊິ່ງລຽບ ແລະ ກົມ.

ປາຊະນິດນີ້ມີກ້ານຄີອອ່ນ 8 ກ້ານໃນຄີຫຼັງ ແລະ ຄີທະວານ, ໂດຍຄີທະວານຈະມີກ້ານຄີແຕກຂະແໜງ 5 ກ້ານ, ຕ່າງຈາກປາຊະນິດອື່ນຄືບໍ່ມີຈຸດສີດຳບໍລິເວນໂຄນຄີຫຼັງ ແຕ່ປາຍຄີຫຼັງຈະມີສີດຳຄ້ຳ.

ປາຊະນິດຈະມີສີຟ້າ ບໍ່ມີລວດລາຍ ຫຼື ຈຸດທີ່ເດັ່ນຊັດເຈນ, ເຊິ່ງຊ່ວຍໃຫ້ມັນກົມກື່ນກັບສະພາບແວດລ້ອມເພື່ອການພາງຕົວ, ປາກຢູ່ໃຕ້ປາຍຫົວເລັກນ້ອຍ (ຕ່ຳແໜ່ງຢູ່ຕ່ຳກ່ວາປາຍຫົວເລັກນ້ອຍ) ປັບຕົວໃຫ້ເໝາະກັບການກິນອາຫານໃກ້ພື້ນນ້ຳ.

ປາມາງທີ່ໂຕເຕັມໄວມີຄວາມຍາວມາດຕະຖານສູງສຸດ 18.0 ຊມ.

ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand. [3]

Global distribution of Sikukia gudgeri between 1965 to 2023. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ການບັນທຶກຂໍ້ມູນຈາກ GBIF ລະບຸວ່າປາຊະນິດນີ້ພົບໃນສະຫວັນນະເຂດ (ແມ່ນ້ຳຂອງ ເຂດແກ້ງກະເບົາ ແລະ ນ້ຳເຊບັ້ງໄຟ, ເມືອງ ໄຊບູລີ; ຕະຫຼາດສະຫວັນນະເຂດ, ເມືອງໄກສອນພົມວິຫານ), ຈຳປາສັກ (ແມ່ນ້ຳຂອງ, ຕະຫຼາດປາປະທຸມພອນໃນປາກເຊ; ນ້ຳຕົກຄອນພະເພັງ, ເມືອງໂຂງ) ແລະ ຫຼວງພະບາງ (ນ້ຳຂອງເມືອງຫຼວງພະບາງ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທົ່ງນາ
ປາຊະນິດນີ້ມັກພົບໃນແມ່ນ້ຳສາຍໃຫຍ່ທີ່ມີນ້ຳຂຸ່ນ ແລະ ມີຈຳນວນຫຼາຍໃນແມ່ນ້ຳຂອງພາກກາງ [5]. ມັກພົບໃນແມ່ນ້ຳພາກເໜືອຂະໜາດໃຫຍ່ ໂດຍປົກກະຕິຈະຢູ່ໃກ້ພື້ນແມ່ນ້ຳຕາມພື້ນຜິວທີ່ເປັນຊາຍ ແລະ ມີການອົບພະຍົບເຂົ້າສູ່ທົງນາທີ່ຖືກນ້ຳຖ້ວມ, ການເກີດຂອງພວກມັນມັກໄດ້ຮັບການບັນທຶກໄວ້ຢ່າງສະໝ່ຳສະເໝີຕາມພື້ນແມ່ນ້ຳທີ່ເປັນຊາຍ ແລະ ມັກກ່ຽວຂ້ອງກັບນ້ຳໄຫຼ່. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດອາດເປັນສາຍພັນສະເພາະຖິ່ນໃນແມ່ນ້ຳຂອງເຂດໃຕ້ ປັດຈຸບັນພົບໄດ້ທົ່ວໄປທົ່ວທັງເຂດກະຈາຍພັນເຖິ່ງຢ່າງໃດກໍ່ຕາມ ຜົນກະທົບນີ້ອາດເກີດຂື້ນ ຈາກເຂື່ອນທີ່ສະເໜີ ຕໍ່ຈຳນວນປະຊາກອນຍັງຄົງບໍ່ເປັນທີ່ຊັດເຈນ ດັງນັ້ນສາຍພັນນີ້ຈຶ່ງຖືກປະເມີນວ່າເປັນສາຍພັນທີ່ມີຂໍ້ມູນບໍ່ພຽງພໍ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດມີການປະມົງເພື່ອດຳລົງຊິວິດ ແລະ ການປະມົງເພື່ອຄ້າຂາຍ [2]. ມີບົດບາດສຳຄັນໃນການປະມົງເພື່ອດໍາລົງຊິວິດໃນເຂດພື້ນທີ່ແມ່ນ້ຳຂອງ ໂດຍສະເພາະໃນລາວດ ໄທ ແລະ ກຳປູເຈຍ, ເຊິ່ງມີສວນຊ່ວຍສ້າງຄວາມໝັ້ນຄົງທາງດ້ານອາຫານໃນຄົວເຮືອນ ແລະ ວິຖີ່ຊິວິດຂອງຄົນໃນທ້ອງຖິ່ນ. ໂດຍທົ່ວໄປແລ້ວປາຊະນິດນີ້ຈະຂາຍສົດໃນຕະຫຼາດຊົນນະບົດ ເຊິ່ງເປັນແຫຼ່ງໂປຮຕີນທີ່ເຂົ້າເຖິ່ງໄດ້ງ່າຍສຳຫຼັບຊຸມຊົນ ໃນອາຫານໄທ ແລະ ລາວ, ປາມາງໄດ້ຮັບການຄວາມນິຍົມໃນເລື່ອງຣົດຊາດທີ່ນຸ້ມນວນ ແລະ ນິຍົມມາປຸ່ງເປັນອາຫານງ່າຍໆ ເຊັ່ນ ປາປີ້ງ ຫຼື ປານຶ້ງ ເຊິ່ງສະທ້ອນໃຫ້ເຫັນເຖິ່ງຄວາມສຳຄັນທາງວັດທະນະທຳໃນອາຫານຂອງປະຊາຊົນເຂດແຄມແມ່ນ້ຳ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຊະນິດນີ້ກິນເສດສາກ, ສາຫຼ່າຍ, ແພຼງຕ່ອນສັດ ແລະ ໃບໄມ້. [2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ສາຍພັນນີ້ຖືກຂົ່ມຂູ່ຈາກການຫາປາຫຼາຍເກີນໄປ ແລະ ການສ້າງເຂື່ອນໃນແມ່ນ້ຳຂອງສາຍຫຼັກ, ຍັງບໍ່ຮູ້ຊັດເຈນວ່າເຂື່ອນທີ່ສະເນີສ້າງຈະສົ່ງຜົນກະທົບຕໍ່ສາຍພັນນີ້ໜ້ອຍຫຼາຍປານໃດ, ເຖິ່ງຢ່າງໃດກໍ່ຕາມຄາດວ່າຊະນິດພັນທີ່ອົບພະຍົບອື່ນໆ ຈະໄດ້ຮັບຜົນກະທົບທາງລົບເປັນຈຳນວນຫຼາຍ. [3]

ການຕິດຕາມປະຊາກອນ: ເປັນຊະນິພັນທີ່ພົບໄດ້ທົ່ວໄປຕະຫຼອດເຂດກະຈາຍພັນ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 0.017 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin A 97.3 μg
ແຮ່ທາດ N/A Calcium 266 mg; Iron 1.86 mg; Zinc 2.72 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,