ເລກລຳດັບທີ: 1321
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ປາຈາດ
Pa Chad

Poropuntius carinatus (Wu & Lin, 1977)


ສັດ
ປາ

1 / 1
Image 1


ຊື່ທ້ອງຖີ່ນ:
Cambodian: ត្រី ក្រុសភ្នំ [Trey kros phnom] Thai: จาด จาดภูหลวง

ຊື່ພ້ອງ :
Barbodes shanensis carinatus Wu, Lin, Chen, Chen & He, 1977

ຊື່ສະກຸນ:
Cyprinidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
D: 8; A: 5; P1: 14; P2: 8. ຮູບຮ່າງຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ຄວາມເລິກຂອງລໍາໂຕ 26.51-26.93% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 24.65-26.58% ຂອງ SL. ຫົວ: ສັນດັງແຫຼມ, ຫົວ ແລະ ຕາຂ້ອນຂ້າງໃຫຍ່, ມີໜວດ 2 ຄູ່, ບໍລິເວນຮີມສົບດ້ານລຸ່ມ ແລະ ດ້ານເທິງ ສະເໝີກັນ, ດັງມີ 1 ຄູ່, ຄວາມຍາວຂອງເສັ້ນຜ່າສູນກາງຕາ 29.43-32-60% ຄວາມຍາວຂອງຫົວ (HL). ລຳຕົວ: ຄີແຂງອັນສຸດທ້າຍຂອງຄີຫຼັງຍາວ, ມີຄວາມຍາວເກືອບເທົ່າກັບຄວາມເລິກຂອງຮ່າງກາຍ, ຄີຕ່າງໆສີນໍ້າຕານ, ປາຍຄີຫຼັງອັນສຸດທ້າຍຍາວກາຍຈຸດເລີ່ມຕົ້ນຂອງຄີກົ້ນ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນ ຂ້າງໂຕ 31-36 ເກັດ, ເກັດກ່ອນຄີຫຼັງ 12-13 ເກັດ, ເກັດອ້ອມກົກຫາງ 14 ເກັດ, ເກັດຈາກເກັດກ່ອນຄີຫຼັງ ລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 4 ເກັດ ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມ ເສັ້ນຂ້າງຕົວຕາມ ແນວສະຫຼຽງ 6 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງ ລຸດຈຸດເລີ່ມຕົ້ນຂອງຄີທ້ອງໄປທາງທ້າຍຂອງຮ່າງກາຍ ໜ້ອຍໜຶ່ງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 14 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມວ້ຳຢູ່ສ່ວນກາງເປັນ 2 ຊີກ, ຄີຫາງເປັນສີເຫຼືອງມີຂອບສີດໍາ. ສີຂອງລຳໂຕ: ສີຟ້າ ແລະ ດ້ານຫຼັງອອກສີນໍ້າຕານ.

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ປາຈາດພົບໜ້ອຍໃນຕະຫຼາດ, ສ່ວນຫຼາຍຊາວບ້ານຫາພໍກຸ້ມກິນພາຍໃນຄອບຄົວ, ເຮັດປາແຫ້ງ ແລະ ປາສົ້ມໄວ້ກິນດົນ.



ປາຮາມ



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Vidthayanon, C. & Kottelat, M. 2012. Poropuntius carinatus. The IUCN Red List of Threatened Species 2012: e.T180798A1663760. http://dx.doi.org/10.2305/IUCN.UK.2012-1.RLTS.T180798A1663760.en. Downloaded on 09 July 2019.
Kang, B., Daming, H., Perrett, L., Wang, H., Hu, W., Deng, W., and Wu, Y. 2009. Fish and fisheries in the Upper Mekong: current assessment of the fish community, threats and conservation. Reviews in Fish Biology and Fisheries 19(4): 465-480.
Kottelat, M. 1998. Fishes of the Nam Theun and Xe Bangfai basins, Laos, with diagnosis of twenty-two new species (Teleostei: Cyprinidae, Balitoridae, Cobitidae, Coiidae and Odontobutidae). Ichthyological Exploration of Freshwaters 9(1): 1-128.
Kottelat, M. 2001. Freshwater fishes of northern Vietnam. A preliminary check-list of the fishes known or expected to occur in northern Vietnam with comments on systematics and nomenclature. The World Bank, Washington DC.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: